ທີ່ການສົນທະນາທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຖືວ່າ ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ ໃນໄລຍະຜ່ານມາ ຮັກສາໄດ້ທ່າພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ, ເຂົ້າສູ່ລວງເລິກໃນທຸກໆຂົງເຂດ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນສອງປະເທດ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແລະໃນໂລກ.

leftcenterrightdel

ທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຝ່າຍອາເມລິກາ ຢັ້ງຢືນ ສືບຕໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ເປັນສຳຄັນ ແລະປາດຖະໜາຢາກຍົກລະດັບການພົວພັນຂຶ້ນລະດັບສູງກວ່າ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນກວກຢຸງ ສະແດງຄວາມປາດຖະໜາວ່າ ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ຍືນຍົງ ແລະກວມລວມກັບພາກພື້ນ, ສະໜັບສະໜູນຄວາມສາມັກຄີພາຍໃນກຸ່ມ ແລະບົດບາດໃຈກາງຂອງອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ, ຄູ່ຮ່ວມມືແມ່ຂອງ - ອາເມລິກາ. ສອງຝ່າຍກໍ່ແລກປ່ຽນບັນດາບັນຫາຢູ່ພາກພື້ນ ແລະສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂອບເຂດ ສປຊ ກໍ່ຄືບັນດາເວທີປາໄສຫຼາຍຝ່າຍ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