ເວທີປາໄສໄດ້ສຸມໃສ່ປຶກສາຫາລືກ່ຽວກັບມາດຕະການຊຸກຍູ້ການຄ້າ ແລະການລົງທຶນ ເພື່ອແນໃສ່ເພີ່ມທະວີດ້ານການເງິນໃຫ້ແກ່ການພັດທະນາກໍ່ຄືການພັດທະນາເຕັກໂນໂລຢີສີຂຽວ ເພື່ອມຸ່ງໄປເຖິງການກໍ່ສ້າງລະບົບສີວິໄລນິເວດທົ່ວໂລກ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ພ້ອມດ້ວຍຄະນະການນຳຂັ້ນສູງຫວຽດນາມ ຢ້ຽມຊົມຮ້ານວາງສະແດງສິນຄ້າແຫ່ງຊາດຫວຽດນາມ  ຢູ່ງານຕະຫຼາດນັດ CIIE 2023. ພາບ: Congthuong.vn

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດຕັ້ງ CIIE ຄັ້ງທີ 6. ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ ໃນສະພາບການໂລກມີການປ່ຽນແປງຢ່າງເລິກເຊິ່ງດ້ວຍການພັດທະນາຢ່າງແຂງແຮງ ຂອງວິທະຍາສາດເຕັກໂນໂລຢີ ແລະບັນດາທ່າອ່ຽງຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ການພັດທະນາອີງໃສ່ເຕັກໂນໂລຢີ, ສະຕິປັນຍາ. ຢັ້ງຢືນວ່າ ນີ້ແມ່ນຈຸດເວລາປະຫວັດສາດເພື່ອໃຫ້ໂລກມີການປ່ຽນແປງໃໝ່ໂດຍໄວ, ຫັນປ່ຽນເສດຖະກິດຈາກສີໝົ່ນມາເປັນສີຂຽວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນສາມການກຳນົດທິດຮ່ວມມືຄືດັ່ງນີ້:

ທີໜຶ່ງ, ຄວນປັບປຸງການຮ່ວມມື ແລະສາມັກຄີສາກົນເພື່ອກໍ່ສ້າງລະບົບນິເວດໃຫ້ແກ່ການລົງທຶນ ແລະການຄ້າສີຂຽວ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ການຮັບມືກັບສິ່ງທ້າທາຍທົ່ວໂລກຕ້ອງມີຄວາມມານະພະຍາຍາມທົ່ວໂລກ, ເຊີດຊູລັດທິຫຼາຍຝ່າຍ. ບັນດາລະບອບຫຼາຍຝ່າຍ, ຄື: ອົງການການຄ້າສາກົນ (WTO), UNCTAD, UNDP, ໂຄງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (UNEP) ຄວນເສີມຂະຫຍາຍບົດບາດເພີ່ມທະວີການເຊື່ອມຕໍ່ສ້າງນະໂຍບາຍທົ່ວໂລກເພື່ອແນໃສ່ຊຸກຍູ້ການຄ້າ ແລະການລົງທຶນສີຂຽວ, ຍືນຍົງ.

ທີສອງ, ຂະບວນການຫັນການລົງທຶນ ແລະການຄ້າເປັນສີຂຽວ ຄວນຮັບປະກັນຄວາມທ່ຽງທຳ. ບັນດາປະເທດຄວນພ້ອມກັນກະທຳ, ປະຕິບັດເປົ້າໝາຍລວມ ແຕ່ຄວນຄຳນຶງເຖິງຄວາມແຕກຕ່າງກ່ຽວກັບລະດັບການພັດທະນາ, ຂະໜາດເສດຖະກິດ ແລະຄວາມສາມາດຮັບມືຂອງບັນດາປະເທດ. ບັນດາປະເທດພັດທະນາຄວນໜູນຊ່ວຍດ້ານການເງິນ, ເຕັກໂນໂລຢີ ແລະຊັບພະຍາກອນມະນຸດໃຫ້ບັນດາປະເທດກໍາລັງພັດທະນາ ເພື່ອປະຕິບັດຕາມມາດຖານສີຂຽວທົ່ວໂລກໃຫ້ໄດ້.

ທີສາມ, ວິທະຍາສາດເຕັກໂນໂລຢີແມ່ນ "ວັກຊິນ" ໃນຂະບວນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຫັນປ່ຽນສີຂຽວ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ ໃຫ້ບັນດາປະເທດພັດທະນາຄວນໄປນຳໜ້າໃນການປະດິດສ້າງ, ພັດທະນາວິທະຍາສາດເຕັກໂນໂລຢີເພື່ອຜະລິດບັນດາຜະລິດຕະພັນສີຂຽວ, ຄື: hydrogen ຂຽວ, ພື້ນຖານໂຄງລ່າງເກັບຮັກສາ, ການຂົນສົ່ງ ແລະການຜະລິດທີ່ປ່ອຍອາຍພິດໜ້ອຍ, ເປັນມິດກັບສິ່ງແວດລ້ອມ.

ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມກັບບັນດາປະເທດພັດທະນາເພື່ອສ້າງຮູບແບບການຮ່ວມມືລະຫວ່າງບັນດາປະເທດພັດທະນາ ແລະປະເທດກໍາລັງພັດທະນາ ໃຫ້ແກ່ການຫັນປ່ຽນສີຂຽວ. ໂດຍແມ່ນໜຶ່ງໃນ 3 ປະເທດທີ່ຜັນຂະຫຍາຍຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງສະເໝີພາບ (JETP) ກັບບັນດາປະເທດ G7, ຫວຽດນາມ ໄດ້ຊຸກຍູ້ກົນໄກປຸກລະດົມດ້ານການເງິນສີຂຽວ, ຕາມນັ້ນແລ້ວແຫຼ່ງເງິນທຶນຈາກລັດຖະບານ ໄດ້ສວມບົດບາດນຳໜ້າ, ຈັດການແຫຼ່ງເງິນລົງທຶນພາກເອກະຊົນ ເພື່ອຫັນເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດ, ການຫັນປ່ຽນສີຂຽວ ແລະການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.

* ກໍ່ໃນຕອນບ່າຍວັນທີ 5 ພະຈິກ, ເນື່ອງໃນໂອກາດເຂົ້າຮ່ວມ CIIE ຄັ້ງທີ 6, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Pascal Soriot, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ AstraZeneca, ແລະທ່ານ ດ່າວລອງຈູງ, ຜູ້ສ້າງຕັ້ງ, ປະທານກຸ່ມບໍລິສັດພະລັງງານໃໝ່ຈຽງຊູ Runergy.

ທີ່ການຕ້ອນຮັບທ່ານ Pascal Soriot, ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕີລາຄາສູງຕໍ່ກຸ່ມບໍລິສັດ Astra Zeneca ທີ່ໄດ້ຕັ້ງໜ້າຊ່ວຍເຫຼືອໃນການສະໜອງວັກຊິນປ້ອງກັນ, ຕ້ານໂຄວິດ-19 ໃຫ້ຫວຽດນາມ; ກໍ່ຄືໄດ້ປະກອບສ່ວນເຂົ້າໃນການປະຕິບັດຄວາມສະເໝີພາບວັກຊິນ ໃນທົ່ວໂລກ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ "ລັດຖະບານຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະອຳນວຍຄວາມສະດວກເພື່ອໃຫ້ AstraZeneca ຜັນຂະຫຍາຍບັນດາໂຄງການຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດໃນຂົງເຂດການແພດ, ການຢາ, ລະບົບນິເວດໃນການເບິ່ງແຍງດູແລສຸຂະພາບ ແລະພັດທະນາແບບຍືນຍົງ".

ທີ່ການຕ້ອນຮັບທ່ານ ດ່າວລອງຈູງ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ກຳນົດທິດພັດທະນາຢ່າງແຂງແຮງຕໍ່ກັບປະເພດພະລັງງານທົດແທນເພື່ອພັດທະນາ, ຜະລິດບັນດາປະເພດເຊື້ອໄຟ, ຄື: hydro ສີຂຽວ, amoniac ສີຂຽວ... ນີ້ແມ່ນກາລະໂອກາດໃຫ້ບັນດານັກລົງທຶນຕ່າງປະເທດຢູ່ຫວຽດນາມ ສາມາດເຂົ້າຮ່ວມຂອດຕ່າງໆໃນຂະບວນການຂອງຂະແໜງພະລັງງານທົດແທນ, ພະລັງງານໃໝ່ຢ່າງເລິກເຊິ່ງກວ່າເກົ່າ, ກໍ່ຄືຮັບໃຊ້ໃຫ້ແກ່ການສົ່ງອອກພະລັງງານ, ວັດຖຸອຸປະກອນ, ເຄື່ອງອາໄຫຼ່ໃຫ້ຕະຫຼາດທົ່ວໂລກ... ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດພະລັງງານໃໝ່ ຈຽງຊູ Runergy ພ້ອມກັນຄົ້ນຄວ້າ, ພັດທະນາມາດຕະການເຕັກໂນໂລຢີທີ່ເປັນໄປໄດ້ກ່ຽວກັບແບດເຕີຣີແສງຕາເວັນ, ເຄືອຂ່າຍສົ່ງໄຟຟ້າອັດສະລິຍະ, ຜະລິດ hydro ສີຂຽວ, amoniac ສີຂຽວ…

ໂດຍ: ແສງເດືອນ