ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ປອ ຫງວຽນກວກວັນ, ຫົວໜ້າສະຖາບັນຍຸດທະສາດ ແລະວິທະຍາສາດກວດສອບ ເນັ້ນໜັກວ່າ ການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງແມ່ນໜຶ່ງໃນບັນດາປັດໄຈຮັບປະກັນຕັດສິນຊີ້ຂາດ ເພື່ອບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ. ມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ, ມາຮອດປະຈຸບັນ, ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຂອງຫວຽດນາມ ໄດ້ມີບາດກ້າວປ່ຽນແປງຢ່າງແຮງ.

leftcenterrightdel
ທ່ານ ປອ ຫງວຽນກວກວັນ, ຫົວໜ້າສະຖາບັນຍຸດທະສາດ ແລະວິທະຍາສາດກວດສອບ ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ທ່ານ ຫງວຽນກວກວັນ ໃຫ້ຮູ້ວ່າ: ນອກຈາກບັນດາໝາກຜົນທີ່ບັນລຸໄດ້ແລ້ວ, ຍັງມີຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະຂໍ້ຈຳກັດໃນວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຢູ່. ສະນັ້ນ, ກອງປະຊຸມສໍາມະນາແມ່ນໂອກາດ ເພື່ອໃຫ້ບັນດານັກວິທະຍາສາດ ແລະບັນດາຜູ້ແທນຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະບັນດາຜູ້ແທນສາກົນໄດ້ແລກປ່ຽນ ແລະແບ່ງປັນຄຳຄິດຄຳເຫັນ, ປະກອບສ່ວນຍົກສູງປະສິດທິຜົນບັນດາມາດຕະຖານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ທີ່ກອງປະຊຸມສໍາມະນາ, ທ່ານນາງ Carolyn Dubrovsky, ຮອງທີ່ປຶກສາທູດດ້ານການເມືອງ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຂອງຫວຽດນາມ ໃນຊຸມປີຜ່ານມາ, ພ້ອມທັງຖືວ່າ, ກອງປະຊຸມສໍາມະນາຄັ້ງນີ້ ແມ່ນໂອກາດເພື່ອໃຫ້ ອາເມລິກາ ແລະ ຫວຽດນາມ ເປີດກວ້າງການຮ່ວມມື ໃນການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ. ສ່ວນທ່ານ Patrick Haverman, ຮອງຫົວໜ້າຄະນະຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາຫວຽດນາມ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ມີຄວາມມານະພະຍາຍາມ ຫຼາຍພໍສົມຄວນໃນວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສໍາມະນາໄດ້ສຸມໃສ່ແບ່ງປັນຄວາມຄິດເຫັນກ່ຽວກັບວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ໃນນັ້ນມີ: ຂໍ້ສະດວກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບການຄວບຄຸມສິດອໍານາດ;... ກໍ່ຄືບັນດາມາດຕະການສະກັດກັ້ນ, ການຕ້ານການສໍ້ລາດບັງຫຼວງ.

ໂດຍ: ທະນາພອນ