ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢືນຢັນຄືດັ່ງກ່າວ ໃນຂະນະທີ່ຕ້ອນຮັບທ່ານນາງ Greta Gunnarsdottir, ຫົວໜ້າຫ້ອງວ່າການອົງການກູ້ຊ່ວຍ ແລະວຽກເຮັດງານທໍາໃຫ້ຄົນລີ້ໄພປາແລັດສະຕິນ ຕາເວັນອອກໃກ້ ຂອງ ສປຊ (UNRWA) ໃນວັນທີ 13 ເມສາ, ຢູ່ນະຄອນນິວຢອກ (ອາເມລິກາ).

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະທ່ານນາງ Greta Gunnarsdottir ຫົວໜ້າຫ້ອງວ່າການອົງການກູ້ຊ່ວຍ ແລະວຽກເຮັດງານທໍາໃຫ້ຄົນລີ້ໄພປາແລັດສະຕິນ ຕາເວັນອອກໃກ້ຂອງ ສປຊ. ພາບ: vovworld.vn

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກໍ່ຢັ້ງຢືນເຖິງຄວາມສາມັກຄີຂອງຫວຽດນາມ ກັບປະຊາຊົນປາແລັດສະຕິນ; ສະແດງຄວາມວິຕົກກັງວົນຕໍ່ກັບສະພາບເກີດການປະທະກັນທີ່ແກ່ຍາວ ແລະໄພພິບັດດ້ານມະນຸດສະທຳຢູ່ເຂດ Gaza. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ຕີລາຄາສູງຕໍ່ບົດບາດຂອງ ສະຫະປະຊາຊາດ ເວົ້າລວມ ກັບອົງການກູ້ຊ່ວຍ ແລະວຽກເຮັດງານທໍາໃຫ້ຄົນລີ້ໄພປາແລັດສະຕິນ ຢູ່ຕາເວັນອອກໃກ້ ຂອງ ສປຊ ເວົ້າສະເພາະໃນການຊຸກຍູ້ ແລະປະຕິບັດຄວາມມານະພະຍາຍາມກູ້ຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນປາແລັດສະຕິນ. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນອົງການກູ້ຊ່ວຍ ແລະວຽກເຮັດງານທໍາໃຫ້ຄົນລີ້ໄພປາແລັດສະຕິນ ຢູ່ຕາເວັນອອກໃກ້ ຂອງ ສປຊ ຜັນຂະຫຍາຍພາລະກໍາທີ່ສຳຄັນນີ້ໃນໄລຍະຈະມາເຖິງ.

ສ່ວນທ່ານນາງ Greta Gunnarsdottir ໄດ້ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ລັດຖະບານຫວຽດນາມ ທີ່ໄດ້ປະກອບສ່ວນເງິນຈໍານວນ 500.000 ໂດລາສະຫະລັດ ເພື່ອກູ້ຊ່ວຍດ້ານມະນຸດສະທຳສຸກເສີນໃຫ້ແກ່ຊາວປາແລັດສະຕິນ ຜ່ານອົງການກູ້ຊ່ວຍ ແລະວຽກເຮັດງານທໍາໃຫ້ຄົນລີ້ໄພປາແລັດສະຕິນ ຢູ່ຕາເວັນອອກໃກ້ຂອງ ສປຊ. ທ່ານນາງ Greta Gunnarsdottir ຫວັງວ່າ ລັດຖະບານຫວຽດນາມ ຈະສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມກູ້ຊ່ວຍດ້ານມະນຸດສະທຳ ແລະພ້ອມກັນຊຸກຍູ້ການຢຸດຍິງຢູ່ Gaza.

ໂດຍ: ທູຈາງ