ຄະນະປະທານກອງປະຊຸມສໍາມະນາມີບັນດາສະຫາຍກໍາມະການກົມການເມືອງ: ພົນເອກ ປອ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ຫງວຽນຈ້ອງເຫງັຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ສຈ.ປອ ຫງວຽນຊວນຖັ໋ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ. ພາບ: qdnd.vn

ເຂົ້າຮ່ວມຄະນະປະທານມີທ່ານ ພົນໂທ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະບັນດາສະຫາຍກໍາມະການສູນກາງພັກ: ພົນໂທ ປອ ເລຮຸຍວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາກອງປະຊຸມສໍາມະນາ; ພົນໂທ ເຈິ່ນກວກຕໍ້, ຮອງລັດຖະມົນຕີກະຊວງຕໍາຫຼວດ. ເຂົ້າຮ່ວມຄະນະປະທານ ຍັງມີບັນດາສະຫາຍ: ຮວ່າງຊວນແອ໊ງ, ປະທານຄະນະກໍາມະການປະຊາຊົນແຂວງກາວບັ່ງ; ພົນຈັດຕະວາ ປອ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ).

leftcenterrightdel
ຄະນະປະທານກອງປະຊຸມສໍາມະນາ. ພາບ: qdnd.vn

ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານພົນເອກ ຟານວັນຢາງ ຊີ້ແຈ້ງວ່າ ກ່ອນນີ້ 80 ປີ, ວັນທີ 22 ທັນວາ 1944, ຢູ່ເຂດປ່າລະຫວ່າງສອງຕາແສງ ຮວ່າງຮວາຖ໋າມ ແລະເຈິ່ນຮຶງດ້າວ ຂຶ້ນກັບເມືອງງວຽນບິ່ງ, ແຂວງກາວບັ່ງ (ປັດຈຸບັນແມ່ນຕາແສງ ຕາມກິມ, ເມືອງງວຽນບິ່ງ, ແຂວງກາວບັ່ງ), ກອງທະຫານໂຄສະນາປົດປ່ອຍ ຫວຽດນາມ - ກອງທະຫານກໍາລັງຫຼວງທໍາອິດຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການສ້າງຕັ້ງຕາມຄໍາສັ່ງຂອງຜູ້ນໍາ ໂຮ່ຈີມິນ.

ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ພາຍໃຕ້ການນໍາພາ, ຊີ້ນໍາ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງພັກເຮົາ ເຊິ່ງນໍາໜ້າແມ່ນປະທານ ໂຮ່ຈີມິນ, ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, 80 ປີຜ່ານມາ, ກອງທັບເຮົາເຕີບໃຫຍ່ຂະຫຍາຍຕົງຢ່າງບໍ່ຢຸດຢັ້ງ, ຮັກສາ ແລະເສີມຂະຫຍາຍທາດແທ້, ມູນເຊື້ອທະຫານລຸງໂຮ່, ປະຕິບັດພາລະບົດບາດແມ່ນກອງທະຫານສູ້້້ຮົບ, ກອງທະຫານປະຕິບັດງານ ແລະກອງທະຫານອອກແຮງງານທໍາການຜະລິດ ໄດ້ເປັນຢ່າງດີ, ປະຕິບັດສໍາເລັດທຸກໜ້າທີ່ ທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄໍາເຫັນຊີ້ນໍາກອງປະຊຸມສໍາມະນາ. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາກອງປະຊຸມສໍາມະນາ, ທ່ານປະທານປະເທດ ເລືອງເກື່ອງ ຢັງຢືນວ່າ 80 ປີຜ່ານມາພາຍໃຕ້ການນໍາພາເດັດຂາດ, ໂດຍກົງຮອບດ້ານຂອງພັກ, ການຄຸ້ມຄອງລວມສູນ, ເປັນເອກະພາບຂອງລັດ, ການປະສານສົມທົບໂດຍກົງຮອບດ້ານຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ, ຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ການສືບ ທອດ, ເສີມຂະຫຍາຍມູນເຊື້ອຮັກຊາດ ແລະສິລະປະຍຸດການທະຫານຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ແຕ່ເໜືອຮອດໃຕ້ຂອງປະເທດຫວຽດນາມ ແລະເຮັດໜ້າທີ່ສາກົນ ໃນດິນແດນປະເທດເພື່ອນບ້ານ, ຕີເອົາຊະນະພວກລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາ ແລະອິດທິກໍາລັງມາຮຸກຮານ, ເປັນປໍລະປັກ, ສ້າງຂີດໝາຍໃນປະຫວັດສາດ ດ້ວຍບັນດາຜົນງານດັງກ້ອງກັງວານ... 

