ໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົ່ງເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ມີຕອນຂຽນວ່າ:

“ໃນຕະຫຼອດ 95 ປີຜ່ານມາ, ພັກກອມມູນິດຫວຽດນາມ ໂດຍ ປະທານໂຮ່ຈີມິນ ເປັນຜູ້ສ້າງຕັ້ງຂຶ້ນ, ນໍາພາ ດ້ວຍແນວທາງທີ່ຖືກຕ້ອງ, ສະຫຼາດສ່ອງໃສ, ປະດິດສ້າງ, ເດັດດ່ຽວ, ນຳການປະຕິວັດຫວຽດນາມ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ຍາດໄດ້ໄຊຊະນະອັນສະຫງ່າລາສີໃນພາລະກິດຕໍ່ສູ້ກູ້ຊາດ, ຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແລະລັດທິຈັກກະພັດຮຸກຮານ ເພື່ອອິດສະຫຼະພາບ ແລະເອກະລາດແຫ່ງຊາດ ກໍ່ຄືຍາດໄດ້ໄຊຊະນະອັນຍິ່ງໃຫຍ່, ຮອບດ້ານໃນການປະຕິວັດປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975. ພິເສດ, ພາຍຫຼັງເກືອບ 40 ປີແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ອ້າຍນ້ອງ ຍາດໄດ້ຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດເຊິ່ງໄດ້ປະກອບສ່ວນເຮັດໃຫ້ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ມີສະຖຽນລະພາບດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂັ້ມແຂງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ເສດຖະກິດພັດທະນາຢ່າງວ່ອງໄວ ແລະຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ບົດບາດ ແລະທີ່ຕັ້ງຂອງພັກກອມມູນິດຫວຽດນາມ ແລະສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນັບມື້ນັບໂດດເດັ່ນໃນພາກພື້ນ ແລະສາກົນ.

ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ, ເສີມຂະຫຍາຍມູນເຊື້ອປະຕິວັດອັນສະຫງ່າລາສີ ແລະບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານນັ້ນ, ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະກະກຽມຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໃຫ້ສໍາເລັດ.

leftcenterrightdel
ພາບປະກອບ: congan.com.vn

ເນື່ອງໃນໂອກາດອັນສຳຄັນ ແລະມີຄວາມໝາຍສຳຄັນນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ມີປະສິດທິຜົນ ແລະທັນການສໍາລັບພາລະກິດປະຕິວັດຂອງລາວ ໃນຕະຫຼອດໄລຍະຜ່ານມາ. ພັກ, ລັດ ແລະປະຊາຊົນລາວ ຈະສືບຕໍ່ພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ຫາຍາກ, ຍືນຍົງ ແລະແຕກດອກອອກໝາກເພື່ອຜົນປະໂຫຍດລວມຂອງສອງຊາດ ກໍ່ຄືປະກອບສ່ວນເຂົ້າໃນການກໍ່ສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ”.

ໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສົ່ງເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ມີຕອນຂຽນວ່າ:

“ໃນຕະຫຼອດ 95 ປີຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ສາມັກຄີ, ນຳພາປະຊາຊົນຫວຽດນາມ, ປະຕິບັດການທ້ອນໂຮມປະເທດຊາດເປັນເອກະພາບໄດ້ຢ່າງມີໄຊ ແລະປົດປ່ອຍຊາດ, ບັນລຸໄດ້ຜົນງານອັນສະຫງ່າລາສີ ແລະເປັນໜ້ານິຍົມນັບຖືໃນພາລະກິດກໍ່ສ້າງສັງຄົມນິຍົມ ແລະປ່ຽນແປງໃໝ່. ພິເສດ, ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ມາຮອດປະຈຸບັນ, ພັກກອມມູນິດຫວຽດນາມ ໄດ້ສຸມໃສ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ; ສະພາບການການເມືອງ-ສັງຄົມຂອງຫວຽດນາມ ມີສະຖຽນລະພາບ, ສະຫງົບສຸກ, ເສດຖະກິດພັດທະນາຢ່າງແຂງແຮງ, ຖານະບົດບາດສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ປະຈຸບັນ, ພັກ ແລະປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງສູນກາງພັກກອມມູນິດຫວຽດນາມ ໂດຍ ສະຫາຍເລຂາທິການໃຫຍ່ ໂຕເລິມ ເປັນຜູ້ນຳໜ້າ, ພວມມານະພະຍາຍາມປະຕິບັດບັນດາເປົ້າໝາຍ ແລະໜ້າທີ່ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ວາງອອກ; ສູ້ຊົນຢ່າງບໍ່ຢຸດຢັ້ງເພື່ອມຸ່ງໄປເຖິງເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ, ສະຖາປະນາປະເທດ ສສ ຫວຽດນາມ, ມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ໃຫ້ສຳເລັດ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ເປົ້າໝາຍຂອງສະຫາຍ ຈະບັນລຸໄດ້ຢ່າງແນ່ນອນ...”

ຈົດໝາຍອວຍພອນຂອງສະຫາຍ Hun Sen ປະທານພັກປະຊາຊົນກໍາປູເຈຍ ສົ່ງເຖິງສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ມີຕອນຂຽນວ່າ:

“ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ໃນນາມພັກປະຊາຊົນກໍາປູເຈຍ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນຢ່າງເລິກເຊິ່ງ ແລະອົບອຸ່ນທີ່ສຸດມາຍັງສະຫາຍ ໂຕເລິມ ແລະການນຳພັກກອມມູນິດຫວຽດນາມ ໝົດທຸກຄົນ.

ຂ້າພະເຈົ້າ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງບໍ່ຢຸດຢັ້ງຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານໃນທຸກຂົງເຂດລະຫວ່າງພັກ, ລັດຖະບານ ແລະປະຊາຊົນສອງປະເທດ ຕາມທິດນຳ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນຖືກຕ້ອງ ແລະສະຫຼາດສ່ອງໃສຂອງສະຫາຍເລຂາທິການໃຫຍ່, ພັກກອມມູນິດຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ແລະຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໃນຕົ້ນປີ 2026 ປະສົບຜົນສໍາເລັດ.

ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ສະຫາຍເລຂາທິການໃຫຍ່ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ນຳພາປະເທດຫວຽດນາມ ກາຍເປັນປະເທດມີລາຍຮັບສູງໃນປີ 2045”.

ໂດຍ: ເຈິ່ນຮວ່ຽນ