ຫວຽດນາມ ຮຽກຮ້ອງເພີ່ມທະວີການຮ່ວມມືກັບສາກົນໃນການຕ້ານ ແລະສະກັດກັ້ນອາດຊະຍາກຳເຕັກໂນໂລຢີສູງ
ກປ.ອອນໄລ - ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໂດຍທ່ານ ຕະກວາງຂາຍ ຮອງຫົວໜ້າ ນໍາໜ້າໄປເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບນິຕິວິທະຍາສາດ ຄັ້ງທີ 16 ແລະກອງປະຊຸມສາກົນກ່ຽວກັບອຳນາດນິຕິບັນຍັດ, ກົດໝາຍ ແລະສັງຄົມ ຄັ້ງທີ 4 ຢູ່ນະຄອນຫຼວງຂອງ ກູບາ ແຕ່ວັນທີ 24-28 ມີນາ.
ທີ່ກອງປະຊຸມຄົບຄະນະ, ທ່ານພົນຕີ ຕະກວາງຂາຍ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານສູນກາງຫວຽດນາມ ເນັ້ນໜັກວ່າ ກອງປະຊຸມສາກົນກ່ຽວກັບນິຕິວິທະຍາສາດ ແລະອຳນາດນິຕິບັນຍັດ, ກົດໝາຍ ແລະສັງຄົມຢູ່ກູບາ ແມ່ນເວທີປາໄສເພື່ອຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນປະສົບການ ແລະເພີ່ມທະວີຄວາມເຂົ້າໃຈລະຫວ່າງບັນດາປະເທດ; ອົການໄອຍະການປະຊາຊົນສູງສຸດຫວຽດນາມ ຕີລາຄາສູງຄວາມໝາຍຂອງກົນໄກຂອງກອງປະຊຸມ, ພິເສດແມ່ນໃນສະພາບທີ່ອຳນາດນິຕິບັນຍັດ ແລະກົດໝາຍນັບມື້ນັບມີມາດຖານສຳຄັນຂອງພື້ນຖານຕຸລາການ ສີວິໄລ, ປະຊາທິປະໄຕ ແລະເພື່ອຜູ້ຄົນ.
    |
 |
ທ່ານພົນຕີ ຕະກວາງຂາຍ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານສູນກາງຫວຽດນາມ ປະກອບຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຕະກວາງຂາຍ ແບ່ງປັນວ່າ ໃນສະພາບການຫັນເປັນໂລກາພິວັດ ແລະການປະຕິວັດອຸດສາຫະກຳ ຄັ້ງທີ 4, ເຕັກໂນໂລຢີດີຈີຕອນໄດ້ກາຍເປັນກຳລັງໜູນພັດທະນາເສດຖະກິດ-ສັງຄົມ; ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຫຼີກລ້ຽງບໍ່ໄດ້, ຊ່ວຍໃຫ້ຫວຽດນາມ ແລະບັນດາປະເທດກໍາລັງພັດທະນາຮັດແຄບຊ່ອງຫວ່າງກັບໂລກ, ພ້ອມກັນນັ້ນກໍຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງຄຸນນະພາບຂອງຊີວິດ.
ເຖິງຢ່າງໃດກໍ່ຕາມ, ການພັດທະນາຂອງເຕັກໂນໂລຢີບໍ່ພຽງແຕ່ນໍາເອົາກາລະໂອກາດມາໃຫ້ເທົ່ານັ້ນ, ຫາກຍັງວາງອອກສິ່ງທ້າທາຍ, ພິເສດແມ່ນການເພີ່ມຂຶ້ນຂອງອາດຊະຍາກໍາເຕັກໂນໂລຢີສູງ. ອາດຊະຍາກຳປະເພດໃໝ່ນັບມື້ນັບມີຄວາມແນບນຽນ ແລະຫັນປ່ຽນຢ່າງບໍ່ຢຸດຢັ້ງ, ບັນດາເປົ້າໝາຍອາດຊະຍາກຳໄດ້ສວຍໃຊ້ ແລະຂຸດຄົ້ນບັນດາເຕັກໂນໂລຢີ ແລະເຕັກນິກທີ່ທັນສະໄໝເພື່ອປະຕິບັດການລະເມີດຢ່າງແນບນຽນ, ມີເລ່ລ່ຽມກວ່າ; ແລະບໍ່ພຽງແຕ່ຢູ່ໃນຜືນແຜ່ນດິນຂອງປະເທດດຽວເທົ່ານັ້ນຫາກຍັງຂ້າມຊາຍແດນ, ຂ້າມຊາດອີກດ້ວຍ.
    |
 |
ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດຫວຽດນາມ ເຮັດວຽກກັບອົງການໄອຍະການສູງສຸດກູບາ. ພາບ: ສໍານັກຂ່າວສານຫວຽດນາມ |
ຕໍ່ໜ້າສະພາບການຕົວຈິງດັ່ງກ່າວ, ທ່ານ ຕະກວາງຂາຍ ສະເໜີໃຫ້ບັນດາອົງການຕຸລາການ, ໃນນັ້ນມີອົງການໄອຍະການບັນດາປະເທດ ຕ້ອງຍູ້ແຮງການຮ່ວມມື, ແບ່ງປັນບົດຮຽນປະສົບການໃນການປ້ອງກັນ, ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳເຕັກໂນໂລຢີສູງ; ພ້ອມທັງເນັ້ນໜັກວ່າ ການຊ່ວຍເຫຼືອເຊິ່ງກັນ ແລະກັນດ້ານຍຸຕິທຳທາງອາຍາແມ່ນຊ່ອງທາງຮ່ວມມືສາກົນທີ່ສຳຄັນ ເພື່ອຊ່ວຍເກັບກຳຫຼັກຖານ ແລະຊີ້ແຈ້ງການກະທໍາລະເມີດກົດໝາຍຂ້າມຊາດ.
ທ່ານ ຕະກວາງຂາຍ ຢືນຢັນວ່າ ອົງການໄອຍະການປະຊາຊົນສູດສຸດຫວຽດນາມ ປາດຖະໜາຢາກເປີດກວ້າງການຮ່ວມມື ແລະ ລົງນາມໃນສັນຍາຊ່ວຍເຫຼືອດ້ານກົດໝາຍ ເຊິ່ງກັນ ແລະກັນດ້ານຍຸຕິທຳທາງອາຍາ ກັບບັນດາປະເທດໃນພາກພື້ນອາເມລິກາລາຕິນ, ພ້ອມແລ້ວທີ່ຈະຮ່ວມມືກັບບັນດາອົງການກ່ຽວຂ້ອງຂອງບັນດາປະເທດໃນການຕ້ານ ແລະສະກັດກັ້ນອາດຊະຍາກຳເຕັກໂນໂລຢີສູງ ເພື່ອແນໃສ່ປະກອບສ່ວນກໍ່ສ້າງເຄືອຂ່າຍອິນເຕີແນັດໃນທົ່ວໂລກໃຫ້ມີຄວາມປອດໄພ ແລະປອດໃສ.
ໂດຍ: ທູຈາງ