ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ້ ໄດ້ເຂົ້າຮ່ວມ ແລະມີບົດກ່າວປາໄສສໍາຄັນຢູ່ວາລະປະຊຸມຄົບຄະນະທີໜຶ່ງ AIPA-43. ທ່ານເນັ້ນໜັກວ່າ, ສະພາແຫ່ງຊາດຫວຽດນາມ ຕີລາຄາສູງບົດບາດເປັນປະທານອາຊຽນ ແລະ AIPA ປີ 2022 ຂອງປະທານເຈົ້າພາບກໍາປູເຈຍ ກໍ່ຄືຄວາມມານະພະຍາຍາມ ແລະຄວາມຕັດສິນໃຈກະທໍາຂອງບັນດາສະມາຊິກອາຊຽນ ເພື່ອພ້ອມກັນຮັບມືກັບບັນດາສ່ິງທ້າທາຍເພື່ອຄວາມປອງດອງ, ສັນຕິພາບ, ວັດຖະນາທາວອນໃນພາກພື້ນ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ້ ກ່າວຄໍາເຫັນທີ່ກອງປະຊຸມສະມັດຊາໃຫຍ່ AIPA-43. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ປະທານສະພາແຫ່ງຊາດຫວຽດນາມ ຊີ້ແຈ້ງວ່າ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ດ້ວຍຄວາມປາດຖະໜາກ່ຽວກັບສັນຕິພາບ, ຄວາມກ້າວໜ້າ ແລະວັດທະນາຖາວອນ, ພົນລະເຮືອນໃນຊາຍຄາລວມອາຊຽນ ສືບຕໍ່ພ້ອມກັນຮັບຜິດຊອບພາລະບົດບາດກໍ່ສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບສະໜິດຕິດພັນ, ຂະຫຍັນຂັນເຄື່ອນ, ເປັນເຈົ້າການຮັບມື, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະພັດທະນາແບບຍືນຍົງ. ໃນວິວັດການພັດທະນາຂອງອາຊຽນ, ບັນດາສະພາແຫ່ງຊາດ, ລັດຖະສະພາຂອງອາຊຽນ ດ້ວຍບົດບາດແມ່ນອົງການນິຕິບັນຍັດໄດ້ ແລະກໍາລັງປະກອບສ່ວນກໍ່ສ້າງພື້ນຖານກົດໝາຍລວມໃຫ້ອາຊຽນ. ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ້ ຖືວ່າ AIPA ແມ່ນຮູບແບບພົ້ນເດັ່ນໃຫ້ການຮ່ວມມືລັດຖະສະພາພາກພື້ນ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການຕາງໜ້າໃຫ້ເຈດຈໍານົງ ແລະຄວາມປາດຖາໜາຂອງປະຊາຊົນບັນດາປະເທດອາຊຽນ; ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານບັນດາປະເທດອາຊຽນ ຮັບມືກັບຄວາມຫຍຸ້ງຍາກ,  ສິ່ງທ້າທາຍ, ດ້ວຍການເສີມຂະຫຍາຍບົດບາດຂອງຕົນຢ່າງແຮງຜ່ານບັນດາອົງການນິຕິບັນຍັດ, ຕິດຕາມກວດກາສູງສູດ ແລະສ້າງຄວາມສະດວກຈັດແບ່ງແຫຼ່ງກໍາລັງ, ເພີ່ມທະວີການເຊື່ອມຕໍ່ກັບປະຊາຊົນ.

ສະແດງຄວາມສະໜັບສະໜູນບັນດາເນື້ອໃນໃນໂຄງການດໍາເນີນງານຂອງກອງປະຊຸມສະມັດຊາໃຫຍ່ AIPA-43, ປະທານສະພາແຫ່ງຊາດ ເວືອງດີ່ງເຫວ້ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ດ້ວຍບົດບາດ ແລະຄວາມຮັບຜິດຊອບຂອງຕົນ, ຈະມານະພະຍາຍາມປະຕິບັດບັນດາຄໍາໝັ້ນສັນຍາ ກໍ່ຄືບັນດາມະຕິເຊິ່ງກອງປະຊຸມສະມັດຊາໃຫຍ່ AIPA-43 ຈະຮັບຮອງເອົາ.

ໂດຍ: ໄຊນີດາ