ໜັງສືພິມຊາວໜຸ່ມ ແມ່ນໜັງສືພິມສະບັບທໍາອິດ, ແມ່ນອົງການກະບອກສຽງ ຂອງສະຫະພັນຊາວໜຸ່ມປະຕິວັດຫວຽດນາມ - ອົງການຕົ້ນກໍາເນີດຂອງພັກກອມມູນິດຫວຽດນາມ ໂດຍ ຫງວຽນອ໊າຍກວກ ກໍ່ຕັ້ງ, ພິມຈຳໜ່າຍເປັນພາສາຫວຽດ, ສະບັບທຳອິດ ລົງໃນວັນທີ 21 ມິຖຸນາ ປີ 1925, ການກໍາເນີດຂອງສື່ມວນຊົນປະຕິວັດ ປຽບເໝືອນດັ່ງສິ່ງຈຳເປັນຢ່າງເດັດຂາດຂອງປະຫວັດສາດ, ຕອບສະໜອງຄວາມຕ້ອງການອັນຮີບດ່ວນຂອງວິວັດການຂົນຂວາຍການສ້າງຕັ້ງພັກກອມມູນິດຫວຽດນາມ. ຈາກໜັງສືພິມໄດ້ຮັບການຈັດດ້ານເນື້ອໃນ ແລະພິມຢູ່ຕ່າງປະເທດ, ແລ້ວສົ່ງກັບບ້ານຢ່າງປິດລັບ, ສື່ມວນຊົນປະຕິວັດ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະພັດທະນາໄປຄຽງຄູ່ກັບຂະບວນການປະຕິວັດ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ກາຍເປັນລະບົບສື່ມວນຊົນທີ່ມີຄວາມຫຼາກຫຼາຍກ່ຽວກັບຮູບການ, ເນື້ອໃນອຸດົມສົມບູນ, ນັບມື້ນັບທັນສະໄໝ ດ້ານເຕັກໂນໂລຢີ, ຕອບສະໜອງຄວາມຕ້ອງການພາຍໃນປະເທດ ນັບມື້ນັບໄດ້ດີກວ່າ, ອິດທິພົນຊື່ສຽງຍິ່ງເປີດກວ້າງຕື່ມ, ຍົກລະດັບຂຶ້ນໃນຂອບເຂດສາກົນ.

leftcenterrightdel
ຜູ້ອ່ານ ຢ໊ຽມຊົມຮ້ານວາງສະແດງ ຂອງກຸ່ມສື່ມວນຊົນກອງທັບ ໃນງານວາງສະແດງສື່ມວນຊົນທົ່ວປະເທດ 2024 ທີ່ຈັດຕັ້ງ ຢູ່ນະຄອນ ໂຮ່ຈີມິນ. ພາບ: ຊວັນເກື່ອງ

ໃນຕະຫຼອດໄລຍະ 100 ແຫ່ງການພັດທະນາ, ສື່ມວນຊົນໄດ້ຮ່ວມເດີນທາງພ້ອມກັບຊົນຊາດ ນັບແຕ່ໃນການຕໍ່ສູ້ອັນດຸເດືອດ, ເສຍສະຫຼະເພື່ອໂຄ່ນລົ້ມແອກປົກຄອງຂອງລ່າເມືອງຂຶ້ນຝຣັ່ງ, ຕໍ່ສູ້ຕ້ານຈັກກະພັດຍີ່ປຸ່ນ ແລະອາເມລິກາ, ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ ກໍ່ຄືໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ ເພື່ອຄວາມຜາສຸກຂອງປະຊາຊົນ, ສ້າງໜ້າປະຫວັດສາດອັນສະຫງ່າລາສີ, ເປັນໜ້າພາກພູມໃຈ. ໃນສະພາບທີ່ຫຍຸ້ງຍາກລໍາບາກ ແລະ ຮ້າຍແຮງທີ່ສຸດພາຍໃຕ້ການປົກຄອງຂອງກົງຈັກຕຳຫຼວດ, ນັກສອດແນມລ່າເມືອງຂຶ້ນຝຣັ່ງ ໄດ້ສົມທົບກັບສັກດີນາ, ປະຕິການ ຫຼືໃນສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດອາເມລິກາ ທີ່ຍືດເຍື້ອຍາວນານ ແລະຫຍຸ້ງຍາກລຳບາກ, ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ສື່ມວນຊົນປະຕິວັດ ໄດ້ກາຍເປັນອາວຸດຕໍ່ສູ້, ເປັນເຄື່ອງມືໂຄສະນາ, ປຸກລະດົມ, ຈັດຕັ້ງ ແລະນຳພາການປະຕິວັດຂອງພັກ, ຄືດັ່ງຄໍາຢັ້ງຢືນຂອງປະທານໂຮ່ຈີມິນ. ໃນທຸກໆໄລຍະແຫ່ງການຕໍ່ສູ້ປະຕິວັດ, ໃນທຸກເງື່ອນໄຂ, ສະພາບແວດລ້ອມສັງຄົມ, ສື່ມວນຊົນປະຕິວັດລ້ວນແຕ່ມີໜ້າ, ໂຄສະນາເຜີຍແຜ່ລັດທິມາກ-ເລນິນ, ປຸກລຸກມະຫາຊົນໃນການຕໍ່ສູ້ ຫຼື ໂຄສະນາແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ, ຂົນຂວາຍປະຊາຊົນໃນພາລະກິດປົດປ່ອຍຊາດ, ສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ.

