ບົດທີ 1: ປຸກລຸກບັນດາປະເທດຫົວເມືອງຂຶ້ນ, ເຄິ່ງຫົວເມືອງຂຶ້ນ

ກ່ອນທີ່ຈະໄຈ້ແຍກ, ວິເຄາະຢ່າງລະອຽດກ່ຽວກັບຜົນກະທົບຂອງໄຊຊະນະດ້ຽນບຽນຝູ ຕໍ່ກັບຂະບວນການປົດປ່ອຍຊາດໃນໂລກ ແລະການຄອນເຄນຂອງລະບອບຫົວເມືອງຂຶ້ນ, ນັກປະຫວັດສາດ ເຢືອງຈູງກ໊ວກ, ເລຂາທິການໃຫຍ່ສະມາຄົມວິທະຍາດສາດປະຫວັດສາດຫວຽດນາມ, ໄດ້ຍົກໃຫ້ເຫັນ ການຕີລາຄາສອງຢ່າງ. ນັ້ນແມ່ນປີ 1983, ນັກຮຽນຮູ້ຊາວຝລັ່ງ G. Boudarel ໄດ້ຂຽນລົງໜັງສືພິມຜູ້ສັງເກດການ: “ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາສົງຄາມທີ່ເຮັດໃຫ້ໂລກມີການປ່ຽນແປງ”. ສ່ວນທ່ານ Raoul Salan, ຜູ້ບັນຊາການສູງສຸດກອງທັບຝລັ່ງ ຢູ່ ອິນດູຈີນ ຖືວ່າ: “ຍ້ອນເສຍອິນດູຈີນ ພື້ນຖານຈັກກະພັດຝລັ່ງ ຈຶ່ງຖືກລົ້ມລະລາຍ”...

ການກຳນົດເສັ້ນທາງປົດປ່ອຍຊາດ

ນັກຂ່າວ: ພາຍຫຼັງໄຊຊະນະດ້ຽນບຽນຝູ, ແຕ່ເດືອນພຶດສະພາ 1954 ຫາປີ 1964, ມີຈຳນວນ 17/22 ປະເທດຫົວເມືອງຂຶ້ນຂອງຝລັ່ງ ຍາດໄດ້ເອກະລາດ;  ລັດຖະບານຫຸ່ນໂດຍອາເມລິກາ ສ້າງຂຶ້ນຢູ່ທະວີບອາເມລິກາ ລາຕິນ ນັບເປັນສິບຖືກໂຄ່ນລົ້ມ... ເຫດການນີ້ມີການພົວພັນແນວໃດຈາກໄຊຊະນະດ້ຽນບຽນຝູ ຂໍຮຽນທ່ານ?

leftcenterrightdel
ນັກປະຫວັດສາດ ເຢືອງຈູງກ໊ວກ. ພາບເອກະສານ.

ນັກປະຫວັດສາດ ເຢືອງຈູງກ໊ວກ: ກ່ອນ ດ້ຽນບຽນຝູ, ຢູ່ທະວີບ ອາຟະລິກາ, ອາເມລິກາ ລາຕິນ ເບິ່ງຄືວ່າ ຍັງບໍ່ທັນມີປະເທດນ້ອຍໃດຕີຊະນະສົງຄາມຮຸກຮານຂອງ ຈັກກະພັດ ໃຫຍ່ໜຶ່ງ; ຍັງບໍ່ທັນມີປະເທດຫົວເມືອງຂຶ້ນໃດທີ່ນຳໃຊ້ສັນຕິວິທີບັງຄັບໃຫ້ພວກລ່າເມືອງຂຶ້ນ, ຈັກກະພັດມອບເອກະລາດຄືນໃຫ້ຢ່າງແທ້ຈິງ; ຍັງບໍ່ທັນມີບ່ອນໃດປະກົດມີກໍລະນີບໍ່ຜ່ານການຕໍ່ສູ້ປະກອບອາວຸດແລ້ວສາມາດຍາດໄດ້ເອກະລາດຢ່າງສົມບູນ. ກົງກັນຂ້າມ, ລັດທິຈັກກະພັດ, ພວກລ່າເມືອງຂຶ້ນຍັງນຳໃຊ້ກຳລັງປະກອບອາວຸດ ເພື່ອປາບປາມການລຸກຮື້ຂຶ້ນຂອງຂະບວນການຊົນຊາດຊົນເຜົ່າຢ່າງໂຫດຮ້າຍສາມານ. ຖ້າວ່າຊົນຊາດຕ່າງໆບໍ່ດຳເນີນການຕໍ່ສູ້ປະກອບອາວຸດໄຊຊະນະນັ້ນຍາກທີ່ຈະປົດປ່ອຍໄດ້ຢ່າງແທ້ຈິງ. ແລະພາຍຫຼັງການ “ສັ່ນສະເທືອນ” ດ້ຽນບຽນຝູ, ໄດ້ເຮັດແຈ້ງບັນຫາຕົ້ນຕໍເພື່ອກໍານົດເສັ້ນທາງປົດປ່ອຍຊາດຢ່າງຖືກຕ້ອງ.

