ເຂົ້າຮ່ວມລາຍການມີທ່ານ ຫງວຽນຈ້ອງເຫງັຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ການນຳບັນດາຄະນະ, ກະຊວງ, ຂະແໜງການຂອງສູນກາງ, ທ້ອງຖິ່ນ ແລະນັກປະຕິວັດອາວຸໂສ.

leftcenterrightdel

ຜູ້ແທນເຂົ້າຮ່ວມລາຍການສະແດງສິລະປະ “ດາວ​ເອ​ກະ​ລາດ”. ພາບ:nhandan.vn

“ດາວເອກະລາດ” ແມ່ນລາຍການຖືກຈັດຂຶ້ນເປັນປະຈຳ ດ້ວຍການສະແດງບັນດາລາຍການທີ່ເປັນເອກະລັກສະເພາະ, ສະແດງບັນດາຄຸນຄ່າອັນດີງາມດ້ານວັດທະນະທຳ, ປະຫວັດສາດກ່ຽວກັບນ້ຳໃຈຮັກຊາດ, ມານະຈິດອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ ຫຼາຍລຸ້ນຄົນໃນການຕໍ່ສູ້, ສ້າງສາ ແລະປົກປັກຮັກສາພື້ນຖານເອກະລາດຂອງຊາດ. “ດາວເອກະລາດ” ປີ 2023 ມີຫຼາຍຈຸດໃໝ່ອ່ຽມ, ປະດິດຄິດສ້າງ, ປະສານສົມທົບລະຫວ່າງປັດໃຈສິລະປະ ແລະມີຄວາມໝາຍດ້ານການເມືອງໄດ້ຢ່າງກົມກຽວ, ສ່ອງແສງສະພາບການຂອງປະເທດໃນຕະຫຼອດ 78 ປີທີ່ມີເອກະລາດ, ເປັນເຈົ້າຕົນເອງ ແລະຢຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມນັບແຕ່ການປະຕິວັດເດືອນສິງຫາ ແລະວັນຊາດ ທີ  2 ກັນຍາ 1945. ລາຍການໄດ້ສະແດງໃຫ້ເຫັນເປົ້າໝາຍ, ການກຳນົດທິດທາງ, ຄວາມປາດຖະໜາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະສູນກາງພັກ ໃນຊຸມເດືອນຈະມາເຖິງ ແລະ ໃນຫຼາຍປີຕໍ່ໜ້າ ເພື່ອແນໃສ່ນຳປະເທດຍາດໄດ້ຜົນງານໃໝ່ໃນພາລະກິດແຫ່ງການເຊື່ອມໂຍງ ແລະພັດທະນາ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