ກ່ອນທີ່ພັກກອມມູນິດຫວຽດນາມ ກໍາເນີດ, ໜັງສືພິມຫຼາຍສະບັບ ໄດ້ພິມຈຳໜ່າຍຢ່າງປິດລັບໃນທົ່ວປະເທດ ເຊັ່ນ: ຄ້ອນຕີກ່ຽວ, ທຸງກອມມູນິດ, ມວນມະນຸດ; ບັນດາໜັງສືພິມຢູ່ທ້ອງຖິ່ນຄື: ດາວແດງຢູ່ຫາຍຟ່ອງ, ແສງຮຸ່ງອາລຸນ ຢູ່ນາມດິ້ງ,  ໂບນເຊວິກ ຢູ່ພາກກາງ... ຫຼືຢູ່ຕ່າງປະເທດມີໜັງສືພິມຕ່າງໆ ຄື: ແດງ, ກຳມະກອນຊາວນາ, ທະຫານປະຕິວັດ, ດົ່ງແທັງ...

ໃນໄລຍະ 1930-1945, ໜັງສືພິມຂອງບັນດາອົງການຈັດຕັ້ງພັກ ໄດ້ຈໍາໜ່າຍຢູ່ໃນທຸກພາກຂອງປະເທດຄື: La Lutte, Le Travail, ມະຫາຊົນ, ຂ່າວສານ, ຊີວິດປະຈຸບັນ, ຮວງເຂົ້າ, ປະຊາຊົນ... ປີ 1941, ຜູ້ນຳ ຫງວຽນອ໊າຍກວກ ໄດ້ກັບຄືນບ້ານ ເພື່ອຊີ້ນຳການປະຕິວັດໂດຍກົງ, ໄດ້ຊີ້ນຳການຈຳໜ່າຍ ໜັງສືພິມຫວຽດນາມເອກະລາດ. ພ້ອມກັບໜັງສືພິມຫວຽດນາມເອກະລາດ ຍັງມີໜັງສືພິມສະບັບຕ່າງໆຄື: ປົດປ່ອຍ, ກູ້ຊາດ, ທຸງປົດປ່ອຍ, ວາລະສານກອມມູນິດ, ແຮງງານ, ... ໄດ້ຮັບການຈຳໜ່າຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກະກຽມໃຫ້ການບຸກໂຈມຕີຄັ້ງໃຫຍ່.

leftcenterrightdel
ຜູ້ອ່ານ ຢ໊ຽມຊົມຮ້ານວາງສະແດງ ຂອງກຸ່ມສື່ມວນຊົນກອງທັບ ໃນງານວາງສະແດງສື່ມວນຊົນທົ່ວປະເທດ 2024 ທີ່ຈັດຕັ້ງ ຢູ່ນະຄອນ ໂຮ່ຈີມິນ. ພາບ: ຊວັນເກື່ອງ

