ວັນທີ 13 ທັນວາ, ທ່ານ Dmitry Peskov ໂຄສົກວັງ Kremlin ປະກາດວ່າ ລັດເຊຍ ບໍ່ຢາກຂໍ້ຕົກລົງຢຸດຍິງໂດຍຊົ່ວຄາວຢູ່ ຢູແກຼນ. ທ່ານ Peskov ເນັ້ນໜັກວ່າ ຂໍ້ຕົກລົງຢຸດຍິງບໍ່ແມ່ນສິ່ງທີ່ລັດເຊຍ ປາດຖະໜາ, ລັດເຊຍ ຢາກໃຫ້ “ມີສັນຕິພາບໃນຂະນະທີ່ບັນດາເງື່ອນໄຂຂອງປະເທດນີ້ໄດ້ຕອບສະໜອງ”.
ຕອບຄຳຖາມຂອງນັກຂ່າວ ກ່ຽວກັບແນວຄວາມຄິດສົ່ງກົມກອງທະຫານເອີລົບ ໄປຍັງຢູແກຼນ ໃນກໍລະນີຢຸດຍິງ, ໂຄສົກວັງ Kremlin ໃຫ້ຮູ້ວ່າ ບັນຫານີ້ຕ້ອງໄດ້ປຶກສາຫາລື ໃນການເຈລະຈາຄັ້ງຕ່າງໆ. ທ່ານ Peskov ຢືນຢັນວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາຄືດັ່ງຄຳປະກາດຫຼາຍເທື່ອກ່ຽວກັບບັນຫານີ້ຂອງທ່ານປະທານາທິບໍດີ Vladimir Putin. ລັດເຊຍ ຖືວ່າ ການເຈລະຈາຄັ້ງຕ່າງໆແມ່ນສາມາດເປັນໄປໄດ້ ແລະຈຳເປັນເພື່ອແກ້ໄຂການປະທະກັນ. ໂຄສົກວັງ Kremlin ຢືນຢັນວ່າ “ຖ້າຫາກວ່າ ຢູແກຼນ ລົບໜີການເຈລະຈາ, ລັດເຊຍ ຈະສືບຕໍ່ປະຕິບັດບັ້ນຮົບການທະຫານພິເສດ”.
ແຫຼ່ງຄັດຈາກ: vovworld.vn
Type the code from the image