ສະຫາຍ ຫງວຽນຊວນຟຸກ ຮັບຕຳແໜ່ງເປັນປະທານປະເທດ ອາຍຸການ 2021-2026
ກປ.ອອນໄລ - ຕອນເຊົ້າວັນທີ 26 ກໍລະກົດ, ສະມາຊິກສະພາແຫ່ງຊາດທີ່ມີໜ້າ 100% ໄດ້ລົງຄະແນນສຽງສະໜັບສະໜູນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກຳມະການກົມການເມືອງ ຊຸດທີ XIII, ປະທານປະເທດ ອາຍຸການ 2016-2021, ສະມາຊິກສະພາແຫ່ງຊາດຊຸດທີ XV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021-2026.