ຜ່ານການກວດກາຄືນ ແລະການລາຍງານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ທົ່ວປະເທດມີປະມານ 1.500 ໂຄງການພວມປະສົບກັບຄວາມຫຍຸ້ງຍາກ, ຕິດຂັດ, ຂຶ້ນກັບ 20 ໝວດບັນຫາທີ່ແຕກຕ່າງກັນ, ໃນນັ້ນມີທັງບັນດາໂຄງການລົງທຶນພາກລັດ, ໂຄງການລົງທຶນນອກງົບປະມານ ແລະບັນດາໂຄງການລົງທຶນຕາມຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ (PPP - Public - Private Partnership).

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນບັນດາໂຄງການທີ່ຍັງຄ້າງແມ່ນມີຄວາມໝາຍອັນໃຫຍ່ຫຼວງ, ທັງແກ້ໄຂສິ່ງອຸດຕັນ, ຄັດຂ້ອງຂອງປະຊາຊົນ ແລະວິສາຫະກິດ; ທັງແກ້ໄຂໄດ້ແຫຼ່ງກໍາລັງອັນໃຫຍ່ຫຼວງ, ສ້າງວຽກເຮັດງານທຳ ແລະຫາເງິນລ້ຽງຊີບໃຫ້ປະຊາຊົນຈາກບັນດາໂຄງການດັ່ງກ່າວ; ທັງສ້າງພູມພາບ, ອະນາໄມສິ່ງແວດລ້ອມ ແລະປະກອບສ່ວນຕ້ານການຟຸ່ມເຟືອຍຕາມການຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ. ສະນັ້ນ, ຕ້ອງແກ້ໄຂ ແລະເຂົ້າຂຸດຄົ້ນແຫຼ່ງກໍາລັງທີ່ມີຢູ່ແລ້ວໃນທັນທີ; ຜ່ານນັ້ນກໍ່ກໍານົດຄວາມຮັບຜິດຊອບຂອງໝູ່ຄະນະ ແລະບຸກຄົນຢ່າງຈະແຈ້ງ ເພື່ອແກ້ໄຂ, ປະກອບສ່ວນຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ ແລະຟຸ່ມເຟືອຍ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນສືບຕໍ່ກວດກາຄືນ, ຕີລາຄາ, ແບ່ງປະເພດບັນດາໂຄງການທີ່ຍັງຄ້າງ, ຂໍ້ຕິດຂັດ, ສະເໜີວິທີການແກ້ໄຂໃຫ້ເໝາະສົມ, ມີຄວາມເປັນໄປໄດ້, ມີປະສິດທິຜົນ; ລາຍງານຕໍ່ນາຍົກລັດຖະມົນຕີກ່ອນວັນທີ 10 ເມສາ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການສະເໜີທິດທາງແກ້ໄຂ, ບັນດາມາດຕະການທີ່ຍັງບໍ່ທັນມີຂໍ້ກໍານົດຂອງກົດໝາຍ, ສົ່ງໃຫ້ກະຊວງການເງິນ ແລະຫ້ອງວ່າການລັດຖະບານ ເພື່ອສັງລວມ ແລະລາຍງານຕໍ່ຄະນະຊີ້ນຳ.

ໂດຍ: ທະນາພອນ