ຫວຽດນາມ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຮ່ວມມື MLC

ກອງປະຊຸມຄັ້ງນີ້ເປັນຂີດໝາຍ 5 ປີແຫ່ງການສ້າງຕັ້ງ ແລະພັດທະນາຂອງຂອບການຮ່ວມມື MLC. ບັນດາລັດຖະມົນຕີ ໄດ້ຕີລາຄາສູງຕໍ່ໝາກຜົນຮ່ວມມືທີ່ບັນລຸໄດ້ໃນ 5 ປີຜ່ານມາ, ພົ້ນເດັ່ນແມ່ນເລື່ອງ 6 ປະເທດ ໄດ້ສ້າງແຜນການດໍາເນີນງານໃນ 5 ຂົງເຂດບຸລິມະສິດ; ສ້າງຕັ້ງສູນຮ່ວມມືດ້ານວິຊາການ; ຜັນຂະຫຍາຍ 500 ກວ່າໂຄງການຮ່ວມມືດ້ານການຄ້າ, ອຸດສາຫະກໍາ, ກະສິກໍາ, ການທ່ອງທ່ຽວ, ການຄຸ້ມຄອງແຫຼ່ງນໍ້າ, ສິ່ງແວດລ້ອມ, ສາທາລະນະສຸກ ແລະວັດທະນະທໍາ. ບັນດາລັດຖະມົນຕີ ໄດ້ຊົມເຊີຍເປັນພິເສດຕໍ່ຄວາມຄືບໜ້າທີ່ບັນລຸໄດ້ໃນການຮ່ວມມືຄຸ້ມຄອງແຫຼ່ງແມ່ນໍ້າຂອງ, ໃນນັ້ນມີການຈັດຕັ້ງກອງປະຊຸມລັດຖະມົນຕີຊັບພະຍາກອນນ້ຳ MLC ຄັ້ງທີ 1, ຂໍ້ຕົກລົງວ່າດ້ວຍການແບ່ງປັນຂໍ້ມູນອຸທົກກະສາດທັງປີຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງລະຫວ່າງ 6 ປະເທດ, ການຮ່ວມມືລະຫວ່າງສູນແຫຼ່ງນໍ້າ MLC ແລະກອງເລຂາຄະນະກໍາມະການແມ່ນໍ້າຂອງ (MRC).

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ (ຢູ່ເບື້ອງຊ້າຍສຸດ) ແລະລັດຖະມົນຕີການຕ່າງປະເທດບັນດາປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6. ພາບ: ຫວຽດດວ່ານ.

ບັນດາລັດຖະມົນຕີ ຢັ້ງຢືນວ່າ ໃນໄລຍະຈະມາເຖິງຈະຊຸກຍູ້ການຮ່ວມມື MLC ຕາມທິດປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກ, ກໍ່ສ້າງປະຊາຄົມອາຊຽນ ແລະປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ 2030. ບັນດາລັດຖະມົນຕີ ໄດ້ເນັ້ນໜັກເຖິງຫຼັກການຮ່ວມມືພື້ນຖານ ລວມມີຄວາມເຫັນດີເຫັນພ້ອມ, ຄວາມສະເໝີພາບ, ການປຶກສາຫາລືເຊິ່ງກັນແລະກັນ, ການແບ່ງປັນຜົນປະໂຫຍດ, ເຄົາລົບກົດບັດ ສປຊ, ກົດບັດອາຊຽນ ແລະກົດໝາຍສາກົນ, ກໍຄືໃຫ້ສອດຄ່ອງກັບຂໍ້ກໍານົດ ແລະກົດໝາຍຂອງແຕ່ລະປະເທດ.

ກອງປະຊຸມ ໄດ້ຮັບຮອງເອົາເອກະສານຈໍານວນ 3 ສະບັບກ່ຽວກັບການເພີ່ມທະວີການຮ່ວມມືໃນການພັດທະນາແບບຍືນຍົງ, ສົ່ງເສີມການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະການຮ່ວມມືດ້ານການແພດພື້ນເມືອງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນການຖືເປັນສໍາຄັນ ແລະປະກອບສ່ວນຢ່າງມີປະສິດທິຜົນຂອງຫວຽດນາມ ຕໍ່ກັບຂອບການຮ່ວມມື MLC ນັບແຕ່ຊຸມວັນສ້າງຕັ້ງທໍາອິດ. ໃນສະພາບການປັດຈຸບັນ, ທ່ານ ບຸ່ຍແທັງເຊີນ ຖືວ່າ, ການຮ່ວມມື MLC ຕ້ອງແກ້ໄຂຄວາມຕ້ອງການອັນຮີບດ່ວນ 3 ຢ່າງ, ລວມມີ: ການຮັບມືກັບພະຍາດໂຄວິດ-19 ໃຫ້ສໍາເລັດຜົນ, ຮັກສາການເຕີບໂຕເສດຖະກິດ ແລະສະກັດກັ້ນການຊຸດໂຊມທາງດ້ານສິ່ງແວດລ້ອມ...

