ຫວຽດນາມ - ອາກຊັງຕິນ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ
ກປ.ອອນໄລ - ຕອນຄໍ່າວັນທີ 31 ພຶດສະພາ, ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ດໍາເນີນກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ VIII ກັບທ່ານ Pablo Anselmo Tettamanti ຮອງລັດຖະມົນຕີການຕ່າງປະເທດ ອາກຊັງຕິນ ຜ່ານລະບົບທາງໄກ ເພື່ອແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດ, ບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸ້ງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນດ້ານເສດຖະກິດ-ການຄ້າສອງຝ່າຍ. ຕາມນັ້ນແລ້ວ, ອາກຊັງຕິນ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງຫວຽດນາມ ຢູ່ພາກພື້ນອາເມລິກາລາຕິນ ດ້ວຍວົງເງິນການຄ້າສອງຝ່າຍປີ 2020 ບັນລຸ 3,9 ຕື້ໂດລາສະຫະລັດ. ທ່ານ ຫງວຽນກ໊ວກຢຸ້ງ ຂອບໃຈອາກຊັງຕິນ ທີ່ໄດ້ໜູນຊ່ວຍຫວຽດນາມ ໃນຂົງເຂດຮ່ວມມືດ້ານເຕັກນິກ, ໃນນັ້ນພົ້ນເດັ່ນແມ່ນມີໂຄງການໜູນຊ່ວຍກໍາລັງຄວາມສາມາດກ່ຽວກັບນິຕິມະນຸດວິທະຍາເພື່ອແນໃສ່ກໍານົດຊື່ ແລະນາມສະກຸນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ຫວຽດນາມ.
    |
 |
ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸ້ງ ແລະທ່ານຮອງລັດຖະມົນຕີ Pablo Anselmo Tettamanti ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຄັ້ງທີ VIII ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານ Pablo Anselmo Tettamanti ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າໃຫຍ່ຂອງອາກຊັງຕິນ ແລະແມ່ນຄູ່ຮ່ວມມືຫຼັກແຫຼ່ງໃນການຮ່ວມມືໃຕ້-ໃຕ້ ຂອງອາກຊັງຕິນ ຢູ່ພາກພື້ນ, ດ້ວຍ 15 ໂຄງການຮ່ວມມືທັງໝົດທີ່ໄດ້ຜັນຂະຫຍາຍໃນຫຼາຍຂົງເຂດ; ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງສອງຝ່າຍໃຫ້ຄວາມສົນໃຈ.
ຮອງລັດຖະມົນຕີສອງທ່ານ ໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາເພື່ອກ້າວໄປເຖິງການລົງນາມສັນຍາ, ຂໍ້ຕົກລົງບາງສະບັບແນໃສ່ປັບປຸງຂອບນິຕິກໍາໃຫ້ແກ່ການພົວພັນຮ່ວມມືໃນບັນດາຂົງເຂດການຄ້າ, ຍຸຕິທໍາ, ການລົງທຶນ, ໂທລະຄົມມະນາຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ໂດຍ: ກວຽດເຕິມ