ທີ່ການຕ້ອນຮັບ, 2 ຝ່າຍໄດ້ຕີລາຄາສູງການພັດທະນາຢ່າງຮອບດ້ານ ແລະແທດຈິງຂອງການພົວພັນຫວຽດນາມ - ຍີ່ປຸ່ນ ໃນຫຼາຍຂົງເຂດ. ຢືນຢັນວ່າ ການຮ່ວມມືໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ການສຶກສາ, ວັດທະນະທຳແມ່ນເສົາຄ້ຳສຳຄັນຂອງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີໃຫ້ ຍີ່ປຸ່ນ ເພີ່ມທະວີການຮ່ວມມືດ້ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ບຳລຸງສ້າງພະນັກງານຂັ້ນຍຸດທະສາດ, ບຳລຸງສ້າງວິຊາຊີບ, ເພີ່ມຈໍານວນທຶນການສຶກສາໄລຍະສັ້ນ ແລະໄລຍະຍາວ, ບຳລຸງສ້າງພາສາຍີ່ປຸ່ນ ໃຫ້ນັກຮຽນ, ນັກສຶກສາຫວຽດນາມ; ໜູນຊ່ວຍຫວຽດນາມ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃນບັນດາຂົງເຂດໃໝ່ ຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ,... ເພື່ອຕອບສະໜອງຄວາມຕ້ອງການໃນປະຈຸບັນ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Moriyama Masahito ລັດຖະມົນຕີກະຊວງສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະເຕັກໂນໂລຊີ ຍີ່ປຸ່ນ. ພາບ: ກະຊວງການຕ່າງປະເທດ

ທ່ານລັດຖະມົນຕີ Moriyama Masahito ໄດ້ຢືນຢັນເຖິງຄວາມສຳຄັນຂອງການຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ ແລະເຕັກໂນໂລຢີໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ; ເຫັນດີເປັນເອກະສັນຄົ້ນຄວ້າ ເພີ່ມຈໍານວນທຶນການສຶກສາໃຫ້ນັກສຶກສາຫວຽດນາມ ແລະຜັນຂະຫຍາຍບັນດາໂຄງການບຳລຸງສ້າງພາສາອັງກິດ ຂັ້ນມະຫາວິທະຍາໄລ ເພື່ອສ້າງກາລະໂອກາດໃຫ້ນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ຍີ່ປຸ່ນ, ສືບຕໍ່ຜັນຂະຫຍາຍບັນດາໂຄງການທ່ອງທ່ຽວ, ທັດສະນະສຶກສາໃຫ້ແກ່ນັກສຶກສາຂອງ 2 ປະເທດຢ່າງມີປະສິດທິຜົນ; ທ່ານ ໃຫ້ຮູ້ວ່າ ຈະສະເໜີໃຫ້ລັດຖະບານ ຍີ່ປຸ່ນ ມີບັນດານະໂຍບາຍບຸລິມະສິດ, ສ້າງເງື່ອນໄຂສະດວກໃນການອອກວີຊາ, ສະພາບແວດລ້ອມແຫ່ງການດໍາລົງຊີວິດຂອງຊາວຜູ້ອອກແຮງງານ ແລະສະມາຊິກຄອບຄົວຂອງຜູ້ອອກແຮງງານຫວຽດນາມ ຢູ່ຍີ່ປຸ່ນ; ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດອະນຸລັກຮັກສາມໍລະດົກວັດທະນະທຳ; ຢືນຢັນວ່າ ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ໜູນຊ່ວຍຫວຽດນາມ ອະນຸລັກຮັກສາມໍລະດົກໃນປະຈຸບັນຄື: ພະລາຊະວັງທັງລອງ, ມໍລະດົກໂຮ້ຍອານ...

ໂດຍ: ທະນາພອນ