ເມື່ອຕອບຄໍາຖາມຕໍ່ສື່ມວນຊົນ, ທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈຳຫວຽດນາມ ໃຫ້ຮູ້ວ່າ ການພົວພັນສອງຝ່າຍລະຫວ່າງສອງປະເທດພວມພັດທະນາຢ່າງແຂງແຮງ, ໄດ້ຮັບການຊຸກຍູ້ຈາກການຮ່ວມມືຢ່າງມີຊີວິດຊີວາ ແລະເຕັມໄປດ້ວຍແງ່ຫວັງໃນຫຼາຍຂົງເຂດ.
ນັກຂ່າວ: ຂໍຮຽນທ່ານທູດ, ພາຍຫຼັງລັດຖະບານສະຫະພັນໃໝ່ຂອງລາຊະອານາຈັກແບນຊິກ ຖືກສ້າງຕັ້ງຂຶ້ນໃນທ້າຍເດືອນມັງກອນ ປີ 2025, ເຈົ້າຊີວິດແຫ່ງລາຊະອານາຈັກແບນຊິກ ແລະ ພະມະເຫສີ ຈະມີການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ. ຂໍທ່ານແບ່ງປັນຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມຄັ້ງນີ້ຕໍ່ການພົວພັນລະຫວ່າງສອງປະເທດ?
ທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈຳຫວຽດນາມ: ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງເຈົ້າຊີວິດແຫ່ງລາຊະອານາຈັກແບນຊິກ ແລະ ພະມະເຫສີ ໄດ້ມີແຜນມາແຕ່ດົນແລ້ວ, ແຕ່ຕ້ອງໄດ້ເລື່ອນເວລາອອກໄປໃນປີກາຍນີ້ຍ້ອນວ່າ ແບນຊິກ ຍັງບໍ່ທັນມີລັດຖະບານສະຫະພັນໃໝ່. ຂ້າພະເຈົ້າດີໃຈເມື່ອການຢ້ຽມຢາມຄັ້ງນີ້ເຊື່ອມຕໍ່ຄືນໃໝ່ໃນທັນທີ ພາຍຫຼັງທີ່ລັດຖະບານສະຫະພັັນໃໝ່ ໄດ້ຖືກສ້າງຕັ້ງຂຶ້ນໃນທ້າຍເດືອນມັງກອນປີ 2025.
ການຢ້ຽມຢາມທາງລັດຖະກິດໃນຄັ້ງນີ້ ບໍ່ພຽງແຕ່ຢັ້ງຢືນບົດບາດຂອງຫວຽດນາມ ໃນຖານະຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະໝັ້ນຄົງຂອງແບນຊິກ, ປັບປຸງການຮ່ວມມືສອງຝ່າຍໃນຫຼາຍຂົງເຂດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມສຳຄັນຂອງຫວຽດນາມ ໃນເວທີສາກົນໃນສະພາບການໂລກທີ່ມີການຜັນແປຄືໃນປະຈຸບັນອີກດ້ວຍ; ຢືນຢັນວ່າ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາຄູ່ຮ່ວມມື, ຄື: ແບນຊິກ ແລະຫວຽດນາມ ແມ່ນສິ່ງທີ່ຈຳເປັນເພື່ອຊຸກຍູ້ບົດບາດຂອງອາຊຽນ, ສະຫະພາບເອີລົບ (ອີຢູ), ກໍ່ຄືການພົວພັນລະຫວ່າງ ອີຢູ ກັບຫວຽດນາມ.
ນັກຂ່າວ: ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະແບນຊິກ ໄດ້ຮັບການປັບບຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ຂໍໃຫ້ທ່ານແບ່ງປັນໝາກຜົນອັນພົ້ນເດັ່ນໃນການເຄື່ອນໄຫວຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນໄລຍະຫວ່າງມໍ່ໆມານີ້?
ທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈຳຫວຽດນາມ: ນັບແຕ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນວັນທີ 22 ມີນາ ປີ 1973, ແບນຊິກ ໄດ້ກາຍເປັນໜຶ່ງໃນບັນດາປະເທດຝ່າຍຕາເວັນຕົກທຳອິດທີ່ລົງນາມໃນສັນຍາຮ່ວມມືພັດທະນາກັບຫວຽດນາມ.
