Meiko ເປັນໜຶ່ງໃນກຸ່ມບໍລິສັດນໍາໜ້າຂອງໂລກໃນການຜະລິດແຜງວົງຈອນພິມເອເລັກໂຕນິກ ແລະປະກອບແຜງວົງຈອນດັ່ງກ່າວໃຫ້ສົມບູນໂດຍມີ 5 ໂຮງງານຢູ່ປະເທດຍີ່ປຸ່ນ, 2 ໂຮງງານແມ່ນຢູ່ປະເທດຈີນ ແລະມີຫ້ອງການຕົວແທນ, ບໍລິສັດລູກຢູ່ທົ່ວໂລກ.

leftcenterrightdel
ບັນຍາກາດທີ່ພິທີວາງສີລາຈາລຶກ. ພາບ: ສໍານັກຂ່າວສານຫວຽດນາມ

ໂຄງການຂອງ Meiko ພວມຜັນຂະຫຍາຍຢູ່ ຮວ່າບິງ ແມ່ນໂຄງການທີ 5 ຂອງກຸ່ມບໍລິສັດ Meiko ຢູ່ຫວຽດນາມ, ດ້ວຍຍອດເງິນລົງທຶນ 200 ລ້ານໂດລາສະຫະລັດສຳລັບໂຮງງານເລກ 1 ແລະ 500 ລ້ານໂດລາສະຫະລັດ ສຳລັບໂຮງງານເລກ 2. ໂຄງການດັ່ງກ່າວມີໄລຍະເວລາດຳເນີນງານ 50 ປີນັບແຕ່ມື້ອອກໃບທະບຽນການລົງທຶນຄັ້ງທຳອິດ. ກຸ່ມບໍລິສັດວາງແຜນການ: ນັບແຕ່ໄຕມາດທີ II/2024 ຜະລິດທົດລອງ ແລະຜະລິດຢ່າງເປັນທາງການ; ຄາດວ່າຈໍານວນແຮງງານແມ່ນປະມານ 3.000 ຄົນ (ຮອດປີ 2030); ຄາດຄະເນການປະກອບສ່ວນເຂົ້າງົບປະມານ (ເມື່ອຜະລິດຄົບຕາມສະມັດຕະພາບໃນປີ 2030) ແມ່ນປະມານ 8 ລ້ານໂດລາສະຫະລັດຕໍ່ປີ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ແຂວງຮວ່າບິງ ສ້າງທຸກເງື່ອນໄຂເພື່ອໃຫ້ Meiko ລົງທຶນພັດທະນາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ກຸ່ມບໍລິສັດ Meiko ຈະປະຕິບັດໂຄງການຢ່າງມີປະສິດທິຜົນ; ກົມກ່ຽວຜົນປະໂຫຍດລະຫວ່າງລັດ, ນັກລົງທຶນ ແລະປະຊາຊົນ.

ໂດຍ: ໄຊນີດາ