ໃນປື້ມ “ສົງຄາມຢູ່ບວກແກມຊາຍ: ການເປີດສາດສຳລັບຫວຽດນາມ”, ຜູ້ຂຽນ Bodard ໄດ້ຈົດກ່າຍຄືນຄຳເລົ່າຂອງນາຍທະຫານ ເຖິງວ່າ ຝລັ່ງ ຍັງລອດຊີວິດໃນບັ້ນຮົບ ດ້ຽນບຽນຝູ: “ໃນຄຸກ, ພວກຂ້າພະເຈົ້າໄດ້ປະເຊີນໜ້າກັບຫວຽດມິງ ດ້ວຍເລືອດເນື້ອ, ແລະພວກຂ້າພະເຈົ້າ ເຫັນວ່າ: ເປັນເວລາ 8 ປີແລ້ວ, ບັນດານາຍພົນຂອງພວກຂ້າພະເຈົ້າ ໄດ້ດຳເນີນສົງຄາມຕ້ານການປະຕິວັດແຕ່ບໍ່ຮູ້ວ່າການປະຕິວັດນັ້ນແມ່ນຫຍັງ.

ດ້ຽນບຽນຝູ ບໍ່ແມ່ນ “ການເກີດອຸບັດຕິເຫດບັງເອີນ” ຂອງໂຊກຊາຕາເທົ່ານັ້ນ ຫາກຍັງແມ່ນ “ຄຳຕັດສິນ”. ການຕັດສິນນັ້ນຕ້ອງນໍາໃຊ້ຄວາມຮຸນແຮງຂອງການປະຕິວັດ. ໃນພຶດຕິກຳຕົວຈິງ, ພາຍຫຼັງທີ່ຍາດໄດ້ເອກະລາດໃນປີ 1945, ປະທານໂຮ່ຈີມິນ ໄດ້ເລືອກເອົາເສັ້ນທາງສ້າງຄວາມປອງດອງກັບໂລກ ແລະທັງປະເທດຝລັ່ງ, ແຕ່ວ່າດ້ວຍເງື່ອນໄຂໜຶ່ງດຽວນັ້ນແມ່ນປະເທດຫວຽດນາມ ຕ້ອງທ້ອນໂຮມ 3 ພາກເປັນເອກະພາບ. ເພາະວ່າພວກລ່າ ເມືອງຂຶ້ນຝລັ່ງ ມີກົນອຸບາຍແບ່ງແຍກພາກໃຕ້ອອກຈາກຫວຽດນາມ ເຊິ່ງເຮັດໃຫ້ພວກເຮົາຕ້ອງໄດ້ຈັບປືນ. ພາຍຫຼັງການໄປຂົນຂວາຍສັນຕິພາບຢູ່ຝລັ່ງເປັນເວລາ 4 ເດືອນ ບໍ່ໄດ້ຫຍັງ, ຕໍ່ໜ້າການນາບຂູ່ຂອງອຳນາດການປົກຄອງ ຝລັ່ງ, ປະທານໂຮ່ຈີມິນ ຕ້ອງຮຽກຮ້ອງໃຫ້ທົ່ວປະເທດຕໍ່ຕ້ານ.

