ທີ່ການເຮັດວຽກ, ຄະນະປະຕິບັດງານໄດ້ຮັບຟັງຜູ້ຕາງໜ້າຄະນະກຳມະການເລືອກຕັ້ງແຂວງບັ໊ກກ້ານລາຍງານໝາກຜົນວຽກງານຊີ້ນໍາ, ນໍາພາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026. ໂດຍປະຕິບັດຄໍາສັ່ງຂອງກົມການເມືອງ ແລະເອກະສານແນະນໍາຂອງຂັ້ນເທິງ, ຄະນະປະຈຳຄະນະພັກແຂວງບັ໊ກກ້ານ ໄດ້ຊາບຊຶມ, ຜັນຂະຫຍາຍວຽກງານເລືອກຕັ້ງເຖິງທຸກໜ່ວຍ; ປະກາດໃຊ້ເອກະສານຊີ້ນໍາ, ນໍາພາການເລືອກຕັ້ງທຸກຂັ້ນ; ສ້າງຄະນະຊີ້ນຳການເລືອກຕັ້ງ; ເປັນເຈົ້າການກວດກາວຽກງານກະກຽມຢູ່ທ້ອງຖິ່ນຕ່າງໆ...

leftcenterrightdel
ທ່ານພົນໂທ ຟານວັນຢາງ ກ່າວຄໍາເຫັນສະຫຼຸບການເຮັດວຽກ. ພາບ: ວັນຈ໋ຽນ.

ເພື່ອໃຫ້ວຽກງານເລືອກຕັ້ງດຳເນີນຖືກຕ້ອງຕາມກົດໝາຍ, ປອດໄພ, ປະຢັດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເປັນຢ່າງດີ, ທ່ານພົນໂທ ຟານວັນຢາງ ຮຽກຮ້ອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນສືບຕໍ່ຊີ້ນໍາ, ນໍາພາການປະຕິບັດວຽກງານກະກຽມທຸກດ້ານຢ່າງລອບຄອບ, ຕັດສິນໃຈຈັດຕັ້ງການເລືອກຕັ້ງທຸກຂັ້ນໃຫ້ສຳເລັດຜົນ, ຖືນີ້ແມ່ນໜ້າທີ່ການເມືອງສໍາຄັນພິເສດຂອງທັງລະບົບການເມືອງ. ບັນດາອົງການທີ່ກ່ຽວຂ້ອງສືບຕໍ່ປະຕິບັດວຽກງານຈັດຕັ້ງເປັນຢ່າງດີ ເພື່ອໃຫ້ຜູ້ອອກສະໝັກເລືອກຕັ້ງພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍການເລືອກຕັ້ງໃຫ້ຖືກຕາມກົດໝາຍ, ເໝາະສົມກັບສະພາບຕົວຈິງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານພົນໂທ ຟານວັນຢາງ ກໍ່ສະເໜີຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເອົາໃຈໃສ່ແກ້ໄຂບັນຫາອັນຮີບຮ້ອນ, ໃບຮ້ອງທຸກຂອງປະຊາຊົນ; ມີບັນດາມາດຕະການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ປ້ອງກັນ, ຕ້ານພະຍາດໂຄວິດ-19 ກ່ອນ, ໃນ ແລະພາຍຫຼັງການເລືອກຕັ້ງ; ສ້າງແຜນງານ, ບົດລະຄອນ, ກຽມພ້ອມຮັບມືກັບສະຖານະການທີ່ເກີດຂຶ້ນ.

ໂດຍ: ເຈິ່ນຮວ່ຽນ