ທີ່ການເຈລະຈາທາງໄກ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ພົບປະໃນທຸກຂັ້ນ, ທຸກຊ່ອງທາງດ້ວຍຮູບການທີ່ມີໄຫວພິບ; ກະກຽມບັນດາກິດຈະກຳມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (29/9/1992 – 29/9/2022) ໃຫ້ເປັນຢ່າງດີ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໃນການເຈລະຈາທາງໄກ. ພາບ: qdnd.vn

ທ່ານ ເວືອງດິ່ງເຫວ້ ສະເໜີໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືໃຫ້ມີປະສິດທິຜົນ; ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 500 ລ້ານໂດລາສະຫະລັດໂດຍໄວ. ພ້ອມກັນນັ້ນ, ທ່ານກໍ່ປາດຖະໜາວ່າ ບຣູໄນ ໄດ້ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ກ່ຽວກັບຂັ້ນຕອນການຜະລິດ, ອອກໃບຢັ້ງຢືນໃຫ້ແກ່ຜະລິດຕະພັນກະເສດ ແລະບັນດາຜະລິດຕະພັນ Halal ຮັບໃຊ້ໃຫ້ຊາວອິດສະລາມ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໆ ຄື ວັດທະນະທຳ, ການທ່ອງທ່ຽວ ແລະການພົວພັນແລກປ່ຽນປະຊາຊົນ.

ກໍ່ໃນການເຈລະຈາທາງໄກ, ທ່ານ ເວືອງດິ່ງເຫວ້ ກໍ່ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະພ້ອມແລ້ວທີ່ຈະສົມທົບກັບສະພານິຕິບັນຍັດບຣູໄນ ຢ່າງແໜ້ນແຟ້ນ ກໍ່ຄືເຂົ້າຮ່ວມບັນດາກອງປະຊຸມຂອງ AIPA ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ.

leftcenterrightdel
ບັນຍາກາດທີ່ການເຈລະຈາທາງໄກ. ພາບ: qdnd.vn

ຕີລາຄາສູງຕໍ່ເລື່ອງຫວຽດນາມ ປະຕິບັດບົດບາດເປັນປະທານ AIPA 41 ປະສົບຜົນສຳເລັດ, ທ່ານ Abdul Rahman Taib ຢັ້ງຢືນວ່າ ບຣູໄນ ຈະສືບຕໍ່ທຸກສິ່ງທຸກຢ່າງເຊິ່ງຫວຽດນາມ ໄດ້ ແລະພວມປະຕິບັດ; ພ້ອມທັງໃຫ້ຮູ້ວ່າ, ໃນອາຍຸການເປັນປະທານອາຊຽນ ແລະ AIPA, ບຣູໄນ ຈະສຸມໃສ່ເພີ່ມທະວີການພົວພັນຮ່ວມມືພາຍໃນກຸ່ມ ໃນນັ້ນມີການຮ່ວມມືກັບສະພາແຫ່ງຊາດປະເທດຕ່າງໆ ແລະກວມລວມໃນປະຊາຄົມອາຊຽນ, ປັບປຸງຄວາມສາມັກຄີ ແລະບົດບາດເປັນໃຈກາງຂອງອາຊຽນ, ເຄົາລົບກົດໝາຍ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກໃຫ້ແທດຈິງ ແລະມີປະສິດທິຜົນ...

ໂດຍ: ທະນາພອນ