ກຳລັງແຮງຂອງລັດທິລ່າເມືອງຂຶ້ນຕົ້ນຕໍແມ່ນຢູ່ນຳກຳລັງປະກອບອາວຸດ. ພວກມັນຮັກສາ ແລະອີງໃສ່ກຳລັງປະກອບອາວຸດເປັນຫຼັກເພື່ອສ້າງແອກປົກຄອງໃສ່ຊາດຕ່າງໆ. ດ້ຽນບຽນຝູ ແມ່ນບ່ອນທີ່ຝລັ່ງ ໂຮມກຳລັງແຮງທາງການທະຫານເກືອບຄືວ່າສູງທີ່ສຸດ. ສຳລັບພວກເຮົາກໍ່ຄືແນວນັ້ນ, ເພື່ອດັບສູນ “ໂຕເໝັ້ນ” ໃຫຍ່ໂຕນີ້, ພວກເຮົາໄດ້ລະດົມກໍາລັງແຮງຂອງທົ່ວປວງຊົນທັງຊາດ, ຫຼັກແຫຼ່ງແກ່ນສານແມ່ນກຳລັງປະກອບອາວຸດ. ຈາກນັ້ນ, ດ້ວຍ ກຳລັງຄວາມສາມາດ ແລະແນວທາງຕໍ່ສູ້ຢ່າງຖືກຕ້ອງຂອງພັກ, ປະທານໂຮ່ຈີມິນ, ດ້ຽນບຽນຝູ ເປັນບ່ອນດຳເນີນການຕໍ່ສູ້ຢ່າງເດັດດ່ຽວຂ້ຽວຂາດລະຫວ່າງກຳລັງປະກອບອາວຸດຫວຽດນາມ ແລະສັດຕູ, ລະຫວ່າງການນຳໃຊ້ຄວາມຮຸນແຮງປະຕິວັດ ແລະຕ້ານການປະຕິວັດ. ການປະລາໄຊຢ່າງໜັກໜ່ວງຂອງຝລັ່ງ ຢູ່ ດ້ຽນບຽນຝູ ໄດ້ບັງຄັບໃຫ້ພວກມັນຕ້ອງປະຖິ້ມແອກປົກຄອງຢູ່ຫວຽດນາມ.

ນັກຂ່າວ: ສະນັ້ນໄຊຊະນະດ້ຽນບຽນຝູ ໄດ້ກຳນົດສັດຈະທຳໃດແດ່ໃນການຕໍ່ສູ້ປົດປ່ອຍຊາດ?

ນັກປະຫວັດສາດ ເຢືອງຈູງກ໊ວກ: ໄຊຊະນະດ້ຽນບຽນຝູ ໄດ້ກຳນົດສັດຈະທຳ: ບໍ່ດຳເນີນການຕໍ່ສູ້ທີ່ປະກອບອາວຸດໄຊຊະນະນັ້ນ ແມ່ນບໍ່ສາມາດປົດປ່ອຍຊາດໄດ້. ສັດຈະທໍານີ້ໄດ້ປຸກລຸກຄວາມສາມາດບົ່ມຊ້ອນ; ແມ່ນກຳລັງໜູນເພື່ອໃຫ້ບັນດາປະເທດຫົວເມືອງຂຶ້ນກຳນົດເສັ້ນທາງປົດປ່ອຍຊາດດ້ວຍຕົນເອງຢ່າງຖືກຕ້ອງ. ຈາກບົດຮຽນດ້ຽນບຽນຝູ ຂອງຫວຽດນາມ, ປະຊາຊົນບັນດາປະເທດຫົວເມືອງຂຶ້ນໄດ້ເຫັນເສັ້ນທາງປົດປ່ອຍຊາດຂອງເຂົາເຈົ້າ.

ສັ່ນສະເທືອນເຖິງກົກເຖິງຮາກ ແລະຜົນຮ້າຍຕາມມາ

ນັກຂ່າວ: ສະເໜີທ່ານໃຫ້ຮູ້ຜົນຮ້າຍຢ້ອນຫຼັງຂອງຝລັ່ງ ພາຍຫຼັງຖືກປະລາໄຊຢູ່ ດ້ຽນບຽນຝູ?