ບັນດາອົງການສື່ມວນຊົນຄື: ຊື້ເທິດ, ປະຊາຊົນ, ສິລະປະ, ກອງທັບປະຊາຊົນ, ປະຊາຊົນພາກໃຕ້, ວິທະຍຸກະຈາຍສຽງຫວຽດນາມ, ວິທະຍຸກະຈາຍສຽງພາກໃຕ້... ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ໜັງສືພິມ “ປົດປ່ອຍ” ຄື: ກອງທັບປົດປ່ອຍ, ສິລະປະປົດປ່ອຍ, ແມ່ຍິງປົດປ່ອຍ, ວິທະຍຸປົດປ່ອຍ... ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ, ແມ່ນແຫຼ່ງຂໍ້ມູນຂ່າວສານທາງການ, ສໍາຄັນ ແລະແມ່ນເຄື່ອງໂຄສະນາ, ປຸກລະດົມຂົນຂວາຍ ແລະນໍາພາການປະຕິວັດຂອງພັກ.

ພາຍຫຼັງສັນຍາເຊີແນວ ປີ 1954, ພາກເໜືອໄດ້ຮັບການປົດປ່ອຍ ແລະເລີ່ມກ້າວເຂົ້າສູ່ການກໍ່ສ້າງສັງຄົມນິຍົມ. ພາຍໃຕ້ການນຳພາຂອງພັກ, ລະບົບສື່ມວນຊົນພັດທະນາຢ່າງວ່ອງໄວ. ຮອດປີ 1962, ຢູ່ພາກເໜືອ ມີນັກຂ່າວ 1.500 ກວ່າຄົນ ທີ່ເຮັດວຽກຢູ່ໃນ 120 ອົງການສື່ມວນຊົນ. ພາຍຫຼັງວັນທີ 5 ສິງຫາ ປີ 1964, ຈັກກະພັດອາເມລິກາ ໄດ້ປຸກລະດົມສົງຄາມທຳລາຍຢູ່ພາກເໜືອ. ໃນສະພາບການຕົວຈິງ, ສື່ມວນຊົນຢູ່ພາກເໜືອຍັງໄດ້ຜ່ານຜ່າສິ່ງທ້າທາຍອັນຮ້າຍກາດ ເພື່ອຮັກສາບົດບາດເປັນຂົວຕໍ່ລະຫວ່າງພັກ, ລັດ ກັບປະຊາຊົນ, ຮັບໃຊ້ໜ້າທີ່ທັງຕໍ່ສູ້ທັງຜະລິດ,  ທັງເປັນແນວໜ້າໃນການຕ້ານການທໍາລາຍ ທັງເປັນແນວຫຼັງໃຫ້ສະໜາມຮົບພາກໃຕ້.

ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ສື່ມວນຊົນປະຕິວັດຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໃນໄລຍະ 100 ປີແຫ່ງການຮ່ວມເດີນທາງພ້ອມກັບຊົນຊາດ.  ຈາກໜັງສືພິມຂະໜາດນ້ອຍ, ກໍາເນີດເກີດຂຶ້ນໃນການຕໍ່ສູ້ປະຕິວັດ, ດ້ວຍການພິມທີ່ປະຖົມປະຖານ, ຖືກປາບປາມ, ໄລ່ລ່າ, ກໍ່ການຮ້າຍ ຫຼື ຖືກຄວບຄຸມ ແລະ ສະກັດກັ້ນບໍ່ໃຫ້ເວົ້າຄວາມຈິງ, ສື່ມວນຊົນປະຕິວັດຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ, ໃນທົ່ວປະເທດມີ 6 ອົງການສື່ມວນຊົນຫຼາຍພາຫະນະ,  127 ອົງການສື່ມວນຊົນ, 671 ອົງການວາລະສານ, 72 ອົງການວິທະຍຸກະຈາຍສຽງ, ໂທລະພາບ, 78 ຊ່ອງກະຈາຍສຽງ ພາຍໃນປະເທດ, 194 ຊ່ອງໂທລະພາບພາຍໃນປະເທດ ແລະ 45 ຊ່ອງໂທລະພາບຕ່າງປະເທດ  ທີ່ສະໜອງການບໍລິການຈ່າຍເງິນ. ມີປະມານ 41.000 ຄົນ ທີ່ພວມເຄື່ອນໄຫວຢູ່ໃນລະບົບສື່ມວນຊົນ. ນັ້ນຍັງບໍ່ທັນເວົ້າເຖິງປະຊາກອນເກືອບ 80% ນໍາໃຊ້ສະມາດໂຟນ ເພື່ອເຂົ້າເຖິງຂໍ້ມູນໃນແຕ່ລະວັນ.