ຕາມການເວລາ, ການພົວພັນລະຫວ່າງສອງປະເທດໄດ້ມີບາດກ້າວພັດທະນາທີ່ສໍາຄັນ. ການຮ່ວມມືດັ່ງກ່າວໄດ້ສະແດງໃຫ້ເຫັນໃນຫຼາຍຂົງເຂດ, ຄື: ກະສິກຳ, ວັດທະນະທຳ, ການສຶກສາ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາພະລັງງານ ແລະໂລຈິດສະຕິກສີຂຽວ, ຜ່ານນັ້ນປັບປຸງການພົວພັນທີ່ແໜ້ນແຟ້ນ ແລະຄວາມເຂົ້າໃຈລະຫວ່າງສອງປະເທດ.
    |
 |
ທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈຳຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ການພົວພັນດ້ານເສດຖະກິດສອງຝ່າຍໄດ້ມີບາດກ້າວພັດທະນາຢ່າງກ້າວກະໂດດຂັ້ນ, ສ່ວນໜຶ່ງແມ່ນຍ້ອນການເຕີບໂຕທີ່ໜ້າປະທັບໃຈຂອງເສດຖະກິດຫວຽດນາມ ໃນຫຼາຍທົດສະວັດຜ່ານມາ, ພ້ອມທັງສະແດງໃຫ້ເຫັນເຖິງການບືນຕົວຂຶ້ນຢ່າງແຂງແຮງຂອງວິສາຫະກິດແບນຊິກ ຢູ່ໃນຕະຫຼາດສາກົນ.
ນັບແຕ່ໄດ້ລົງນາມໃນສັນຍາຄູ່ຮ່ວມມືຍຸດທະສາດໃນຂົງເຂດກະສິກໍາໃນເດືອນຕຸລາ ປີ 2018, ຂະແໜງຜະລິດຕະພັນກະເສດ, ທັນຍາຫານ ໄດ້ກາຍເປັນໜຶ່ງໃນບັນດາເສົາຄ້ໍາຫຼັກແຫຼ່ງໃນການຮ່ວມມືລະຫວ່າງສອງປະເທດ.
ໃນຂົງເຂດທ່າກຳປັ່ນທາງທະເລ ແລະໂລຈິດສະຕິກ, DEEP C ແມ່ນກຸ່ມເຂດອຸດສາຫະກຳ ແລະທ່າກຳປັ່ນທາງທະເລໂດຍນັກລົງທຶນແບນຊິກພັດທະນາ ແລະບໍລິຫານຢູ່ນະຄອນຫາຍຟ່ອງ ແລະແຂວງກວາງນິງ. ຂ້າພະເຈົ້າຢາກເນັ້ນໜັກວ່າ ຢູ່ ຫວຽດນາມ, ແບນຊິກ ບໍ່ພຽງແຕ່ສວມບົດບາດເປັນນັກລົງທຶນເທົ່ານັ້ນ, ຫາກຍັງແມ່ນ “ປັດໃຈກະຕຸ້ນ” ເພື່ອຊຸກຍູ້ກະແສເງິນລົງທຶນ ຈາກຕ່າງປະເທດເຂົ້າຫວຽດນາມ.
ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຳໝັ້ນສັນຍາຮ່ວມຂອງສອງປະເທດໄດ້ສະແດງໃຫ້ເຫັນໂດຍຜ່ານການຮ່ວມມືທີ່ຕັ້ງໜ້າໃນການພັດທະນາເສດຖະກິດສີຂຽວ, ພະລັງງານສີຂຽວ ແລະໂລຈິດສະຕິກສີຂຽວ, ເພື່ອແນໃສ່ຫຼຸດຜ່ອນການຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.
ໃນຂົງເຂດວັດທະນະທຳ, ພວກຂ້າພະເຈົ້າໄດ້ແນະນຳວັດທະນະທຳຂອງແບນຊິກ ໃຫ້ປະຊາຊົນຫວຽດນາມ ຜ່ານຫຼາຍເຫດການ, ຄື: ງານບຸນອາຫານການກິນ ແລະເຄື່ອງດື່ມ ແລະການສາຍຮູບເງົາ ໂດຍຄະນະປະຕິບັດງານ Wallonie-Bruxelles (ປະຊາຄົມຊາວແບນຊິກ ເວົ້າພາສາຝຮັ່ງ) ຢູ່ ຫວຽດນາມ ຈັດຕັ້ງ.
