ນັກຊ່ຽວຊານລາວ:
ການນຳພາຂອງພັກ ແມ່ນປັດໃຈຕັດສິນໄຊຊະນະຂອງການປະຕິວັດຫວຽດນາມ
ກປ.ອອນໄລ - ໃນຕະຫຼອດໄລຍະ 95 ປີຜ່ານມາ, ພັກກອມມູນິດຫວຽດນາມ ໄດ້ນຳພາການປະຕິວັດຈາກໄຊຊະນະນິີ້
ໄປສູ່ໄຊຊະນະອື່ນ, ນຳປະຊາຊົນຫວຽດນາມ ຫຼຸດພົ້ນອອກຈາກແອກປົກຄອງ, ການຂູດຮີດ ແລະເປັນເຈົ້າຂອງປະເທດຊາດຢ່າງແທດຈິງ, ເປີດສັງກາດປະຫວັດສາດໃໝ່ຂອງຊາດ ກ້າວໄປຂຶ້ນສັງຄົມນິຍົມເທື່ອລະກ້າວ... ນັ້ນແມ່ນຄຳຢັ້ງຢືນຂອງນັກຊ່ຽວຊານ ແລະ ນັກຄຸ້ມຄອງຢູ່ລາວ - ຜູ້ທີ່ເຄີຍດຳລົງຊີວິດ, ຮໍ່າຮຽນສຶກສາ ແລະຄົ້ນຄວ້າຢູ່ຫວຽດນາມ ມາເປັນເວລາຫຼາຍປີ.
ປອ ດາວສະຫວັນ ເຄືອມີໄຊ, ຮອງຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ ຢືນຢັນວ່າ: ການສ້າງຕັ້ງພັກກອມ ມູນິດຫວຽດນາມ ປີ 1930 ແມ່ນເຫດການຈຳເປັນ ເດັດຂາດພາວະວິໄສ, ແມ່ນການສົມທົບລະຫວ່າງຂະບວນການຮັກຊາດ, ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະລັດທິມາກ-ເລນິນ.
|
|
ປອ ດາວສະຫວັນ ເຄືອມີໄຊ, ຮອງຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ແລ້ວ, ປັດໃຈສຳຄັນທີ່ຊ່ວຍໃຫ້ພັກກອມມູນິດຫວຽດນາມ ຍາມໃດກໍ່ຮັກສາບົດບາດນຳພາການປະຕິວັດ ກ່ອນອື່ນໝົດແມ່ນການໝູນໃຊ້ລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ ເຂົ້າສູ່ເງື່ຶືອນໄຂ ແລະສະພາບຕົວຈິງຂອງຫວຽດນາມ ຢ່າງຖືກຕ້ອງ ແລະ ປະດິດຄິດສ້າງໃນແຕ່ລະໄລຍະ. ທີສອງແມ່ນພັກກອມມູນິດຫວຽດນາມ ໄດ້ຍຶດໝັ້ນຖືເອົາປະຊາຊົນເປັນກົກໃນການຂົນຂວາຍປະຊາຊົນທຸກຊັ້ນວັນນະລຸກຮື້ຂຶ້ນຕີສັດຕູ.
ການວາງອອກແນວທາງຖືກຕ້ອງ, ທັນການ, ເໝາະສົມກັບເງື່ອນໄຂ ແລະສະພາບການແມ່ນປັດໄຈສຳຄັນເພື່ອໃຫ້ການປະຕິວັດຍາດໄດ້ໄຊຊະນະ, ຜ່ານນັ້ນຍົກສູງບົດບາດຂອງພັກກອມມູນິດຫວຽດນາມ. ຄຽງຂ້າງນັ້ນ, ຍາມໃດກໍ່ຍຶດໝັ້ນຕໍ່ເປົ້າໝາຍເພື່ອຊີວິດການເປັນຢູ່ອີ່ມໜໍາສໍາລານ, ຮັ່ງມີ, ມີຄວາມຜາສຸກຂອງປະຊາຊົນ, ປົດປ່ອຍປະຊາຊົນອອກຈາກແອກປົກຄອງ, ໄດ້ຊ່ວຍໃຫ້ພັກກອມມູນິດຫວຽດນາມ ຍາມໃດກໍ່ຮັກສາບົດບາດນຳພາການປະຕິວັດ.
ໃນຂະນະນັ້ນ, ທ່ານ ພອນຄໍາ ສີສົມພັນ ພະນັກງານວິຊາການຂອງວາລະສານອະລຸນໃໝ່ ສັງກັດຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຢືນຢັນວ່າ ໃນກິດຈະການປ່ຽນແປງໃໝ່ຂອງຫວຽດນາມ ໃນປະຈຸບັນ, ພັກກອມມູນິດຫວຽດນາມ ສວມບົດບາດສຳຄັນທີ່ສຸດ ໃນການນຳພາ, ຊີ້ນຳ ແລະ ວາງອອກແຜນນະໂຍບາຍ, ແນວທາງ ແລະນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງຂອງຍຸກສະໄໝ ເພື່ອນຳປະເທດຫວຽດນາມ ໃຫ້ພັດທະນາຢ່າງແຂງແຮງ; ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາອະທິປະໄຕໄວ້ໃຫ້ໝັ້ນຄົງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.
ໂດຍ: ທູຈາງ