ໃນປະຫວັດສາດ 100 ປີຂອງສື່ມວນຊົນປະຕິວັດຫວຽດນາມ, ຖັນແຖວນັກຂ່າວແມ່ນ “ນັກຮົບປະຕິວັດທີ່ນໍາໃຊ້ປາກກາ, ໜ້າເຈ້ຍເປັນອາວຸດແຫຼມຄົມ” ເພື່ອຮັບໃຊ້ປະຊາຊົນ, ຮັບໃຊ້ການປະຕິວັດຢ່າງແທ້ຈິງ” ຕາມຄຳຕັກເຕືອນບອກສອນຂອງປະທານ ໂຮ່ຈີມິນ. ເພິ່ນເປັນຜູ້ກໍ່ຕັ້ງພື້ນຖານສື່ນວນຊົນປະຕິວັດຫວຽດນາມ, ໄດ້ຈັດຕັ້ງການເຄື່ອນໄຫວຂອງໜັງສືພິມນັບສິບສະບັບ ແລະ ຂຽນຂ່າວໂດຍກົງໃນຕະຫຼອດຊີວິດເຄື່ອນໄຫວປະຕິວັດຂອງຕົນ.

100 ປີແຫ່ງການຮ່ວມເດີນທາງພ້ອມກັບຊົນຊາດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສື່ມວນຊົນປະຕິວັດຫວຽດນາມ ບໍ່ພຽງແຕ່ແມ່ນພະຍານຫຼັກຖານປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນຂົວຕໍ່ລະຫວ່າງພັກ ແລະ ປະຊາຊົນຢ່າງແທ້ຈິງ; ເປັນອາວຸດອັນແຫຼມຄົມໃນການຕໍ່ສູ້ເພື່ອເອກະລາດ ແລະອິດສະຫຼະພາບຂອງຊາດ; ແມ່ນເຄື່ອງມືທີ່ມີປະສິດທິຜົນຂອງກິດຈະການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເປັນພາກສ່ວນໜຶ່ງທີ່ສ້າງຂຶ້ນ, ເຊິ່ງບໍ່ສາມາດຕັດແຍກອອກຈາກພາລະກິດປະຕິວັດ ພາຍໃຕ້ການນຳພາຂອງພັກ. ປະທານໂຮ່ຈີມິນ ພ້ອມດ້ວຍນັກຂ່າວປະຕິວັດລຸ້ນຕ່າງໆ ໄດ້ທຸ້ມເທເຫື່ອແຮງ, ອອກແຮງງານປະດິດສ້າງ, ດ້ວຍກໍາລັງເຫື່ອແຮງ, ເລືອດເນື້ອຂອງຕົນ ເພື່ອສ້າງຂຶ້ນປະຫວັດສາດອັນສະຫງ່າລາສີ ຂອງພື້ນຖານສື່ມວນຊົນປະຕິວັດ, ພື້ນຖານສື່ມວນຊົນສູ້ຮົບ, ເຕັມໄປດ້ວຍມະນຸດສະທຳ ແລະສີສັນຫວຽດນາມ; ໄດ້ປະບົດຮຽນອັນລໍ້າຄ່າໄວ້ໃຫ້ພວກເຮົາ. ນັ້ນແມ່ນທຶນຮອນ ແລະ ເຄື່ອງສຳພາລະອັນລ້ຳຄ່າທີ່ສຸດເພື່ອໃຫ້ສື່ມວນຊົນຫວຽດນາມ ຮ່ວມເດີນທາງພ້ອມກັບຊົນຊາດ, ປະເທດຊາດ, ສືບຕໍ່ສ້າງຄວາມສຳເລັດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ໂດຍ: ທູຈາງ