ນັກຂ່າວ: ວັນທີ 5 ຕຸລາ ປີ 2023, ສະພາຕໍ່າແບນຊິກ ໄດ້ຮັບຮອງເອົາມະຕິໜູນຊ່ວຍຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ. ນີ້ແມ່ນລັດຖະສະພາແຫ່ງທຳອິດໃນໂລກ ທີ່ຮັບຮອງເອົາມະຕິກ່ຽວກັບບັນຫາດັ່ງກ່າວ. ທ່ານທູດໃຫ້ຂໍ້ສັງເກດຄືແນວໃດຕໍ່ເລື່ອງນີ້?
ທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈຳຫວຽດນາມ: ຂ້າພະເຈົ້າດີໃຈຫຼາຍເມື່ອຮູ້ວ່າ ມະຕິໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ ໄດ້ຮັບຮອງເອົາດ້ວຍອັດຕາບັດສະນັບສະໜູນຂາດຂັ້ນ, ກາຍເປັນມະຕິໜຶ່ງດຽວໃນທົ່ວໂລກ, ເພາະວ່າບໍ່ມີອົງການນິຕິບັນຍັດໃດຮັບຮອງເອົາເອກະສານທີ່ຄ້າຍຄືກັນນີ້.
ນີ້ແມ່ນສັນຍານທີ່ຕັ້ງໜ້າ, ປັບປຸງການສະໜັບສະໜູນຂອງແບນຊິກຕໍ່ຫວຽດນາມ ໃນບັນຫາດັ່ງກ່າວ, ໄດ້ສະແດງໃຫ້ເຫັນຈິດໃຈຮ່ວມມື ແລະຄວາມສະໜິດຕິດພັນລະຫວ່າງສອງປະເທດ. ມະຕິດັ່ງກ່າວຈະສ້າງພື້ນຖານໃຫ້ຄຳໝັ້ນສັນຍາແບບຍືນຍົງ, ພ້ອມທັງຊຸກຍູ້ໃຫ້ລັດຖະບານແບນຊິກ ເພີ່ມທະວີການຮ່ວມມືກັບຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ.
ນັກຂ່າວ: ແບນຊິກ ແລະ ຫວຽດນາມ ແມ່ນສະມາຊິກຂອງອົງການຝຣັ່ງໂກໂຟນີສາກົນ. ທ່ານຕີລາຄາຄືແນວໃດກ່ຽວກັບການຮ່ວມມືລະຫວ່າງສອງປະເທດໃນຂອບເຂດອົງການດັ່ງກ່າວ?
ທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈຳຫວຽດນາມ: ແບນຊິກ ເປັນປະເທດນໍາໃຊ້ສາມພາສາ, ດ້ວຍປະຊາກອນເກືອບ 60% ເວົ້າພາສາໂຮນລັງ, 40% ເວົ້າພາສາຝຣັ່ງ ແລະສ່ວນນ້ອຍເວົ້າພາສາເຢຍລະມັນ. ຍ້ອນຜ່ານອົງການຝຣັ່ງໂກໂຟນີສາກົນ ແບນຊິກ ຈຶ່ງໄດ້ສ້າງຂົວຕໍ່ອັນໜັກແໜ້ນກັບຫວຽດນາມ.
ທີ່ກອງປະຊຸມຄັ້ງທີ 12 ຂອງຄະນະກໍາມະການປະສົມປະຈໍາການລະຫວ່າງລັດຖະບານຫວຽດນາມ ແລະ ອົງການຝຣັ່ງໂກໂຟນີສາກົນຂອງແບນຊິກ, ເຂດ Wallonia ແລະ ຄະນະກຳມະການປະຊາຄົມຝຣັ່ງໂກໂຟນີເຂດນະຄອນຫຼວງ Brussels ໄດ້ຈັດຂຶ້ນໃນເດືອນພະຈິກ ປີ 2024 ຢູ່ Brussels, ສອງຝ່າຍໄດ້ເຫັນດີເປັນເອກະສັນຕໍ່ໂຄງການຮ່ວມມືໄລຍະ 2025-2027 ດ້ວຍ 17 ໂຄງການຮ່ວມມືຢ່າງມີປະສິດທິຜົນ ແລະແທດຈິງກວ່າ.