ລາຍງານທີ່ກອງປະຊຸມສໍາມະນາ, ທ່ານພົນໂທ ຈິ້ງວັນກວຽດ ເນັ້ນໜັກວ່າ ກອງປະຊຸມສໍາມະນາເພື່ອແນໃສ່ຄົ້ນຄວ້າ, ເຮັດແຈ້ງ ແລະຢັ້ງຢືນຜົນງານສໍາຄັນໃນ 80 ປີແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ ແລະຍາດເອົາຊະນະຂອງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ; ຜ່ານນັ້ນເສີມຂະຫຍາຍຄຸນຄ່າອັນໃຫຍ່ຫຼວງ, ບັນດາບົດຮຽນອັນລໍ້າຄ່າແມ່ນສຸດທີ່ຈໍາເປັນ ແລະມີຄວາມໝາຍທາງດ້ານທິດສະດີ ແລະພຶດຕິກໍາຕົວຈິງ...

ພັກນໍາພາ - ປັດໄຈຕັດສິນທຸກໄຊຊະນະຂອງກອງທັບ

ຄະນະຈັດຕັ້ງກອງປະຊຸມສໍາມະນາໄດ້ຮັບບົດລາຍງານ, ບົດປະກອບຄໍາເຫັນຈໍານວນ 100 ກວ່າບົດ. ບັນດາບົດປະກອບຄໍາເຫັນ ຢັ້ງຢືນວ່າ ໃນຕະຫຼອດໄລຍະ 80 ປີແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ ແລະຍາດເອົາໄຊຊະນະ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍເປັນກໍາລັງຫຼັກແຫຼ່ງແກ່ນສານພ້ອມກັບທົ່ວພັກ, ທົ່ວປວງຊົນສ້າງເປັນໄຊຊະນະດັງ ກ້ອງກັງວານໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະປົກປັກຮັກສາປະເທດຊາດ. ໄຊຊະນະນັ້ນແມ່ນການເຕົ້ມໂຮມຫຼາຍປັດໄຈ, ໃນນັ້ນການນໍາພາເດັດຂາດ, ໂດຍກົງຮອບດ້ານຂອງພັກ ຕໍ່ກັບກອງທັບແມ່ນປັດໄຈທີ່ມີຄວາມໝາຍຕັດສິນ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ລາຍງານທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ນັບແຕ່ໄດ້ຮັບການກໍາເນີດ ແລະໃນຕະຫຼອດວິວັດແຫ່ງການນໍາພາການປະຕິວັດຫວຽດນາມ, ພັກເຮົາ ຍາມໃດກໍໝູນໃຊ້ລັດທິມາກ-ເລນິນ, ແນວຄິດ ໂຮ່ຈີມິນ ກ່ຽວກັບການກໍ່ສ້າງກອງທັບແບບໃໝ່, ສອດຄ່ອງກັບສະພາບການ ແລະເງື່ອນໄຂລະອຽດຂອງຫວຽດນາມ; ພ້ອມທັງຢັ້ງຢືນລັກສະນະຈໍາເປັນຕ້ອງຈັດຕັ້ງ, ນໍາພາ ເພື່ອໃຫ້ກອງທັບກາຍເປັນກໍາລັງຫຼັກແຫຼ່ງແກ່ນສານເພື່ອໃຫ້ທົ່ວປວງຊົນຕີສັດຕູ, ປະຕິບັດພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ຢ່າງມີໄຊ.

ປະຕິບັດແນວທາງການປະຕິວັດ, ແນວທາງການທະຫານ, ແນວທາງສົງຄາມປະຊາຊົນ ແລະປ້ອງກັນຊາດທົ່ວປວງຊົນຂອງພັກ, ກອງທັບປະຊາຊົນຫວຽດນາມ ໄດ້ພັດທະນາຈາກບໍ່ມີຫຍັງຫາມີ, ຈາກນ້ອຍຫາໃຫຍ່, ນັບມື້ນັບເຂັ້ມແຂງ, ພ້ອມແລ້ວທັບມ້າງທຸກກົນອຸບາຍ ແລະການກະທໍາລະເມີດເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ.

