* ຕ້ອນຮັບທ່ານ Antonios Papakostas ເອກອັກຄະລັດຖະທູດ ເກຣັກ ປະຈໍາຫວຽດນາມ, ທ່ານປະທານປະເທດ ໄດ້ຊົມເຊີຍທ່ານ Antonios Papakostas ທີ່ມາຮັບໜ້າທີ່ການທູດ ຢູ່ຫວຽດນາມ; ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານ ທ່ານເອກອັກຄະລັດຖະທູດ ຈະເສີມຂະຫຍາຍບົດບາດເປັນຂົວຕໍ່ໃຫ້ເປັນຢ່າງດີ, ປະກອບສ່ວນຕັ້ງໜ້າ, ເພີ່ມພູນຄູນສ້າງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ເກຣັກ ກວ່າອີກ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Antonios Papakostas ເອກອັກຄະລັດຖະທູດ ເກຣັກ ປະຈໍາ ຫວຽດນາມ. ພາບ: qdnd.vn |
ທ່ານ ເລືອງເກື່ອງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນການຄ້າລະຫວ່າງສອງປະເທດ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ; ຫວັງວ່າ ສອງຝ່າຍຈະສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ; ສະເໜີ ເກຣັກ ຊ່ວຍຊຸກຍູ້ບັນດາປະເທດອີຢູ ອື່ນ ໃຫ້ສັດຕະຍາບັນ EVIPA ໂດຍໄວ; ສະໜັບສະໜູນ ແລະຊຸກຍູ້ຄະນະກໍາມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສໍາລັບສິນໃນນໍ້າຫວຽດນາມ, ຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ຊາວປະມົງຫວຽດນາມ ນັບແສນຄົນ ແລະຕອບສະໜອງຜົນປະໂຫຍດຂອງຜູ້ບໍລິໂພກເອີລົບ.
ທ່ານ ເລືອງເກື່ອງ ຕີລາຄາສູງຕໍ່ເລື່ອງສອງປະເທດ ໄດ້ຮ່ວມມືຢ່າງຕັ້ງໜ້າ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສ ແລະອົງການຈັດຕັ້ງສາກົນເປັນປະຈໍາ; ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ສະຫະປະຊາຊາດ, ອົງການຢູແນດສໂກ, ຊຸກຍູ້ການພົວພັນ ອາຊຽນ-ອີຢູ.
ຂອບໃຈທ່ານປະທານປະເທດຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານ Antonios Papakostas ຫວັງວ່າ ໃນອາຍຸການປະຕິບັດງານຂອງຕົນ, ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດກວ່າອີກ.
* ຕ້ອນຮັບທ່ານນາງ Camila Maria Polo Florez ເອກອັກຄະລັດຖະທູດ ໂກລົມບີ ປະຈໍາຫວຽດນາມ, ທ່ານ ເລືອງເກື່ອງ ເຊື່ອໝັ້ນວ່າ ທ່ານນາງ Camila Maria Polo Florez ຈະມີການປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ແລະມິດຕະພາບ ຫວຽດນາມ-ໂກລົມບີ ຕາມທິດໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນກວ່າອີກ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາຂອງສອງພາກພື້ນ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບ ທ່ານນາງ Camila Maria Polo Florez ເອກອັກຄະລັດຖະທູດ ໂກລົມບີ ປະຈໍາຫວຽດນາມ ເຂົ້າຍື່ນສານຕາຕັ້ງ. ພາບ: qdnd.vn |
ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນວິວັດການສັນຕິພາບ ຢູ່ໂກລົມບີ ແລະປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາຢູ່ສອງພາກພື້ນ ແລະໃນໂລກ. ທ່ານປະທານປະເທດ ຫວັງວ່າ ສອງຝ່າຍຈະຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງເປັນປະຈໍາ, ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສສາກົນ, ພິເສດແມ່ນ ສປຊ.
ຂອບໃຈທ່ານ ເລືອງເກື່ອງ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານນາງ Camila Maria Polo Florez ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ; ຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ ໂກລົມບີ ໃນວິວັດການສ້າງສັນຕິພາບ. ທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ລັດຖະບານ ໂກລົມບີ, ພິເສດແມ່ນທ່ານປະທານາທິບໍດີ Gustavo Petro ມີຄວາມສົນໃຈທີ່ສຸດເຖິງການພັດທະນາຂອງຫວຽດນາມ ແລະສະແດງຄວາມນິຍົມນັບຖືຕໍ່ຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນວິວັດການປ່ຽນແປງໃໝ່ ແລະສ້າງສາປະເທດ.
