ການນຳຂອງບັນດາປະເທດ, ບັນດາພັກການເມືອງ ໄດ້ຊົມເຊີຍຜົນງານອັນໃຫຍ່ຫຼວງ, ພົ້ນເດັ່ນໃນການພັດທະນາ, ສ້າງສາປະເທດຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນໍາໜ້າ; ຢືນຢັນວ່າ ຈະສືບຕໍ່ສົມທົບກັບທ່ານເລຂາທິການໃຫຍ່ ເພື່ອແນໃສ່ຊຸກຍູ້ການພັດທະນາສອງຝ່າຍຢ່າງບໍ່ຢຸດຢັ້ງ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໃດກໍ່ເອົາໃຈໃສ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ; ຮັກສາມູນເຊື້ອອັນດີງາມນັ້ນໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ: "ທ່ານຖືເປັນສຳຄັນຕໍ່ການພົວພັນລະຫວ່າງ ຈີນ-ຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮັກສາການແລກປ່ຽນຍຸດທະສາດ, ກໍານົດທິດທາງສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ເຂົ້າສູ່ລວງເລິກ ແລະແທດຈິງ".

ທ່ານ Miguel Diaz Canel ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ ເນັ້ນໜັກວ່າ: "ການອຸທິດຕົນຂອງສະຫາຍ ຫງວຽນຝູຈ້ອງ ມີລັກສະນະຕັດສິນໃນການນຳພາພັກກອມມູນິດຫວຽດນາມ ບົນເສັ້ນທາງກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ".

ທ່ານປະທານາທິບໍດີລັດເຊຍ V. Putin ຕີລາຄາສູງຕໍ່ການປະກອບສ່ວນອັນລ້ຳຄ່າ ຂອງທ່ານເລຂາທິການໃຫຍ່ “ໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລັດເຊຍ - ຫວຽດນາມ”. ທ່ານ M. Mishustin ນາຍົກລັດຖະມົນຕີລັດເຊຍ ແລະທ່ານ D. Medvedev ປະທານພັກປະເທດລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນລັດເຊຍ ໄດ້ເນັ້ນໜັກເປັນພິເສດເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການປັບປຸງການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ທ່ານ G. Zyuganov ປະທານພັກກອມມູນິດສະຫະພັນລັດເຊຍ ຢືນຢັນວ່າ: “ຕະຫຼອດຊີວິດຂອງສະຫາຍເລຂາທິການໃຫຍ່ ແມ່ນຕິດພັນກັບການສ້າງຕັ້ງ, ພັດທະນາ, ປັບປຸງຖັນແຖວ, ຄວາມເຕີບໃຫຍ່ເຂັ້ມແຂງ ແລະເຮັດໃຫ້ອິດທິພົນຊື່ສຽງຂອງພັກກອມມູນິດຫວຽດນາມ ຢູ່ເວທີສາກົນ ນັບມື້ນັບເພີ່ມຂຶ້ນ”.

ໂດຍ: ຈາງຫງວຽນ