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ພ້ອມກັບບັນດາລັດຖະມົນຕີ ຍັງໄດ້ເຂົ້າຢ້ຽມຊົມງານວາງສະແດງຜົນສໍາເລັດຂອງການຮ່ວມມື MLC, ເຂົ້າຮ່ວມພິທີເປີດເວັບໄຊກອງເລຂາປະສານງານແຫ່ງຊາດ MLC ສປ ຈີນ ແລະຮ່ວມເປີດເວັບໄຊເວທີແລກປ່ຽນຊາວໜຸ່ມ MLC ແລະມອບລາງວັນການແຂ່ງຂັນອອກແບບສິລະປະ MLC ແບບອອນລາຍ.

ການພົວພັນຫວຽດນາມ - ຈີນ ພັດທະນາຢ່າງດີງາມ

ໃນວັນດຽວກັນ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດ ຈີນ.

ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມຈິງໃຈ, ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການພົວພັນສອງຝ່າຍ ແລະບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຢັ້ງຢືນຄວາມສໍາຄັນຂອງການພົວພັນຫວຽດນາມ-ຈີນ ໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ທ່າພັດທະນາອັນດີງາມຂອງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃນໄລຍະຜ່ານມາ.

leftcenterrightdel
ບັນຍາກາດທີ່ການເຈລະຈາລະຫວ່າງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດ ຈີນ. ພາບ: ຫວຽດດວ່ານ.

ລັດຖະມົນຕີສອງທ່ານ ໄດ້ເຫັນດີເສີມຂະຫຍາຍບົດບາດສໍາຄັນຂອງສອງກະຊວງການຕ່າງປະເທດ ໃນການປະສານງານ, ຊຸກຍູ້ ການຮ່ວມມືໃນການພົວພັນຫວຽດນາມ-ຈີນ ໃຫ້ເປັນຢ່າງດີ; ຍົກອອກບັນດາມາດຕະການຢ່າງລະອຽດເພື່ອປະຕິບັດຄວາມຮັບຮູ້ລວມຂອງຂັ້ນສູງ ຄື: ເພີ່ມທະວີການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ, ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ; ຜັນຂະຫຍາຍການຮ່ວມມືກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19; ຮັກສາການແລກປ່ຽນ, ຮ່ວມມືຢູ່ທີ່ເວທີປາໄສຫຼາຍຝ່າຍ; ໂດຍສະເພາະແມ່ນຢູ່ ສປຊ ແລະໃນຂອບເຂດອາຊຽນ; ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ພ້ອມກັບບັນດາປະເທດອາຊຽນ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນ  ອອກ (COC)  ໃຫ້ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ໂດຍໄວ.

ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ ຈີນ ອໍານວຍຄວາມສະດວກໃຫ້ແກ່ຜະລິດຕະພັນກະເສດ, ສະບຽງອາຫານຂອງຫວຽດນາມ ທີ່ສົ່ງອອກໄປຍັງ ຈີນ, ໂດຍສະເພາະແມ່ນໝາກໄມ້ທີ່ກຳລັງຢູ່ໃນລະດູເກັບກ່ຽວ; ຜັນຂະຫຍາຍບ້ວງເງິນອຸປະຖຳຂອງຈີນ ທີ່ສະຫງວນແກ່ຫວຽດນາມ ຢ່າງມີປະສິດທິຜົນ ແລະປະຕິບັດໂຄງການຮ່ວມມືທີ່ຍັງຕິດຂັດໃຫ້ສໍາເລັດໂດຍໄວ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງຂັ້ນສູງ, ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ໂດຍສະເພາະແມ່ນ UNCLOS 1982, ເສີມຂະຫຍາຍບົດບາດຂອງກົນໄກເຈລະຈາ, ຊອກຫາມາດຕະການພື້ນຖານ, ຍາວນານໃຫ້ແກ່ບັນຫາທະເລຕາເວັນອອກ.

ສ່ວນທ່ານ ຫວາງອີ້ ຢັ້ງຢືນວ່າ, ຈີນ ປາດຖະໜາຢາກພ້ອມກັບຫວຽດນາມ ເພີ່ມທະວີການແລກປ່ຽນຍຸດທະສາດ ແລະສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກວ່າອີກ, ຊຸກຍູ້ການພົວພັນຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ມີສະຖຽນລະພາບ; ສະແດງການສະໜັບສະໜູນຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ໃນນັ້ນມີການຮ່ວມມືກ່ຽວກັບການສະໜອງ, ຄົ້ນຄວ້າ ແລະຜະລິດວັກຊິນ; ກຽມຄວາມພ້ອມເພີ່ມການນໍາເຂົ້າສິນຄ້າຂອງຫວຽດນາມ ໃຫ້ເໝາະສົມກັບຄວາມຕ້ອງການຂອງຕະຫຼາດຈີນ. 

ໂດຍ: ໄຊຊະນະ