ນັກປະຫວັດສາດ ເຢືອງຈູງກ໊ວກ: ໄຊຊະນະດ້ຽນບຽນຝູ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃສ່ພື້ນຖານຂອງລັດທິລ່າເມືອງຂຶ້ນ ຝລັ່ງ, ເຮັດໃຫ້ພວກຈັກກະພັດ ຝລັ່ງ  ອ່ອນແອລົງແຕ່ພາຍຫຼັງສົງຄາມໂລກ ຄັ້ງທີ 2 ຍິ່ງຖືກສັ່ນສະເທືອນເຖິງກົກເຖິງຮາກ. ສົງຄາມອິນດູຈີນ ແມ່ນຜົນເສຍຫາຍຢ່າງໜັກໜ່ວງເກີນຄວາມອົດຂອງຝລັ່ງ ແລະຜົນເສຍຫາຍທີ່ໜັກໜ່ວງນັ້ນນັບມື້ນັບເພີ່ມຂຶ້ນ. ປະເທດ ຝລັ່ງ ເກີດໄພເງິນເຟີ້ຢ່າງຕໍ່ເນື່ອງ, ຕິດໜີ້, ພື້ນຖານ ເສດຖະກິດຖືກວິກິດ. ໃນສົງຄາມຢູ່ຫວຽດນາມ ເປັນເວລາ 9 ປີ, ຝລັ່ງ ເສຍຫາຍເກືອບ 2.700 ຕື້ Franc ແລະ 2,6 ຕື້ໂດລາສະຫະລັດ ໂດຍອາເມລິກາ ອຸປະຖໍາ.

ນັກຂ່າວ: ໄຊຊະນະດ້ຽນບຽນຝູ ໄດ້ເຮັດໃຫ້ລະບົບຫົວເມືອງຂຶ້ນ ຂອງ ຝລັ່ງສັ່ນຄອນ. ໝູນໃຊ້ບັນດາບົດຮຽນຂອງ ດ້ຽນບຽນຝູ, ບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດໄດ້ລຸກຮື້ຂຶ້ນຍາດເອົາໄຊຊະນະຄືແນວໃດ, ຂໍຮຽນທ່ານ?

leftcenterrightdel
ບັນດານາຍພົນຝລັ່ງ ປຶກສາຫາລືແຜນການໂດດຈ້ອງລົງດ້ຽນບຽນຝູ, ທ້າຍປີ 1953. ພາບເອກະສານ.

ນັກປະຫວັດສາດ ເຢືອງຈູງກ໊ວກ: ຝລັ່ງ ແມ່ນປະເທດຢືນອັນດັບທີ 2 ກ່ຽວກັບການຮຸກຮານຫົວເມືອງຂຶ້ນຢູ່ໃນໂລກ (ຖັດຈາກອັງກິດ). ປະລາໄຊຢູ່ດ້ຽນບຽນຝູ, ລະບົບລ່າເມືອງຂຶ້ນທີ່ສົມບູນຂອງຝລັ່ງ ຖືກ ຫວຽດນາມ ທຳລາຍແມ່ນຂອດສຳຄັນ. ພາຍຫຼັງປີ 1953, ທ່ານ John Foster Dulles, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເວົ້າວ່າ: “ຖ້າວ່າ ອິນດູຈີນ ຖືກປະລາໄຊນັ້ນຈະສົ່ງຜົນກະທົບເຖິງຕາເວັນອອກໄກ ແລະອາຊີຕາເວັນອອກສ່ຽງໃຕ້.

ໄຊຊະນະດ້ຽນບຽນຝູ ແມ່ນແຫຼ່ງລະດົມກຳລັງໃຈຢ່າງແທ້ຈິງ, ເພື່ອຊຸກຍູ້ຂະບວນການຕໍ່ສູ້ປົດປ່ອຍຊາດ ແລະຍູ້ໄວວິວັດທະນາການຖອນທະຫານຂອງບັນດາປະເທດມະຫາອຳນາດລ່າເມືອງຂຶ້ນ. ສະນັ້ນ, ຈຶ່ງສາມາດຢັ້ງຢືນໄດ້ວ່າ ຜົນສະທ້ອນ ແລະຜົນກະທົບໂດຍກົງຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ເຊິ່ງຈຸດສູງສຸດແມ່ນໄຊຊະນະດ້ຽນບຽນຝູ ປະຫວັດສາດ, ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຂອງບັນດາປະເທດຖືກກົດຂີ່ຂູດຮີດ; ປະກອບສ່ວນເຮັດໃຫ້ລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ ຖືກລົ້ມລະລາຍ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