ຊົມເຊີຍທ່ານຜູ້ອຳນວຍການຝ່າຍບໍລິຫານຂອງ Apple ມາຫວຽດນາມ ເປັນຄັ້ງທຳອິດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຕີລາຄາສູງຕໍ່ການປະກອບສ່ວນສຳຄັນຂອງ Apple ເຂົ້າໃນການພັດທະນາຂອງຫວຽດນາມ, ໃນນັ້ນມີເລື່ອງນໍາ ຫວຽດນາມ ເຂົ້າສູ່ລະບົບສະໜອງທົ່ວໂລກ ຂອງ Apple ໃຫ້ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Tim Cook ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple (ອາເມລິກາ). ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Apple ດ້ວຍບົດບາດຂອງຕົນມີທັດສະນະສະໜັບສະໜູນ, ປະກອບສ່ວນຊຸກຍູ້ລັດຖະບານ ແລະສະພາແຫ່ງຊາດອາເມລິກາ ຮັບຮອງເອົາລະບຽບການດ້ານເສດຖະກິດການຕະຫຼາດຂອງຫວຽດນາມ ແລະນຳເອົາ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດຖືກຈຳກັດການສົ່ງອອກເຕັກໂນໂລຢີສູງຂອງ ອາເມລິກາ ໂດຍໄວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ Apple ຈະເປີດກວ້າງການຮ່ວມມືລົງທຶນກັບຫວຽດນາມ, ຊ່ວຍຫວຽດນາມ ເຂົ້າຮ່ວມລະບົບການຜະລິດ, ລະບົບສະໜອງ ແລະລະບົບມູນຄ່າຂອງ Apple, ຂອງ ອາເມລິກາ ແລະທົ່ວໂລກຢ່າງເລິກເຊິ່ງກວ່າອີກ.

ສ່ວນທ່ານຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple Tim Cook ໃຫ້ຮູ້ວ່າ Apple ພ້ອມແລ້ວທີ່ຈະຊຸກຍູ້ການລົງທຶນ, ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ ຄືດັ່ງຄຳສະເໜີຂອງທ່ານນາຍົກລັດຖະມົນຕີ; ທ່ານປາດຖະໜາຢາກພັດທະນາບັນດາຜະລິດເຕັກໂນໂລຢີສູງ, ພັດທະນາບັນດາແອັບຟີເຄຊັ່ນ ເພື່ອເຂົ້າຮ່ວມ App Store ຂອງ Apple ນໍາຜະລິດຕະພັນຂອງຫວຽດນາມ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການພາຍໃນປະເທດເທົ່ານັ້ນ ຫາກຍັງແຜ່ຂະຫຍາຍໄປທົ່ວໂລກອີກດ້ວຍ.

ທ່ານ Tim Cook ກໍ່ໃຫ້ຮູ້ວ່າ Apple ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນການຫັນປ່ຽນພະລັງງານ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງເປັນ 0 ໃນປີ 2050; ເຂົ້າຮ່ວມການສົ່ງອອກບັນດາຄຸນຄ່າວັດທະນະທຳ, ໂຄສະນາວັດທະນະທຳຂອງຫວຽດນາມ ອອກສູ່ໂລກ.

ໂດຍ: ທະນາພອນ