ຊຸກຍູ້ການຮ່ວມມືດ້ານການເມືອງ, ການລົງທຶນລະຫວ່າງຫວຽດນາມ ແລະອີຢູ
ຕອນບ່າຍວັນທີ 18 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ Bernd Lange.
    |
 |
ທ່ານ ເຈິ່ນລຶວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ໃຫ້ການຕ້ອນຮັບທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະແດງມີຄວາມປາດຖະໜາຢາກໃຫ້ສະຫະພາບເອີລົບ (ອີຢູ) ແລະບັນດາປະເທດສະມາຊິກສືບຕໍ່ແບ່ງປັນບົດຮຽນປະສົບການ, ໜູນຊ່ວຍດ້ານການເງິນ, ເຕັກໂນໂລຢີ ແລະຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຫັນປ່ຽນພະລັງງານສີຂຽວ. ຜ່ານນັ້ນ, ກໍ່ຊ່ວຍຫວຽດນາມ ມຸ່ງໄປເຖິງການປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050 ໃຫ້ປະກົດຜົນເປັນຈິງ ແລະຊຸກຍູ້ການພັດທະນາສີຂຽວ ແລະຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີທ່ານ Bernd Lange ຊຸກຍູ້ 10 ປະເທດສະມາຊິກອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ, ພ້ອມກັນນັ້ນ, ກໍ່ຊຸກຍູ້ໃຫ້ EC ແກ້ໄຂບັດເຫຼືອງສຳລັບສິນທະເລສົ່ງອອກຂອງຫວຽດນາມ ບົນພື້ນຖານຢັ້ງຢືນຄວາມມານະພະຍາຍາມຂອງຫວຽດນາມ ໃນການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມການກຳນົດ (IUU).
ສ່ວນທ່ານ Bernd Lange ປະທານກຳມະທິການການຄ້າສາກົນຂອງລັດຖະສະພາເອີລົບ ຖືວ່າ ຫວຽດນາມ ແລະອີຢູ ມີການພົວພັນທີ່ເປັນປົກກະຕິ, ເປັນໜ້າເຊື່ອໃຈ ແລະມີການຮ່ວມມືອັນດີງາມໃນຫຼາຍຂົງເຂດ, ດັ່ງນັ້ນຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນນີ້ໃຫ້ສືບຕໍ່ພັດທະນາຢ່າງເລິກເຊິ່ງກ່ວາອີກໃນອະນາຄົດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