ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນວ່າ ພາຍຫຼັງ 2 ປີກວ່າທີ່ຕ້ານພະຍາດໂຄວິດ-19, ທົ່ວປະເທດ ສາມາດຄວບຄຸມໄດ້ໂລກລະບາດ, ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັກສາໄດ້ທ່າເຕີບໂຕເສດຖະກິດ; ຮັບປະກັນຄວາມດຸນດຽງໃຫຍ່; ຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ; ການເຄື່ອນໄຫວພົວພັນຕ່າງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີ. ໃນຜົນງານລວມນັ້ນມີການປະກອບສ່ວນສໍາຄັນຂອງປະຊາຄົມວິສາຫະກິດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກວດກາຄືນຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດ, ຊຸກຍູ້ການປ່ອຍເງິນລົງທຶນຂອງລັດເພື່ອນໍາພາ, ກະຕຸກຊຸກຍູ້ບັນດາແຫຼ່ງກໍາລັງໃນສັງຄົມ. ຊຸກຍູ້ການປ່ຽນແປງໃໝ່ເຕັກໂນໂລຢີ, ຫັນປ່ຽນດີຈີຕອນໃນວິສາຫະກິດ...

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຮີບຮ້ອນຄົ້ນຄວ້າ, ແກ້ໄຂຂໍ້ຕິດຂັດດ້ານນິຕິກໍາທີ່ກ່ຽວຂ້ອງເຖິງການຜະລິດ, ດໍາເນີນທຸລະກິດ. ຄົ້ນຄວ້ານະໂຍບາຍທີ່ກ່ຽວຂ້ອງເຖິງວິສາຫະກິດ, ຄື: ນະໂຍບາຍກ່ຽວກັບລາຄານໍ້າມັນແອັດຊັງ, ວັດຖຸດິບສົ້ນເຂົ້າ, ວັດສະດຸຜະລິດ, ໃຫ້ບຸລິມະສິດນໍາໃຊ້ວັດຖຸດິບພາຍໃນປະເທດ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ.

ທ່ານນາຍົກລັດຖະມົນຕີ ຫວັງວ່າ ປະຊາຄົມນັກທຸລະກິດ ຄວນຍົກສູງຈິດໃຈຄວາມເອກອ້າງທະນົງໃຈຕໍ່ຊາດ, ສະຕິປະຕິບັດຕາມກົດໝາຍ, ສັດຊື່ບໍລິສຸດໃນການດໍາເນີນທຸລະກິດ, ກໍ່ສ້າງວັດທະນະທໍາໃນວິສາຫະກິດ, ຈັນຍາບັນນັກທຸລະກິດ ແລະຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດ, ການແກ່ງແຍ້ງຢ່າງປອດໄສ, ແບ່ງປັນ ແລະຮ່ວມມືນໍາກັນ, ປ່ຽນແປງໃໝ່ປະດິດສ້າງ, ຍົກສູງຄວາມສາມາດແກ່ງແຍ້ງເພື່ອພັດທະນາເສດຖະກິດປະເທດ...

ໂດຍ: ໄຊຊະນະ