ຫວຽດນາມ ປະຕິບັດສຳເລັດ 209 ຂໍ້ສະເໜີແນະ

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ ໂດ໊ຮຸ່ງວຽດ ໃຫ້ຮູ້ວ່າ: ຄິດໄລ່ຮອດເດືອນມັງກອນ 2024, ໃນຈຳນວນ 241 ຂໍ້ສະເໜີແນະທີ່ ຫວຽດນາມ ໄດ້ຕົກລົງຮັບເອົາ ໃນຮອບທີ III, ຫວຽດນາມ ໄດ້ປະຕິບັດສຳເລັດ 209 ຂໍ້ສະເໜີແນະຢ່າງມີປະສິດທິຜົນ, ປະຕິບັດສ່ວນໜຶ່ງຢ່າງມີປະສິດທິຜົນ ແລະກໍາລັງສືບຕໍ່ປະຕິບັດ 30 ຂໍ້ສະເໜີແນະ ແລະກໍາລັງໄດ້ຮັບການພິຈາລະນາປະຕິບັດ 2 ຂໍ້ສະເໜີແນະ ໃນເວລາທີ່ເໝາະສົມ.

ມາຮອດປະຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາສາກົນພື້ນຖານກ່ຽວກັບສິດທິມະນຸດ 7/9 ສະບັບ ແລະສົນທິສັນຍາສາກົນກ່ຽວກັບສິດທິແຮງງານ ຂອງອົງການແຮງງານສາກົນ (ILO) 25 ສະບັບ. ຄຽງຂ້າງນັ້ນ, ຫວຽດນາມ ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການຊຸກຍູ້ສິດທິມະນຸດໃນໂລກ ດ້ວຍບັນດາຂໍ້ລິເລີ່ມ ແລະ ການກະທຳທີ່ແທດຈິງ ແລະລະອຽດ ພິເສດແມ່ນໃນຖານະ ທີ່ເປັນສະມາຊິກ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2023-2025...

leftcenterrightdel
ທ່ານ ໂດ໊ຮຸ່ງວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມຂ່າວໃນຕອນບ່າຍວັນທີ 15 ເມສາ. ພາບ: ເຟືອງລີງ

ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງວຽດ ເນັ້ນໜັກວ່າ ດ້ວຍຄວາມມານະພະຍາຍາມນັ້ນ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນການຮັບປະກັນສິດທິມະນຸດໃນຕົວຈິງ. ນັບແຕ່ປີ 2019 ເປັນຕົ້ນມາ, GDP ຕໍ່ຫົວຄົນໄດ້ເພີ່ມຂຶ້ນ 25%, ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງ 1,5% ໃນແຕ່ລະປີ. ເຄືອຂ່າຍສາທາລະນະສຸກປ້ອງກັນ ໄດ້ຮັບການຈັດຕັ້ງຢ່າງກວ້າງຂວາງໃນທົ່ວປະເທດ ແລະຕິດພັນກັບການແພດຂັ້ນຮາກຖານຢ່າງແໜ້ນແຟ້ນ, ອັດຕາສ່ວນປະຊາຊົນເຂົ້າປະກັນສຸຂະພາບເພີ່ມຂຶ້ນຈາກ 81,7% ໃນປີ 2016 ຂຶ້ນເປັນ 92% ໃນປີ 2022; ອັດຕາຄອບຄົວນຳໃຊ້ແຫຼ່ງນ້ຳສະອາດຢູ່ ຫວຽດນາມ ບັນລຸ 98,3; ຄົນພິການທີ່ປະສົບກັບຄວາມຫຍຸ້ງຍາກ 85% ໄດ້ຮັບການຊ່ວຍເຫຼືອຈາກສັງຄົມ, ເບິ່ງແຍງດູແລ ແລະ ຟື້ນຟູອະໄວຍະວະ...

ໄລ່ຮອດເດືອນກັນຍາ 2023, ຫວຽດນາມ ມີຜູ້ນໍາໃຊ້ອິນເຕີແນັດກວ່າ 78 ລ້ານຄົນ. ພາຫະນະການສື່ສານ, ສື່ມວນຊົນ, ອິນເຕີແນັດພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນເວທີປາໄສໃນການປາກເວົ້າຂອງປະຊາຊົນ, ຂອງບັນດາອົງການຈັດຕັ້ງສັງຄົມ, ເປັນເຄື່ອງມືຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ, ການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ...

ຄຽງຂ້າງໝາກຜົນດັ່ງກ່າວ, ບົດລາຍງານແຫ່ງຊາດ ກ່ຽວກັບກົນໄກ UPR ຮອບທີ IV ຍັງຊີ້ໃຫ້ເຫັນສິ່ງທ້າທາຍຈຳນວນໜຶ່ງທີ່ຫວຽດນາມ ຕ້ອງປະເຊີນໜ້າ, ຈາກນັ້ນວາງອອກທິດທາງບຸລິມະສິດ ແລະ ຄວາມຕ້ອງການຮ່ວມມືຂອງຫວຽດນາມ ໃນໄລຍະຈະມາເຖິງ.

