ທີ່ການເຮັດວຽກໃນຂອບເຂດການເຄື່ອນໄຫວຂອງຄະນະກຳມະການອາຊຽນ ທີ່ຈັດຂຶ້ນໃນວັນທີ 10 ເມສາ ຢູ່ Buenos Aires, ທ່ານລັດຖະມົນຕີ Gimenez ກໍ່ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ເວົ້າສະເພາະ ແລະອາຊຽນ ເວົ້າລວມ. ທ່ານ Gimenez ໄດ້ແນະນຳໃຫ້ບັນດາເອກອັກຄະລັດຖະທູດອາຊຽນຮັບຊາບກ່ຽວກັບການເຄື່ອນໄຫວດ້ານເສດຖະກິດ, ການນຳເຂົ້າ-ສົ່ງອອກ ແລະດຶງດູດການລົງທຶນຈາກຕ່າງປະເທດຂອງປາຣາກວາຍ, ກໍ່ຄືສະພາບການຕົວຈິງ ແລະຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າກັບບັນດາປະເທດອາຊຽນ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ຕາມຕົວເລກສະຖິຕິຂອງກະຊວງອຸດສາຫະກຳ ແລະການຄ້າປາຣາກວາຍ, ວົງເງິນການຄ້າກັບຫວຽດນາມ ໃນປີ 2023 ຈະບັນລຸ 240 ລ້ານໂດລາສະລັດ, ໃນນັ້ນ ສິນຄ້າຫວຽດນາມ ທີ່ສົ່ງອອກໄປຍັງບັນດາປະເທດອາເມລິກາໃຕ້ ບັນລຸເກືອບ 110 ລ້ານໂດລາສະຫະລັດ ແລະນຳເຂົ້າ 130 ລ້ານ ໂດລາສະຫະລັດ.

ຕາມທະນາຄານໂລກ (WB), ປາຣາກວາຍແມ່ນປະເທດທີ່ມີອັດຕາການເຕີບໂຕເສດຖະກິດໄວ ແລະສູງກວ່າລະດັບສະເລ່ຍຂອງພາກພື້ນອາເມລິກາລາຕິນ ຍ້ອນສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະສະພາບແວດລ້ອມພາຍນອກທີ່ສະດວກ. ປີ 2023, ຍອດຜະລິດຕະພັນພາຍໃນປະເທດອາເມລິກາໃຕ້ (GDP) ຈະບັນລຸ 4,7%, ສູງທີ່ສຸດໃນພາກພື້ນ.

ປາຣາກວາຍ ເປັນປະເທດສົ່ງອອກຜະລິດຕະພັນກະເສດ, ສັດລ້ຽງ ແລະພະລັງງານໄຟຟ້າຂະໜາດໃຫຍ່ໃນໂລກ, ມີຊື່ສຽງໃນການຜະລິດວັດຖຸດິບ ແລະສະບຽງອາຫານດິບ, ໂດຍສະເພາະແມ່ນສານເຄມີ, ຊີ້ນ, ເຄື່ອງດື່ມ ແລະຢາສູບ. ໃນປີກາຍນີ້, ຜະລິດຕະພັນອຸດສາຫະກໍາກວມເອົາ 56% ຂອງປະເພດສິນຄ້າສົ່ງອອກຂອງ ປາຣາກວາຍ.

ປາຣາກວາຍແມ່ນສະມາຊິກກຸ່ມຕະຫຼາດລວມຂອງອາເມລິກາໃຕ້ (Mercosur) ພ້ອມກັບ ບຣາຊິນ, ອາເຈນຕິນາ ແລະອູຣູກວາຍ, ມີຫຼາຍບຸລິມະສິດດ້ານພາສີດ້ວຍລະດັບສະເລ່ຍຕໍ່າທີ່ສຸດໃນພາກພື້ນອາເມລິກາໃຕ້.

ໂດຍ: ໄຊນີດາ