ມູນເຊື້ອສະຫງ່າອົງອາດ, ພາລະກິດສະຫງ່າລາສີຂອງກອງທະຫານປະຕິວັດ

ໃນບັນດາບົດປະກອບຄໍາເຫັນທີ່ສົ່ງເຖິງກອງປະຊຸມສໍາມະນາ, ຫຼາຍບົດປະກອບຄໍາເຫັນ ໄດ້ຢັ້ງຢືນທາດແທ້ປະຕິວັດອັນສູງສົ່ງ, ມູນເຊື້ອສະຫງ່າອົງອາດ, ພາລະກິດສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ຢ່າງເລິກເຊິ່ງ; ພ້ອມທັງເນັ້ນໜັກວ່າ ຕ້ອງຮັກສາ ແລະເສີມຂະຫຍາຍວັດທະນະທໍາ, ຄຸນທາດທະຫານລຸງໂຮ່ ໃນສະໄໝໃໝ່. ຫຼາຍບົດປະກອບຄໍາເຫັນຢັ້ງຢືນ ແລະເຮັດແຈ້ງທາດແທ້ອັນສູງສົ່ງທະຫານລຸງໂຮ່ ແມ່ນການສືບຕໍ່ ແລະເສີມຂະຫຍາຍມູນເຊື້ອຮັກຊາດ, ວັດທະນະທໍາປົກປັກຮັກສາປະເທດ, ຕ້ານສັດຕູຕ່າງດ້າວຂອງຊົນຊາດຫວຽດນາມ ເຊິ່ງພະນັກງານ, ນັກຮົບລຸ້ນຕ່າງໆໄດ້ປັບປຸງ ແລະເສີມຂະຫຍາຍ, ກາຍເປັນຄຸນລັກສະນະສະເພາະຂອງກອງທະຫານປະຕິວັດທີ່ມາຈາກປະຊາຊົນ, ເພື່ອປະຊາຊົນຕໍ່ສູ້.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: qdnd.vn

ບັນດາຜົນງານອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ໃນພາລະກິດປະຕິວັດຂອງພັກ ແລະຂອງຊາດ ໄດ້ປະກອບສ່ວນພັດທະນາພື້ນຖານສິລະປະຍຸດການທະຫານທີ່ເປັນເອກະລັກສະເພາະຂອງຫວຽດນາມ; ພ້ອມທັງເພີ່ມພູນຄູນສ້າງ, ສ້າງວັດທະນະທໍາ, ຄຸນທາດທະຫານລຸງໂຮ່ - ສັນຍາລັກອັນສູງສົ່ງຂອງພົນທະຫານປະຕິວັດ, ວັດທະນະທໍາທີ່ເປັນເອກະລັກສະເພາະ, ສີສັນພິເສດ.

ຢັ້ງຢືນບົດບາດຫຼັກແຫຼ່ງແກ່ນສານໃນການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ

ພ້ອມກັບການຢັ້ງຢືນ ແລະເຮັດໃຫ້ມູນເຊື້ອສະຫງ່າອົງອາດ, ພາລະກິດອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ໃນຕະຫຼອດໄລຍະ 80 ປີທີ່ຜ່ານມາເລິກເຊິ່ງກວ່າ, ບັນດາບົດປະກອບຄໍາເຫັນກໍຢັ້ງຢືນຄວາມໝາຍ, ຜົນງານຂອງວັນບຸນປ້ອງກັນຊາດທົ່ວປວງຊົນ, ຂອງ “ທ່າຮົບໃນໃຈປະຊາຊົນ” ແລະບົດບາດຫຼັກແຫຼ່ງແກ່ນສານຂອງກອງທັບປະຊາຊົນໃນການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ໃຫ້ໝັ້ນຄົງເຂັ້ມແຂງ.

leftcenterrightdel
ສະຫາຍ ຫງວຽນຈ້ອງເຫງັຍ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ກ່ຽວກັບການກໍ່ສ້າງ “ທ່າຮົບໃນໃຈປະຊາຊົນ”, ຫຼາຍບົດປະກອບຄໍາເຫັນຢັ້ງຢືນວ່າ: ໃນຕະຫຼອດໄລຍະປະຫວັດສາດຂອງຊາດ, “ທ່າຮົບໃນໃຈປະ ຊາຊົນ” ຍາມໃດກໍແມ່ນປັດໄຈສໍາຄັນແຖວໜ້າ, ສ້າງເປັນກໍາລັງແຮງສັງລວມດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອປະຕິບັດບັນດາເປົ້າໝາຍປະຕິວັດ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຄວາມໝັ້ນຄົງແຫ່ງຊາດ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງມີໄຊ. ໃນໄລຍະການປະຕິວັດໃນປັດຈຸບັນ, ການກໍ່ສ້າງ “ທ່າຮົບໃນໃຈປະຊາຊົນ” ແມ່ນບັນຫາທີ່ມີລັກສະນະຍຸດທະສາດ, ທົ່ວປວງຊົນ, ຮອບດ້ານ, ເປັນປະຈໍາ, ຕໍ່ເນື່ອງ, ມີຄວາມເປັນເອກະພາບສູງລະຫວ່າງ “ເຈດຈໍານົງຂອງພັກ” ແລະແນວຄິດຈິດໃຈຂອງປະຊາຊົນ”; ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຂອງປະຊາຊົນ ເປັນຈິດໜຶ່ງໃຈດຽວໄປຕາມ ການນໍາພາຂອງພັກ, ເຂົ້າຮ່ວມໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການສະໜັບສະໜູນ, ການເຂົ້າຮ່ວມຂອງປະຊາຊົນແມ່ນກໍາລັງໜູນ, ກໍາລັງແຮງທາງດ້ານຈິດໃຈອັນໃຫຍ່ຫຼວງ, ຫັນເປັນກໍາລັງແຮງທາງດ້ານວັດຖຸ, ຮັບປະກັນໄຊຊະນະຂອງພາລະກິດປົກປັກຮັກສາປະເທດຊາດ, ປົກປ້ອງພັກ, ລັດ ແລະລະບອບສັງຄົມນິຍົມ.

