ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ຫງວຽນຊວນຟຸກ ໃນໄລຍະຈະມາເຖິງ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ມູນເຊື້ອສະຫາຍອ້າຍນ້ອງ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ; ສືບຕໍ່ຊີ້ນຳ, ນຳພາການຈັດຕັ້ງປະຕິບັດຜົນຂອງການເຈລະຈາລະຫວ່າງສອງພັກ ແລະສອງລັດລາວ-ຫວຽດນາມ ໃນເດືອນມິຖຸນາ ຜ່ານມາຢ່າງມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ .

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້. ພາບ: vnexpress.net.

ໃນວັນດຽວກັນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ໄດ້ສົ່ງສານຊົມເຊີຍສະຫາຍ ຟ້າມມີງຈິ໊ງ ເນື່ອງໃນໂອກາດສະພາແຫ່ງຊາດ ຊຸດທີ XV ເລືອກຕັ້ງສະຫາຍໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໃນສານ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ເນັ້ນໜັກວ່າ “ຂ້າພະເຈົ້າ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ພ້ອມກັບສະຫາຍປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດພວກເຮົາໃຫ້ນັບມື້ນັບເກີດດອກອອກຜົນ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາຢູ່ພາກພື້ນ ແລະໃນໂລກ.

ກ່ອນໜ້ານັ້ນ, ວັນທີ 20 ກໍລະກົດ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ກໍ່ໄດ້ສົ່ງສານຊົມເຊີຍເນື່ອງໃນໂອກາດສະຫາຍ ເວືອງດິ່ງເຫວ້ ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ຊຸດທີ XV.

ໂດຍ: ທະນາພອນ