* ຕ້ອນຮັບທ່ານນາງ Nubiela Ayala Modes ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປານາມາ ປະຈໍາຫວຽດນາມ, ທ່ານປະທານປະເທດຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນຕໍ່ຖານະບົດບາດ, ທີ່ຕັ້ງຂອງປານາມາ ຢູ່ພາກພື້ນອາເມລິກາ ກາງ ແລະອາເມລິກາ ລາຕິນ; ປາດຖະໜາຢາກປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຍົກສູງປະສິດທິຜົນການພົວພັນຮ່ວມມື, ພິເສດແມ່ນເສດຖະກິດ-ການຄ້າ, ການລົງທຶນ, ວັດທະນະທໍາ ແລະການພົບປະແລກປ່ຽນປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ສອງພາກພື້ນ ແລະໃນໂລກ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Nubiela Ayala Modes ເອກອັກຄະລັດຖະທູດ ປານາມາ ປະຈໍາຫວຽດນາມ ເຂົ້າຍື່ນສານຕາຕັ້ງ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ສະເໜີໃຫ້ທ່ານນາງ Nubiela Ayala Modes ສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຊຸກຍູ້ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະປານາມາ ໃນທຸກຂົງເຂດ, ພິເສດແມ່ນການເມືອງ-ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ກໍຄື ສົມທົບກັນຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ.
ທ່ານນາງ Nubiela Ayala Modes ຢັ້ງຢືນວ່າ ທ່ານນາງ ຮູ້ສຶກປະທັບໃຈກັບພື້ນຖານວັດທະນະທໍາທີ່ມີມາແຕ່ດົນນານຂອງຫວຽດນາມ ແລະຍາມໃດກໍມີອາລົມຈິດອັນພິເສດຕໍ່ປະເທດ ແລະຊາວຫວຽດນາມ, ບ່ອນທີ່ ທ່ານນາງ ເຄີຍດໍາລົງຊີວິດ ແລະເຮັດວຽກ. ທ່ານນາງ Nubiela Ayala Modes ຢັ້ງຢືນວ່າ ໃນອາຍຸການປະຕິບັດງານຂອງຕົນ, ທ່ານນາງ ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງສອງປະເທດ ຢ່າງມີປະສິດທິຜົນ.
* ຕ້ອນຮັບເອກອັກຄະລັດຖະທູດ ສາທາລະນະລັດ Liberia, ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ Congo, ເອກອັກຄະລັດຖະທູດ ສາທາລະນະລັດ Congo, ເອກອັກຄະລັດຖະທູດ ສາທາລະນະລັດ Burundi, ເອກອັກຄະລັດຖະທູດ ສາທາລະນະລັດ ປອກຕຸຍການ, ເອກອັກຄະລັດຖະທູດ ສາທາລະນະລັດ ເອກະພາບ Tanzania, ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ເຫດການນີ້ ໄດ້ສ້າງຂີດໝາຍໃໝ່ໃນການພັດທະນາຂອງການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ ທີ່ບັນດາເອກອັກຄະລັດຖະທູດ ເປັນຜູ້ຕາງໜ້າ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ 6 ທ່ານ ທີ່ຄວບຕໍາແໜ່ງ ປະຈໍາຢູ່ຫວຽດນາມ. ພາບ: qdnd.vn |
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກັບເອກອັກຄະລັດຖະທູດບັນດາປະເທດ 6 ທ່ານ ທີ່ຄວບຕໍາແໜ່ງ ປະຈໍາຢູ່ຫວຽດນາມ. ພາບ: qdnd.vn |
ພ້ອມກັນແບ່ງປັນເປົ້າໝາຍນໍາການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດ ຂຶ້ນສູ່ລະດັບສູງໃໝ່, ທ່ານປະທານປະເທດ ຫວັງວ່າ ບັນດາເອກອັກຄະລັດຖະທູດ ຈະພ້ອມກັບຫວຽດນາມ ເປີດຄວາມສາມາດບົ່ມຊ້ອນຮ່ວມມືກວ່າອີກ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ, ເພື່ອກໍານົດທິດ ແລະສ້າງກໍາລັງແຮງໃໝ່ໃຫ້ແກ່ການພົວພັນ, ພ້ອມກັນຮຽນຮູ້ ແລະແບ່ງປັນບົດຮຽນໃນວິວັດການພັດທະນາປະເທດ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ໂດຍສະເພາະແມ່ນໃນຂົງເຂດທີ່ສາມາດເພີ່ມເຕີມໃຫ້ກັນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ.
ທ່ານປະທານປະເທດ ຫວັງວ່າ ໃນອາຍຸການຂອງຕົນ ບັນດາເອກອັກຄະລັດຖະທູດ ຈະເຮັດບົດບາດ “ເປັນຂົວຕໍ່” ມິດຕະພາບ ແລະການຮ່ວມມືໃຫ້ເປັນຢ່າງດີ, ເພີ່ມພູນຄູນສ້າງ, ພັດທະນາການພົວພັນກວ່າອີກລະຫວ່າງຫວຽດນາມ ກັບບັນດາປະເທດ ທີ່ມີບັນດາເອກອັກຄະລັດຖະທູດ ເປັນຜູ້ຕາງໜ້າ.
ໂດຍ: ໄຊຊະນະ