ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານການທູດຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຈະເປັນຂົວເຊື່ອມຕໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະມີການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Jigjee Sereejav ເອກອັກຄະລັດຖະທູດມົງໂກນ ປະຈຳ ຫວຽດນາມ. ພາບ: baochinhphu.vn

ທ່ານນາຍົກລັດຖະມົນຕີ ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ການລົງທຶນຍັງໃຫຍ່ຫຼວງຢູ່; ສະນັ້ນຕ້ອງມີກົນໄກ ເພື່ອໃຫ້ການເຄື່ອນໄຫວດ້ານການຄ້າ ແລະການລົງທຶນເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າອີກ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ລັດຖະບານມົງໂກນ ເອົາໃຈໃສ່ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ທີ່ດໍາລົງຊີວິດ, ຮໍ່າຮຽນ ແລະທໍາມາຫາກິນເປັນປົກກະຕິ ຢູ່ມົງໂກນ; ສືບຕໍ່ຮ່ວມມືກັບຫວຽດນາມ ໃນການແກ້ໄຂບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ໃນການແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ.

ທ່ານເອກອັກຄະລັດຖະທູດມົງໂກນ ປະຈຳ ຫວຽດນາມ Jigjee Sereejav ໄດ້ເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານນາຍົກລັດຖະມົນຕີ. ທ່ານເອກອັກຄະລັດຖະທູດ Jigjee Sereejav ໄດ້ຖ່າຍທອດຄຳເຊີນຂອງທ່ານນາຍົກລັດຖະມົນຕີມົງໂກນ ທີ່ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ໄປຢ້ຽມຢາມມົງໂກນ. ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ໄດ້ຕອບຮັບຄໍາເຊີນດ້ວຍຄວາມຍິນດີ ແລະສະເໜີໃຫ້ຈັດຜ່ານຊ່່ອງທາງການທູດ.

ໂດຍ: ທະນາພອນ