ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ຮຸງກາຣີ, ເປັນຄູ່ຮ່ວມມືທີ່ມີມາແຕ່ດົນນານ ແລະກໍ່ເປັນຄູ່ຮ່ວມມືຮອບດ້ານທຳອິດ ແລະໜຶ່ງດຽວຂອງຫວຽດນາມ ຢູ່ເອີລົບຕາເວັນອອກກາງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ   ໄດ້ຕີລາຄາສູງການໂອ້ລົມສົນທະນາດ້ານນິຕິບັນຍັດ ຄັ້ງທີ 5 ລະຫວ່າງການນໍາ ສະພາແຫ່ງຊາດສອງປະເທດ ທີ່ໄດ້ຈັດຕັ້ງຢູ່ຫວຽດນາມ ດ້ວຍຫົວຂໍ້ “ບົດບາດຂອງສະພາແຫ່ງຊາດໃນການເຄື່ອນໄຫວຕິດຕາມກວດກາສູງສຸດ  ຕໍ່ກັບບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ ທີ່ໄດ້ລົງນາມລະຫວ່າງສອປະເທດ”.

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Márta Mártrai ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາງ Márta Mátrai, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດຮຸງກາຣີ ຢືນຢັນວ່າ, ຮຸງກາຣີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍເພີ່ມທະວີ ແລະຂະຫຍາຍການພົວພັນກັບບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນສະຫະພາບເອີລົບ, ຮຸງກາຣີ ເປັນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກອີຢູ ກັບຫວຽດນາມ.

ທ່ານນາງຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດຮຸງກາຣີ  Márta Mátrai ໃຫ້ຮູ້ວ່າ: ເດືອນມິຖຸນານີ້, ຮຸງກາຣີ ຈະດຳລົງຕຳແໜ່ງເປັນປະທານໝູນວຽນຂອງສະຫະພາບເອີລົບ (ອີຢູ). ຮຸງກາຣີ ຈະສະໜັບສະໜູນການຊຸກຍູ້ບັນດາປະເທດສະມາຊິກອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA); ຊຸກຍູ້ໃຫ້ຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” IUU  ສໍາລັບສິນໃນນໍ້າຂອງ ຫວຽດນາມ  ແລະຂໍ້ຕິດຂັດໃນການພົວພັນດ້ານການຄ້າລະຫວ່າງສອງຝ່າຍໂດຍໄວ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານສະພາແຫ່ງຊາດ ຖືວ່າ, ສອງປະເທດມີການພົວພັນຮ່ວມມືທີ່ດີງາມໃນຫຼາຍຂົງເຂດ ແລະ ຄວາມສາມາດບົ່ມຊ້ອນເພື່ອເພີ່ມທະວີການຮ່ວມມືທີ່ຍັງໃຫຍ່ຫຼວງ; ພ້ອມກັນນັ້ນ, ກໍ່ເຫັນດີເປັນເອກະສັນນໍາກັນວ່າ, ສອງຝ່າຍຄວນເພີ່ມທະວີການຮ່ວມມື ແລະເຊື່ອມຕໍ່ທັງຢູ່ຂັ້ນສູນກາງ, ທ້ອງຖິ່ນ ແລະວິສາຫະກິດ. ສອງກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດສອງປະເທດ ຄວນສ້າງເຄືອຂ່າຍຮ່ວມສໍາພັນລະຫວ່າງນັກສຶກສາລຸ້ນຕ່າງໆ, ມີຂໍ້ສະເໜີ ແລະ ຂໍ້ລິເລີ່ມກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນລະຫວ່າງສອງປະເທດ.

ໂດຍ: ທູຈາງ