ຕອນເຊົ້າວັນທີ 01 ກຸມພາ, ຢູ່ແຂວງ ບິ່ງເຍືອງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງນະຄອນ ໂຮ່ຈີມິນ - ທູເຍົາໝົດ - ເຈີນແທັງ, ຕອນໄປຜ່ານແຂວງ ບິ່ງເຍືອງ ມີລວງຍາວກວ່າ 52 ກມ. ໂຄງການໄດ້ປະກອບສ່ວນຫັນເປົ້າໝາຍກໍ່ສ້າງເສັ້ນທາງຄວາມໄວສູງ 5.000 ກມ ເຊິ່ງພັກ ແລະລັດຖະບານໄດ້ວາງອອກໃນໄລຍະ 2021 – 2030.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ບິ່ງເຍືອງ ສຸມໃສ່ຊີ້ນຳນັກລົງທຶນ, ຜູ້ໃຫ້ຄຳປຶກສາ ແລະ ບັນດານັກປະມູນຢ່າງຂ້ຽວຂາດ ແລະຕ້ອງເສີມຂະຫຍາຍຈິດໃຈໜ້າທີ່ຄວາມຮັບຜິດຊອບຢ່າງສູງສຸດ, ຜັນຂະຫຍາຍຮັບປະກັນໂຄງການໃຫ້ຖືກຕາມຄວາມຄືບໜ້າ, ມີຄຸນນະພາບ, ປອດໄພ, ເຕັກນິກ, ຮັກສາອະນາໄມສິ່ງແວດລ້ອມ. ທ່ານຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງປະຕິບັດຢ່າງຂ້ຽວຂາດໃນການບໍລິຫານ, ຄຸ້ມຄອງຄຸນນະພາບ, ຄວາມຄືບໜ້າ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນຕະຫຼອດໄລຍະປະຕິບັດໂຄງການ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ເປັນສັກຂີພິຍານແຂວງ ບິ່ງເຍືອງ ມອບຂໍ້ຕົກລົງການລົງທຶນກໍ່ສ້າງ 7 ໂຄງການເຮືອນຢູ່ສັງຄົມ, ດ້ວຍຍອດຈຳນວນເງິນເກືອບ 8.500 ຕື້ດົ່ງ (ເກືອບ 340 ລ້ານ ໂດລາສະຫະລັດ).

ໂດຍ: ກວຽດເຕິມ