ທີ່ການພົບປະ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບແອັດສະປາຍ, ເປັນຄູ່ຮ່ວມມືຍຸດທະສາດທຳອິດຂອງຫວຽດນາມ ໃນສະຫະພາບເອີລົບ (ອີຢູ).

ກ່ຽວກັບດ້ານການເມືອງ ແລະການທູດ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ ສອງຝ່າຍເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ; ຮັກສາກົນໄກປຶກສາຫາລືດ້ານການເມືອງ ຢູ່ຂັ້ນຮອງລັດຖະມົນຕີການຕ່າງປະເທດຢ່າງເປັນປະຈຳ; ສົມທົບກັນກວດກາຄືນ ແລະຍົກລະດັບບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະໂຄງການດຳເນີນງານຮ່ວມ ລະຫວ່າງລັດຖະບານສອງປະເທດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ແລະທ່ານ Diego Martinez Belio. ພາບ: ກະຊວງການຕ່າງປະເທດ

ກ່ຽວກັບດ້ານການຄ້າ ແລະການລົງທຶນ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ປະຕິບັດສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ, ຍົກວົງເງິນການຄ້າສອງຝ່າຍໃຫ້ເພີ່ມຂຶ້ນຈາກ 4 ຕື້ໂດລາສະຫະລັດ ໃນປະຈຸບັນເປັນ 5 ຕື້ໂດລາສະຫະລັດໂດຍໄວ; ແອັດສະປາຍ ຊຸກຍູ້ບັນດາປະເທດ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ໂດຍໄວ, ສະໜັບສະໜູນຄະນະກຳມະການເອີລົບ ຍົກເລີກບັດເຫຼືອງ IUU ສຳລັບສິນໃນນໍ້າຂອງຫວຽດນາມ ໂດຍໄວ.

ທ່ານ Diego Martinez Belio ຢືນຢັນວ່າຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ລົງນາມໃນບົດບັນທຶກຊ່ວຍຈຳສະບັບໃໝ່ລະຫວ່າງສອງກະຊວງການຕ່າງປະເທດໂດຍໄວ, ໃນນັ້ນມີການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງສະຖາບັນການຕ່າງປະເທດ ແລະອັບເດດໂຄງການດໍາເນີນງານຮ່ວມລະຫວ່າງສອງປະເທດ.

ກ່ຽວກັບບັນຫາສາກົນ ແລະພາກພື້ນ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ແລະທ່ານ Diego Martinez Belio ໄດ້ເຫັນດີເປັນເອກະພາບຮັກສາການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ເວທີປາໄສສາກົນ ແລະພາກພື້ນ ຄື: ສະຫະປະຊາຊາດ ແລະການຮ່ວມມືອາຊຽນ - ອີຢູ... ສອງຝ່າຍໄດ້ແບ່ງປັນທັດສະນະຍົກສູງການເຄົາລົບກົດໝາຍ, ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນຢູ່ທະເລໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ໂດຍ: ໄຊນີດາ