ບຣາຊິນ ແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ຢູ່ອາເມລິກາລາຕິນ
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ພັກ, ລັດຫວຽດນາມ ຖື ບຣາຊິນ ເປັນສຳຄັນ, ຄູ່ຮ່ວມມືແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ຢູ່ພາກພື້ນອາເມລິກາລາຕິນ ແລະປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດໃໝ່ທີ່ໄດ້ສ້າງຕັ້ງລະຫວ່າງສອງປະເທດຢ່າງເລິກເຊິ່ງກວ້າງຂວາງກວ່າ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງວິໄສທັດ ແລະທິດທາງພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ, ພ້ອມທັງເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ, ຄື: ເສດຖະກິດ-ການຄ້າ, ກະສິກຳ, ພະລັງງານ, ການປ້ອງກັນຊາດ ກໍ່ຄືຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນ, ຮ່ວມມືດ້ານການສຶກສາ, ວັດທະນະທຳ, ກິລາ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ. ພາບ: qdnd.vn |
ສ່ວນທ່ານປະທານາທິບໍດີ Luiz Inácio Lula da Silva ຢືນຢັນວ່າ ຫວຽດນາມ ແມ່ນເພື່ອນມິດທີ່ໃກ້ຊິດສະໜິດສະໜົມ, ແມ່ນຄູ່ຮ່ວມມືສຳຄັນຂອງ ບຣາຊິນ ຢູ່ອາຊີ. ພິເສດທ່ານໄດ້ເນັ້ນໜັກວ່າ ສອງປະເທດຄວນສືບຕໍ່ແລກປ່ຽນເພື່ອກຳນົດປະເພດສິນຄ້າ, ຂົງເຂດຮ່ວມມືຢ່າງລະອຽດ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເໝາະສົມກັບຄວາມຕ້ອງການຂອງແຕ່ລະປະເທດ, ຜ່ານນັ້ນເປີດກວ້າງການຄ້າສອງຝ່າຍ, ມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າໃຫ້ບັນລຸ 15 ຕື້ໂດລາສະຫະລັດໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້, ການນຳສອງທ່ານກໍ່ເຫັນດີເປັນເອກະພາບຕໍ່ບັນດາທິດທາງສຳຄັນແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດທັງສອງຝ່າຍ ແລະຫຼາຍຝ່າຍ.
ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ບຣາຊິນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 28 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານາທິບໍດີ Luiz Inácio Lula da Silva ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດໍາເນີນການພົບປະເຈລະຈາ.
ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ Luiz Inácio Lula da Silva ມີຄວາມໝາຍສຳຄັນພິເສດພາຍຫຼັງທີ່ສອງປະເທດຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນເດືອນພະຈິກ 2024, ສະແດງໃຫ້ເຫັນການພົວພັນມິດຕະພາບ, ການຮ່ວມມືຢ່າງແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ສ້າງພະລັງແຮງຍົກລະດັບ ແລະຫັນຂອບເຂດການພົວພັນໃໝ່ໃຫ້ປະກົດຜົນເປັນຈິງ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn |
ສ່ວນທ່ານປະທານາທິບໍດີ Luiz Inácio Lula da Silva ເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ແນໃສ່ຢືນຢັນວ່າ ບຣາຊິນ ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ໃນນະໂຍບາຍພັດທະນາການພົວພັນກັບອາຊຽນ ແລະອາຊີ-ປາຊີຟິກ.
ຕີລາຄາສູງຄວາມສາມາດບົ່ມຊ້ອນການຮ່ວມມືທີ່ບໍ່ຈຳກັດລະຫວ່າງສອງປະເທດ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມມີ: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ພະລັງງານສະອາດ, ສຶກສາ-ບຳລຸງສ້າງ; ຕັ້ງໜ້າເຈລະຈາ, ລົງນາມໃນເອກະສານຮ່ວມມືເພື່ອແນໃສ່ເຮັດສຳເລັດກອບນິຕິກຳ, ປະກອບສ່ວນຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງສະດວກສະບາຍກວ່າ...
ສອງຝ່າຍກໍ່ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການຈັດຕັ້ງສາກົນ, ເວທີປາໄສຫຼາຍຝ່າຍ ແລະລະຫວ່າງພາກພື້ນ; ພ້ອມທັງ ຢືນຢັນວ່າຈະສະໜັບສະໜູນ ແລະປົກປັກຮັກສາຫຼັກໝັ້ນແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ.
ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານາທິບໍດີ Luiz Inácio Lula da Silva ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມ ແລະແລກປ່ຽນບັນດາເອກະສານຮ່ວມມືສອງຝ່າຍ.
ນໍາການຮ່ວມມືລະຫວ່າງ ຫວຽດນາມ-ບຣາຊິນ ໃນທຸກຂົງເຂດຂຶ້ນສູ່ລະດັບສູງໃໝ່
ຕອນບ່າຍວັນທີ 28 ມີນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ.
ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຍົກລະດັບ ແລະຫັນຂອບເຂດຄູ່ຮ່ວມມືຍຸດທະສາດໃຫ້ປະກົດຜົນເປັນຈິງ, ນຳການຮ່ວມມືໃນທຸກຂົງເຂດຂຶ້ນສູ່ລະດັບໃໝ່, ຕອບສະໜອງຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການພັດທະນາຂອງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານາທິບໍດີ Luiz Inácio Lula da Silva ໄດ້ສະແດງຄວາມຊົມເຊີຍເປັນພິເສດຕໍ່ເລື່ອງສອງຝ່າຍຫາກໍ່ລົງນາມໃນແຜນການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ບຣາຊິນ; ຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍທິດທາງ, ມາດຕະການທີ່ໄດ້ເຫັນດີເປັນເອກະພາບແນໃສ່ຫັນຂອບເຂດການພົວພັນໃໝ່ໄລຍະ 2025-2030 ໃຫ້ເປັນລະອຽດຕາມທິດມີປະສິດທິຜົນ, ແທດຈິງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ. ພາບ: qdnd.vn |
ທ່ານປະທານາທິບໍດີ Luiz Inácio Lula da Silva ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາທີ່ໜ້າປະທັບໃຈຂອງການຄ້າສອງຝ່າຍ ແລະຢືນຢັນຄືນໃໝ່ຄວາມຕັດສິນໃຈນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ໂດລາສະຫະລັດ ໃນປີ 2030.
ການນຳສອງທ່ານ ກໍ່ເຫັນດີເປັນເອກະພາບຈະຊຸກຍູ້ບັນດາຄະນະຜູ້ແທນຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດບຣາຊິນ ສືບຕໍ່ແລກປ່ຽນພາຍໃນ ແລະພາຍຫຼັງການຢ້ຽມຢາມຂອງທ່ານປະທານາທິບໍດີ Luiz Inácio Lula da Silva ເພື່ອຫັນຂໍ້ຕົກລົງສອງຝ່າຍຂັ້ນສູງໃຫ້ປະກົດຜົນເປັນຈິງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານາທິບໍດີ Luiz Inácio Lula da Silva ແບ່ງປັນທັດສະນະກ່ຽວກັບບາງບັນຫາສາກົນ, ເຫັນດີເປັນເອກະພາບສະໜັບສະໜູນຄວາມມານະພະຍາຍາມເພີ່ມທະວີລັກສະນະປະສິດທິຜົນ, ປະຊາທິປະໄຕ, ກະຈ່າງແຈ້ງຂອງກົນໄກການບໍລິຫານທົ່ວໂລກ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ.
ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດບຣາຊິນ
ຕອນບ່າຍວັນທີ 28 ມີນາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Luiz Inácio Lula da Silva ປະທານາທິບໍດີບຣາຊິນ. ພາບ: qdnd.vn |
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກຍູ້ແຮງການພົວພັນມິດຕະພາບ, ການຮ່ວມມືກັບ ບຣາຊິນ. ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນການສ້າງຕັ້ງ ແລະຫັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ບຣາຊິນ ໃຫ້ເປັນລະອຽດ, ນໍາການຮ່ວມມືໃນຂົງເຂດຕ່າງໆເຂົ້າສູ່ລວງເລິກ, ຕອບສະໜອງຄວາມຕ້ອງການພັດທະນາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ; ສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກຍູ້ແຮງການພົວພັນກັບສະພາແຫ່ງຊາດ ບຣາຊິນ ເພື່ອປະກອບສ່ວນປັບປຸງພື້ນຖານການພົວພັນລະຫວ່າງສອງປະເທດ, ພ້ອມທັງຕັ້ງໜ້າສົມທົບກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍຢູ່ພາກພື້ນ ແລະສາກົນເຊິ່ງສອງປະເທດລ້ວນແຕ່ເປັນສະມາຊິກ.
ການນຳສອງທ່ານ ເຫັນດີເປັນເອກະພາບເພີ່ມທະວີການພົບປະຂັ້ນສູງ ແລະທຸກຂັ້ນ, ລະຫວ່າງການນຳຂັ້ນສູງສະພາແຫ່ງຊາດ, ລະຫວ່າງສະມາຊິກລັດຖະສະພາ, ບັນດາອົງການຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກສະພາແຫ່ງຊາດຍິງ, ສະມາຊິກລັດຖະສະພາໜຸ່ມ, ຊຸກຍູ້ການແລກປ່ຽນບົດຮຽນດ້ານວິຊາສະເພາະໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະຕັດສິນບັນດາບັນຫາສຳຄັນຂອງປະເທດ.
ໂດຍ: ເຈິ່ນຮວ່ຽນ