ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ
ກປ.ອອນໄລ - ຕອນເຊົ້າວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (22-1-1975 / 22-1-2025) ແລະຮັບຫຼຽນໄຊແຮງງານຊັ້ນ 1. ເຂົ້າຮ່ວມມີສະຫາຍກໍາມະການສູນກາງພັກ: ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ; ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ.
ເມື່ອຫວນຄືນວິວັດການສ້າງຕັ້ງ ແລະພັດທະນາຂອງສະມາຄົມ, ທ່ານນາງ ຫງວຽນທິແທັງ ແບ່ງປັນວ່າ ສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມັງກອນ 1975, ເຊິ່ງແມ່ນຈຸດເວລາການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນສອງປະເທດກ້າວເຂົ້າສູ່ໄລຍະຕັດສິນເພື່ອກ້າວໄປເຖິງໄຊຊະນະຢ່າງສົມບູນ. ນີ້ແມ່ນແຜນນະໂຍບາຍໃຫຍ່, ແມ່ນຂໍ້ລິເລີ່ມທີ່ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກ ແລະລັດຫວຽດນາມ ແນໃສ່ປັບປຸງ ແລະເສີມຂະຫຍາຍການພົວພັນບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ, ປະກອບສ່ວນກໍ່ສ້າງພື້ນຖານການຮ່ວມມືຍາວນານ, ໝັ້ນແກ່ນລະຫວ່າງສອງຊາດ ແລະປະຊາຊົນສອງປະເທດ.
    |
 |
ສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ແລະຮັບຫຼຽນໄຊແຮງງານຊັ້ນ I. ພາບ: ຫ໋ຽນມີງ |
ນັບແຕ່ໄດ້ຮັບການສ້າງຕັ້ງມາຮອດປັດຈຸບັນ, ສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ຍາມໃດກໍ່ໃກ້ຊິດຕິດແທດກັບແຜນນະໂຍບາຍ, ແນວທາງຂອງພັກ ແລະລັດ, ປ່ຽນແປງໃໝ່ເນື້ອໃນ, ຮູບການ, ວິທີການເຄື່ອນໄຫວທີ່ເໝາະສົມກັບຄະຕິທຳ, ຈຸດປະສົງຂອງສະມາຄົມ ແລະແຕ່ລະໄລຍະປະຫວັດສາດຂອງປະເທດ ແລະການພົວພັນ ຫວຽດນາມ-ກໍາປູເຈຍ ເປັນປະຈຳ. ສະມາຄົມຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຖະແຫຼງຂ່າວ, ໂຄສະນາ, ຖືນີ້ແມ່ນໜ້າທີ່ຈຸດສຸມແຖວໜ້າ, ຊ່ວຍປະຊາຊົນທຸກຊັ້ນຄົນຂອງສອງປະເທດ ແລະເພື່ອນມິດສາກົນເຂົ້າໃຈຢ່າງຈະແຈ້ງກ່ຽວກັບແນວຄິດສັນຕິພາບ, ມິດຕະພາບຂອງຫວຽດນາມ, ຮັບຮູ້ຄວາມໝາຍ ແລະຄຸນຄ່າຂອງໄຊຊະນະໃນວັນທີ 7 ມັງກອນ 1979 ຢ່າງຖືກຕ້ອງ, ແມ່ນຂີດໝາຍປະຫວັດສາດໃນການພົວພັນຫວຽດນາມ-ກໍາປູເຈຍ, ປະຕິເສດຖ້ອຍທຳນອງທີ່ເສກສັ້ນປັ້ນແຕ່ງ, ປົກປັກຮັກສາຮູບພາບອັນຊອບທໍາຂອງຫວຽດນາມ-ກໍາປູເຈຍ.
ຮັບຮູ້ ແລະຕີລາຄາສູງຕໍ່ການປະກອບສ່ວນຂອງສະມາຄົມທຸກຂັ້ນໃນໄລຍະ 50 ປີ ຜ່ານມາ, ພັກ, ລັດ ຫວຽດນາມ ແລະພະບາດສົມເດັດພະບໍລົມມະນຽດ, ລັດຖະບານ ແຫ່ງ ລາຊະອານາຈັກ ກຳປູເຈຍ ໄດ້ມອບລາງວັນອັນສູງສົ່ງຫຼາຍຢ່າງໃຫ້ສະມາຄົມ.
ເນື່ອງໃນໂອກາດນີ້, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນ I ໃຫ້ສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ.
ໂດຍ: ເຈິ່ນຮວ່ຽນ