ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມືດ້ານກົດໝາຍ ແລະຍຸຕິທຳລະຫວ່າງຫວຽດນາມ ແລະຍີ່ປຸ່ນ ໃນໄລຍະຜ່ານມາ, ພິເສດແມ່ນການໜູນຊ່ວຍຂອງລັດຖະບານ, ກະຊວງຍຸຕິທຳຍີ່ປຸ່ນ ທີ່ສະຫງວນໃຫ້ກະຊວງຍຸຕິທໍາ ແລະອົງການກົດໝາຍ ແລະຍຸຕິທໍາຫວຽດນາມ; ທ່ານ ໃຫ້ຮູ້ວ່າ ຜ່ານການຮ່ວມມືກັບຍີ່ປຸ່ນ, ກໍາລັງຄວາມສາມາດ, ລະດັບຄວາມຮູ້ຂອງພະນັກງານຫວຽດນາມ ໄດ້ຮັບການຍົກສູງ; ປະກອບສ່ວນຊ່ວຍຫວຽດນາມ ໃນວິວັດການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ກະຊວງຍຸຕິທຳສອງປະເທດຍູ້ແຮງການຮ່ວມມືໜູນຊ່ວຍດ້ານຍຸຕິທຳໃນສະພາບການຄ້າ, ການລົງທຶນ… ນັບມື້ນັບເພີ່ມຂຶ້ນ; ແກ້ໄຂຄະດີຮ້ອງຟ້ອງ, ບັນຫາກ່ຽວກັບສັນຊາດ, ສຳມະໂນຄົວໃຫ້ພົນລະເມືອງສອງປະເທດເພື່ອດຳລົງຊີວິດເປັນປົກກະຕິ; ໜູນຊ່ວຍຫວຽດນາມ ກໍ່ສ້າງຊັບພະຍາກອນມະນຸດຂະແໜງກົດໝາຍ ແລະຍຸຕິທຳໃຫ້ທຽບເທົ່າກັບລະດັບພາກພື້ນ, ເຊື່ອມໂຍງເຂົ້າກັບສາກົນ.

ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງອາຊຽນ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ກະຊວງຍຸຕິທຳຍີ່ປຸ່ນ ເພີ່ມທະວີການຮ່ວມມືອາຊຽນ-ຍີ່ປຸ່ນ ກ່ຽວກັບດ້ານກົດໝາຍ ແລະຍຸຕິທຳ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຂໍ້ສະເໜີຂອງ ຍີ່ປຸ່ນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະຍຸຕິທຳອາຊຽນ-ຍີ່ປຸ່ນ.

ໂດຍ: ເຈິ່ນຮວ່ຽນ