ຢູ່ນະຄອນຫຼວງ La Habana, ເນື່ອງໃນໂອກາດການຢ້ຽມຢາມໄມຕີຈິດມິດຕະພາບກູບາ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນລຶວກວາງ, ຄະນະປະຕິບັດງານຂອງກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນຕີ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບທ່ານພົນຕີ Lázaro Alberto Álvarez Casas, ລັດຖະມົນຕີກະຊວງພາຍໃນ ກູບາ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເປີດກວ້າງ ແລະເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງພາຍໃນກູບາ ເພື່ອຜົນປະໂຫຍດ ແລະຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ. ບົນພື້ນຖານນັ້ນ, 2 ຝ່າຍໄດ້ເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດຄວາມໝັ້ນຄົງ, ຕຳຫຼວດ; ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳກໍ່ການຮ້າຍ, ອາດຊະຍາກຳເສດຖະກິດ, ອາດຊະຍາກຳໃໝ່ປະເພດຕ່າງໆ ແລະບັນດາໄພນາບຂູ່ຄວາມໝັ້ນຄົງແບບໃໝ່; ເພີ່ມທະວີການຮ່ວມມືໃນຂົງເຂດເຕັກນິກວິຊາການ.

leftcenterrightdel
ທ່ານພົນຕີ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະທ່ານພົນຕີ Lázaro Alberto Álvarez Casas, ລັດຖະມົນຕີກະຊວງພາຍໃນກູບາ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍກໍ່ເຫັນດີສົມທົບກັນຄົ້ນຄວ້າ, ຜັນຂະຫຍາຍ, ປະຕິບັດບັນດາໂຄງການ, ກິດຈະກຳຄົ້ນຄວ້າວິທະຍາສາດ, ນຳໃຊ້ເຕັກໂນໂລຊີໃໝ່ ແລະຜະລິດບັນດາເຄື່ອງອຸປະກອນໃຊ້ສະເພາະ; ບຳລຸງສ້າງຍົກສູງກຳລັງຄວາມສາມາດໃຫ້ພະນັກງານ, ນັກຮົບ.

ໂດຍ: ທະນາພອນ