ໃນການປະຕິບັດງານຢູ່ບັນດາແຂວງທິດໃຕ້ພາກກາງ, ຕອນທ່ຽງວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສຳຫຼວດສະພາບໄພແຫ້ງແລ້ງຢູ່ເມືອງ ນິງເຊີນ; ກວດກາໂຄງການຊົນລະປະທານ ເຕີນມີ ແລະຊີ້ນຳວຽກງານປ້ອງກັນ, ຕ້ານແດດຮ້ອນ ແລະໄພແຫ້ງແລ້ງຢູ່ແຂວງນິງທ້ວນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລກປ່ຽນກັບກຳມະກອນທີ່ພວມກໍ່ສ້າງລະບົບຊົນລະປະທານ ເຕີນມີ, ຕອນຜ່ານເມືອງ ນິງເຊີນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ນິງທ້ວນ ຕິດຕາມສະພາບການຢ່າງໃກ້ຊິດ, ເພີ່ມທະວີການຊີ້ນຳ, ຜັນຂະຫຍາຍບັນດາມາດຕະການຮັບມື ກັບໄພພິບັດທຳມະຊາດ ແລະອາກາດຮ້າຍແຮງຢ່າງທັນການ ແລະມີປະສິດທິຜົນ, ພິເສດແມ່ນແດດຮ້ອນ ແລະໄພແຫ້ງແລ້ງ; ຈຳກັດຄວາມເສຍຫາຍຕໍ່ການຜະລິດ ແລະສົ່ງຜົນສະທ້ອນຖິງຊີວິດຂອງປະຊາຊົນ.

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ແຂວງນິງທ້ວນ ຕ້ອງຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານແດດຮ້ອນ, ໄພແຫ້ງແລ້ງ, ຂາດນ້ຳໃນບໍລິເວນຢ່າງທັນການ ແລະມີປະສິດທິຜົນ;  ນຳໃຊ້ລະບົບຊົນລະປະທານຢ່າງມີປະສິດທິຜົນ ເພື່ອຮັກສານ້ຳຮັບປະກັນໃຫ້ແກ່ການປູກພືດເມື່ອຂາດນ້ຳ, ຈຳກັດຄວາມເສຍຫາຍໃນການຜະລິດ ແລະດຳເນີນທຸລະກິດໂດຍສະເພາະແມ່ນການຜະລິດກະສິກຳ. ພ້ອມກັນນັ້ນ, ໄດ້ສຳຫຼວດ ແລະກຳນົດເຂດທີ່ມີຄວາມສ່ຽງຈະຂາດນ້ຳເພື່ອເປັນເຈົ້າການຈັດຕັ້ງການຜັນຂະຫຍາຍມາດຕະການຮັບປະກັນການສະໜອງນ້ຳໃຫ້ປະຊາຊົນ, ໃນກໍລະນີທີ່ມີຄວາມຈຳເປັນ, ຕ້ອງລະດົມກຳລັງ ແລະພາຫະນະຂົນສົ່ງນ້ຳເພື່ອສະໜອງໃຫ້ປະຊາຊົນ.

ທ່ານນາຍົກລັດຖະມົນຕີຫວັງວ່າປະຊາຊົນຈະສ້າງຕັ້ງສະຫະກອນບໍ່ໃຫ້ຜະລິດແບບກະແຈກກະຈາຍ ເພື່ອສ້າງມູນຄ່າເພີ່ມກວ່າອີກໃຫ້ແກ່ຜະລິດຕະພັນ; ຢືນຢັນວ່າ, ພັກ ແລະລັດຈະເອົາໃຈໃສ່ແກ້ໄຂສະພາບຂາດນ້ຳໃຫ້ປະຊາຊົນແຂວງນິງທ້ວນ.

ໂດຍ: ໄຊນີດາ