ໂຄງການນີ້ຈະມຸ່ງໄປເຖິງເປົ້າໝາຍລວມໃນຂົງເຂດບຸລິມະສິດເຊັ່ນ: ສຸຂະພາບຈິດ ແລະ ການແພດຄອບຄົວ, ການປົກປັກຮັກສາສິ່ງແວດລ້ອມ, ໂລຈິດສະຕິກ, ການບຳລຸງສ້າງຊັບພະຍາກອນມະນຸດ, ກະສິກຳແບບຍືນຍົງ, ການສອນພາສາຝຣັ່ງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄວ້າ ແລະ ນະວັດຕະກຳ.
ນັກຂ່າວ: ຂໍຮຽນທ່ານທູດ, ໃນໄລຍະຈະມາເຖິງ ໂອກາດໃດຈະເປີດອອກໃຫ້ແກ່ການພົວພັນຫວຽດນາມ-ແບນຊິກ, ພິເສດແມ່ນພາຍຫຼັງການຢ້ຽມຢາມທາງລັດຖະກິດຂອງເຈົ້າຊີວິດແຫ່ງລາຊະອານາຈັກ ແບນຊິກ ແລະພະມະເຫສີ?
ທ່ານ Karl Van den Bossche ເອກອັກຄະລັດຖະທູດແບນຊິກ ປະຈຳຫວຽດນາມ: ໃນການຢ້ຽມຢາມທາງລັດຖະກິດຄັ້ງນີ້, ຄາດວ່າ ຈະມີບົດບັນທຶກຊ່ວຍຈຳຫຼາຍສະບັບໄດ້ຮັບການລົງນາມລະຫວ່າງບັນດາມະຫາວິທະຍາໄລຂອງແບນຊິກ ແລະຫວຽດນາມ, ເປີດກາລະໂອກາດໃໝ່ໃຫ້ການຮ່ວມມືດ້ານວິຊາການສຶກສາ. ການຢ້ຽມຢາມຄັ້ງນີ້ເປັນຂີດໝາຍສຳຄັນໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະການສຶກສາ.
ພວກຂ້າພະເຈົ້າຈະໄປພ້ອມກັບເຈົ້າຊີວິດ ແລະພະມະເຫສີ ຢ້ຽມຢາມຫໍພິພິດທະພັນວັດຖຸພັນສົງຄາມນະຄອນໂຮ່ຈີມິນ, ຢ້ຽມຢາມເຂດວາງສະແດງກ່ຽວກັບຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ, ພົບປະກັບທ່ານນາງ ເຈີ່ນໂຕ໊ງາ ແລະ ຜູ້ປະສົບເຄາະຮ້າຍຊາວຫວຽດນາມ. ເນື່ອງໃນໂອກາດນີ້, ແບນຊິກ ຈະແນະນຳບາງມາດຕະການແກ້ໄຂດ້ານເຕັກໂນໂລຢີເພື່ອທຳຄວາມສະອາດທີ່ດິນທີ່ຕິດທາດພິດສີສົ້ມ ຢູ່ຫວຽດນາມ.
ສາມາດເວົ້າໄດ້ວ່າ ການຢ້ຽມຢາມທາງລັດຖະກິດຂອງເຈົ້າຊີວິດແຫ່ງລາຊະອານາຈັກ ແບນຊິກ ແລະພະມະເຫສີ ເປັນຂີດໝາຍສ້າງບາດກ້າວອັນສຳຄັນໃນການປັບປຸງການພົວພັນລະຫວ່າງສອງປະເທດ, ເປີດແງ່ຫວັງຮ່ວມມືໃໝ່ໃນຫຼາຍຂົງເຂດ, ໃນນັ້ນມີການສຶກສາ, ເສດຖະກິດ ແລະສິ່ງແວດລ້ອມ ດ້ວຍການກະທຳລະອຽດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ນັກຂ່າວ: ຂໍຂອບໃຈທ່ານທູດ!
ໂດຍ: ທູຈາງ