ວິວັດການສ້າງບົດລາຍງານ UPR ຂອງຫວຽດນາມ ໄດ້ປະຕິບັດຢ່າງເປີດເຜີຍ ແລະໂປ່ງໃສ

ທີ່ກອງປະຊຸມຂ່າວ, ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງວຽດ ໄດ້ຊີ້ແຈ້ງໃຫ້ເຫັນຄວາມສະດວກທີ່ຫວຽດນາມ ມີໃນວິວັດການປະຕິບັດຂໍ້ສະເໜີແນະ UPR ຮອບທີ III ທີ່ ຫວຽດນາມ ໄດ້ຕົກລົງຮັບເອົາ ແລະ ສ້າງບົດລາຍງານແຫ່ງຊາດກ່ຽວກັບກົນໄກ UPR ຮອບທີ IV. ບັນດາປັດໄຈສະດວກອື່ນ ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງວຽດ ກໍ່ໄດ້ເວົ້າເຖິງ ຄື: ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງຕໍ່ກັບ ສປຊ ແລະ ສະພາສິດທິມະນຸດ ໃນການປະຕິບັດບັນດາຄຳໝັ້ນສັນຍາຕາມຂໍ້ສະເໜີແນະສາກົນກ່ຽວກັບສິດທິມະນຸດ ທີ່ ຫວຽດນາມໄດ້ເຂົ້າຮ່ວມ; ຫວຽດນາມ ໄດ້ຮັບການຮ່ວມມືຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຈາກບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດສະມາຊິກຂອງ ສປຊ; ຫວຽດນາມ ຍັງມີປະສົບການຫຼາຍຢ່າງຜ່ານ 3 ຮອບວຽນ ເພື່ອປະຕິບັດຂໍ້ສະເໜີແນະຂອງຮອບວຽນນີ້ໃຫ້ເປັນຢ່າງດີ...

leftcenterrightdel
ບົດລາຍງານແຫ່ງຊາດ ກ່ຽວກັບການຊຸກຍູ້ສິດທິມະນຸດ ຢູ່ຫວຽດນາມ ຕາມກົນໄກທົບທວນປະຈຳ ໄລຍະ (UPR) ຮອບທີ IV ເປັນພາສາຫວຽດ ແລະພາສາອັງກິດ ໄດ້ສົ່ງໃຫ້ສະພາສິດທິມະນຸດ ສະຫະປະຊາຊາດ ຢ່າງເປັນທາງການ. ພາບ: ເຟືອງລີງ

ທ່ານ ໂດ໊ຮຸ່ງວຽດ ຢືນຢັນວ່າ: “ວິວັດການສ້າງບົດລາຍງານແຫ່ງຊາດ ກ່ຽວກັບກົນໄກ UPR ຂອງຫວຽດນາມ ໄດ້ດຳເນີນໄປຢ່າງເປີດເຜີຍ ແລະໂປ່ງໃສ ໂດຍມີການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງຢ່າງພ້ອມພຽງ, ບໍ່ພຽງແຕ່ແມ່ນບັນດາອົງການລັດຖະບານເທົ່ານັ້ນ ຫາກຍັງມີບັນດາອົງການ,  ອົງການຈັດຕັ້ງສັງຄົມວິຊາຊີບ, ອົງການຈັດຕັ້ງມະຫາຊົນ ແລະປະຊາຊົນໂດຍກົງ ກໍຄືຄູ່ຮ່ວມມືສາກົນ. ກະຊວງການຕ່າງປະເທດຫວຽດນາມ ກໍຄືກະຊວງ, ຂະແໜງການຈໍານວນໜຶ່ງ ກໍ່ໄດ້ຈັດຕັ້ງ 6 ກອງປະຊຸມສໍາມະນາ ແລະ ກອງປະຊຸມທາບທາມຄໍາເຫັນ ເພື່ອຮັບເອົາຄຳເຫັນຈາກບັນດາຝ່າຍທີ່ກ່ຽວຂ້ອງ ກ່ຽວກັບເນື້ອໃນຂອງບົດລາຍງານ. ນອກຈາກນັ້ນ, ພວກຂ້າພະເຈົ້າຍັງໄດ້ຮັບຄຳເຫັນຈາກບັນດາອົງການຈັດຕັ້ງ, ບຸກຄົນຜ່ານທາງອີເມວ ແລະ ພວກຂ້າພະເຈົ້າໄດ້ຄົ້ນຄ້ວາ ແລະ ຮັບເອົາຄໍາເຫັນປະກອບທີ່ເໝາະສົມຂອງບັນດາອົງການຈັດຕັ້ງ ແລະ ບຸກຄົນດັ່ງກ່າວ”.

ສະແດງໃຫ້ເຫັນວ່າ ການສ້າງບົດລາຍງານແຫ່ງຊາດກ່ຽວກັບກົນໄກ UPR ກໍ່ຄືການປະຕິບັດບັນດາຂໍ້ສະເໜີແນະ UPR ແມ່ນຄວາມຮັບຜິດຊອບ ແລະພັນທະຂອງທຸກໆປະເທດສະມາຊິກ ສປຊ, ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງວຽດ ເນັ້ນໜັກວ່າ: ວິວັດການສ້າງບົດລາຍງານແຫ່ງຊາດກ່ຽວກັບກົນໄກ UPR ຂອງຫວຽດນາມ ໄດ້ຕິດພັນກັບວິວັດການເຂົ້າຮ່ວມສະພາສິດທິມະນຸດ. ນັ້ນແມ່ນການຮັບປະກັນຄວາມເຄົາລົບ, ຄວາມເຂົ້າໃຈ, ມີການເຈລະຈາ ແລະການຮ່ວມມື, ຮັບປະກັນສິດທິມະນຸດໃຫ້ໝົດທຸກຄົນ. ຫວຽດນາມ ຈະສືບຕໍ່ເພີ່ມທະວີການເຂົ້າຮ່ວມປະກອບສ່ວນເຂົ້າໃນສະພາສິດທິມະນຸດ ໃນໄລຍະຈະມາເຖິງ.

ໂດຍ: ທູຈາງ