leftcenterrightdel
ສະຫາຍ ຫງວຽນຊວນຖັ໋ງ ກ່າວຄໍາເຫັນສະຫຼຸບກອງປະຊຸມສໍາມະນາ. ພາບ: qdnd.vn

ຫຼາຍບົດຮຽນອັນລໍ້າຄ່າໃນການກໍ່ສ້າງກອງທັບ ແລະພື້ນຖານປ້ອງກັນຊາດທົ່ວປວງຊົນ ໃນຍຸກໃໝ່

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຫງວຽນຈ້ອງເຫງັຍ ເນັ້ນໜັກວ່າ ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້, ຫຼາຍບົດຮຽນອັນເລິກເຊິ່ງ, ມີຄຸນຄ່າ ທີ່ຖອດຖອນມາໄດ້, ຄື: ຕ້ອງຮັກສາ ແລະເພີ່ມທະວີການນໍາພາເດັດຂາດ, ໂດຍກົງຮອບດ້ານຂອງພັກຕໍ່ກັບພາລະກິດກໍ່ສ້າງກອງທັບ, ເພີ່ມທະວີການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ; ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ; ສືບຕໍ່ເສີມຂະຫຍາຍກໍາລັງແຮງສັງລວມຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ໃຫ້ໝັ້ນຄົງເຂັ້ມແຂງ; ກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ກ້າວຂຶ້ນທັນສະໄໝ, ແມ່ນກໍາລັງຫຼັກແຫຼ່ງແກ່ນສານໃນພາລະກິດກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່; ເບິ່ງແຍງດູແລເຖິງການກໍ່ສ້າງທ່າຮົບປ້ອງກັນຊາດທົ່ວປວງຊົນ ຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ໝັ້ນຄົງເຂັ້ມແຂງເປັນປະຈໍາ, ພ້ອມແລ້ວທີ່ຈະຫັນເປັນທ່າຮົບສົງຄາມປະຊາຊົນປົກປັກຮັກສາປະເທດຊາດ...

leftcenterrightdel
ບັນດາຜູ້ແທນ ຖ່າຍຮູບລວມ. ພາບ: qdnd.vn

ກ່າວຄໍາເຫັນສະຫຼຸບກອງປະຊຸມສໍາມະນາ, ທ່ານ ສຈ.ປອ ຫງວຽນຊວນຖັ໋ງ ຕີລາຄາວ່າ ໝາກຜົນຂອງກອງປະຊຸມສໍາມະນາ ໄດ້ເພີ່ມເຕີມ, ເຮັດໃຫ້ຂອບຂະໜາດ, ຄວາມໝາຍຂອງ 80 ປີແຫ່ງວັນສ້າງຕັ້ງ ແລະໄລຍະທາງອັນສະຫງ່າລາສີ ທີ່ກ້າວເດີນພາຍໃຕ້ຄັນທຸງຂອງພັກ ຂອງກອງທັບປະຊາຊົນຫວຽດນາມ; ຂອງວັນບຸນປ້ອງກັນຊາດທົ່ວປວງຊົນ, ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ຕິດພັນກັບພື້ນຖານປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ໝັ້ນຄົງເຂັ້ມແຂງ. ຜ່ານ 80 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່, ກອງທັບປະຊາຊົນຫວຽດນາມ ໄດ້ເສີມຂະຫຍາຍມູນເຊື້ອຮັກຊາດ, ລັດທິວິລະຊົນປະຕິວັດ, ປະຕິບັດສໍາເລັດທຸກໜ້າທີ່ ທີ່ ພັກ, ລັດ ແລະປະຊາຊົນມອບໝາຍໃຫ້, ໄດ້ຮັບຄວາມເຊື່ອໝັ້ນຮັກແພງ, ການອຸ້ມຊູຊ່ວຍເຫຼືອຈາກປະຊາຊົນ, ແລະໄດ້ຮັບນາມມະຍົດອັນສູງສົ່ງແມ່ນທະຫານລຸງໂຮ່. ນັ້ນແມ່ນມູນເຊື້ອ, ຊັບສົມບັດອັນລໍ້າຄ່າ ເຊິ່ງທົ່ວກອງທັບ ຕ້ອງຮັກສາ ແລະເສີມຂະຫຍາຍ. 

ໂດຍ: ໄຊຊະນະ