ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ໂຮນລັງ ເລິກເຊິ່ງກວ່າອີກ
ກປ.ອອນໄລ - ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ Mark Rutte ນາຍົກລັດຖະມົນຕີໂຮນລັງ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 1-2 ພະຈິກ. ຕອນເຊົ້າວັນທີ 2 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານ ຟ້າມມິງຈິ໊ງ ໄດ້ເປັນປະທານພິທີຕ້ອນຮັບທ່ານ Mark Rutte ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໂຮນລັງ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການເຈລະຈາ, ປຶກສາຫາລືຫຼາຍບັນຫາເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍ ແລະບັນດາບັນຫາພາກພື້ນ ແລະສາກົນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Mark Rutte ນາຍົກລັດຖະມົນຕີໂຮນລັງ. ພາບ: qdnd.vn |
ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Mark Rutte ມີຄວາມໝາຍສຳຄັນ ກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023), ປະກອບສ່ວນຍູ້ແຮງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ໂຮນລັງ ເລິກເຊິ່ງກວ່າອີກ, ຕີລາຄາສູງສາຍພົວພັນມິດຕະພາບ, ຈິງໃຈ ແລະຄູ່ຮວມມືທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ເປັນແບບຢ່າງຂອງສາຍພົວພັນທີ່ຂະຫຍັນຂັນເຄື່ອນ, ມີປະສິດທິຜົນ ແລະແທດຈິງ; ຢືນຢັນວ່າສອງປະເທດຕັດສິນໃຈພ້ອມກັນຮ່ວມມື, ພັດທະນາດ້ວຍຄວາມເຂັ້ມແຂງດ້ວຍຕົນເອງ ແລະຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn |
ສ່ວນທ່ານນາຍົກລັດຖະມົນຕີໂຮນລັງ ຢືນຢັນວ່າ ຫວຽດນາມ ແມ່ນບຸລິມະສິດ ແລະຄູ່ຮ່ວມມືສຳຄັນຂອງ ໂຮນລັງ ໃນພາກພື້ນອິນເດຍ - ປາຊີຟິກ.
ນາຍົກລັດຖະມົນຕີສອງທ່ານ ຢັ້ງຢືນວ່າ: ເສດຖະກິດ, ການຄ້າ ແມ່ນເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ເຫັນດີຈະສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງຄົບຖ້ວນ ແລະມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ໂຮນລັງ ສະໜັບສະໜູນຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” IUU ສໍາລັບການສົ່ງອອກສິນໃນນໍ້າຂອງຫວຽດນາມ, ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ແລະ ສົ່ງເສີມບັນດາວິສາຫະກິດ ໂຮນລັງ ຍູ້ແຮງການລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດ ຄື: ເຕັກໂນໂລຢີສູງ, ທ່າກຳປັ່ນ, ໂຄງລ່າງຍຸດທະສາດ... ນາຍົກລັດຖະມົນຕີສອງທ່ານ ກໍ່ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງຂອບເຂດຄູ່ຮ່ວມມື ຍຸດທະສາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງຊັບພະຍາກອນນໍ້າ, ກະສິກໍາແບບຍືນຍົງ.
    |
 |
ບັນຍາກາດທີ່ພິທີມອບຮັບເອກະສານຮ່ວມມື ລະຫວ່າງຫວຽດນາມ ແລະໂຮນລັງ. ພາບ: qdnd.vn |
ນາຍົກລັດຖະມົນຕີສອງທ່ານ ກໍ່ເຫັນດີສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ. ກ່ຽວກັບທະເລຕາເວັນອອກ, ສອງຝ່າຍເຫັນດີເປັນເອກະສັນນໍາກັນ ສະໜັບສະໜູນການຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ ເໝາະສົມກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
* ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີມອບຮັບເອກະສານຮ່ວມມື 4 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ ແລະສະມາຄົມຂອງສອງປະເທດໃນຂົງເຂດ ຂຸດຄົ້ນບໍ່ແຮ່, ພາສີ, ການລົງທຶນ, ການຄ້າ...
ໂດຍ: ທູຈາງ