ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາສູງຕໍ່ບັນດານະໂຍບາຍຂອງລັດຖະບານ ບຣາຊິນ ເພື່ອປັບປຸງ ແລະຍົກສູງຖານະບົດບາດດ້ານເສດຖະກິດ, ການເມືອງ, ບົດບາດທີ່ຕັ້ງໜ້າຂອງ ບຣາຊິນ ຢູ່ພາກພື້ນກໍ່ຄືໃນໂລກ; ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີ Mauro Vieira ຈະປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ບຣາຊິນ ກວ່າອີກ, ແມ່ນບາດກ້າວເດີນລະອຽດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດໃນໄລຍະຜ່ານມາ, ໂດຍສະເພາະແມ່ນບັນດາຂົງເຂດທີ່ສອງປະເທດທີ່ມີຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ພັດທະນາຢູ່ສອງພາກພື້ນກໍ່ຄືໃນໂລກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Mauro Vieira ລັດຖະມົນຕີການຕ່າງປະເທດ ສະຫະພັນ ບຣາຊິນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Mauro Vieira ສະແດງຄວາມປີຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມຫວຽດນາມ ຄືນໃໝ່ ແລະໄດ້ເຫັນປະຈັກຕາບັນດາຜົນງານການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນທຸກດ້ານ; ຢັ້ງຢືນວ່າ ລັດຖະບານຂອງທ່ານປະທານາທິບໍດີ Lula da Silva ຖືເປັນສຳຄັນຖານະບົດບາດ, ຖານະທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ; ປາດຖະໜາຢາກໃຫ້ຝ່າຍ ຫວຽດນາມ ພ້ອມກັນສົມທົບກັນ, ແລກປ່ຽນ, ສ້າງເນື້ອໃນປະກອບສ່ວນສ້າງຜົນສຳເລັດໃຫ້ແກ່ກອງປະຊຸມສຸດຍອດ G20, ພ້ອມທັງກວດກາຄືນການຮ່ວມມືສອງຝ່າຍ, ສະເໜີບັນດາທິດທາງເພື່ອແນໃສ່ເປີດກວ້າງ, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ບຣາຊິນ ໃຫ້ເລິກເຊິ່ງກວ່າອີກ; ສືບຕໍ່ຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ ແລະຍາວນານ, ມຸ່ງໄປເຖິງການຍົກລະດັບການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