ທີ່ການສົນທະນາທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຮ່ວມມືກັບ ສ.ເກົາຫຼີ ເປັນສໍາຄັນ ແລະປາດຖະໜາຢາກພ້ອມກັບ ສ.ເກົາຫຼີ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ. ພ້ອມທັງສະເໜີສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ຊຸກຍູ້ການຮ່ວມມືດ້ານການຄ້າສອງຝ່າຍໃຫ້ບັນລຸເປົ້າໝາຍຍົກວົງເງິນການຄ້າໃຫ້ຂຶ້ນເຖິງ 100 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ; ຊຸກຍູ້ວິສາຫະກິດສ.ເກົາຫຼີ ມາລົງທຶນ ແລະເປີດກວ້າງຂອບຂະໜາດການລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດທີ່ ສ.ເກົາຫຼີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດ Cho Tae Yul ໄດ້ເຫັນດີເປັນເອກະພາບຕໍ່ຄວາມເອົາໃຈໃສ່ ແລະຂໍ້ສະເໜີທິດທາງໃຫຍ່ຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ກ່ຽວກັບການພົວພັນສອງຝ່າຍໃນໄລຍະຈະມາເຖິງ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງ ສ.ເກົາຫຼີ ຢູ່ພາກພື້ນ; ປາດຖະໜາວ່າ ສອງຝ່າຍສືບຕໍ່ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ, ຍົກສູງປະສິດທິຜົນກົນໄກຮ່ວມມືທີ່ມີຢູ່ແລ້ວ, ໃນນັ້ນມີບັນດາການເຈລະຈາປະຈຳປີລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດກ່ຽວກັບການກວດກາຄືນການປະຕິບັດໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ທີ່ໄດ້ລົງນາມໃນເດືອນ ມິຖຸນາ 2023.

ໂດຍ: ເຈິ່ນຮວ່ຽນ