ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານໃນອາຍຸການສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ວາລະປະຊຸມສະຫຼຸບດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າ 70 ປະເທດສະມາຊິກ, ຜູ້ສັງເກດການ ສປຊ, ໃນນັ້ນມີເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫຼາຍປະເທດ.

leftcenterrightdel
ບັນຍາກາດທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນເດືອນເປັນປະທານ, ຫວຽດນາມ ໄດ້ສະເໜີ ແລະຈັດຕັ້ງ 4 ເຫດການບຸລິມະສິດກ່ຽວກັບບົດບາດຂອງບັນດາອົງການຈັດຕັ້ງພາກພື້ນໃນການຊຸກຍູ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການເຈລະຈາໃນການສະກັດກັ້ນການປະທະກັນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະການໃຊ້ຄວາມຮຸນແຮງທາງເພດສໍາພັນໃນການປະທະກັນ. ພ້ອມກັນນັ້ນ, ຫວຽດນາມ ໄດ້ເປັນປະທານສ້າງ ແລະຊຸກຍູ້ການຮັບຮອງເອົາເອກະສານ 3 ສະບັບຂອງສະພາຄວາມໝັ້ນຄົງ ສປຊ, ໃນນັ້ນມີຖະແຫຼງການປະທານ 2 ສະບັບ ແລະມະຕິ 1 ສະບັບ.

ກ່າວຄຳເຫັນທີ່ວາລະປະຊຸມສະຫຼຸບ, ຜູ້ຕາງໜ້າບັນດາປະເທດສະມາຊິກໄດ້ຕີລາຄາສູງບັນດາການເຄື່ອນໄຫວບຸລິມະສິດຂອງຫວຽດນາມ, ພິເສດແມ່ນເລື່ອງ ຫວຽດນາມ ຊຸກຍູ້ຄວາມເອົາໃຈໃສ່ຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ບັນຫາມະນຸດສະທໍາ ແລະການປົກປ້ອງສາມັນຊົນ. ບັນດາປະເທດຊົມເຊີຍຫວຽດນາມ ໄດ້ປະຕິບັດເດືອນເປັນປະທານສະພາຄວາມໝັ້ນຄົງປະສົບຜົນສໍາເລັດ, ບໍລິຫານທຸກການເຄື່ອນໄຫວຂອງສະພາຄວາມໝັ້ນຄົງໃຫ້ດຳເນີນໄປດ້ວຍດີ, ຊຸກຍູ້ຄວາມເຫັນດີເຫັນພ້ອມໃນສະພາຄວາມໝັ້ນຄົງ ກໍ່ຄືການເຂົ້າຮ່ວມ ແລະການປະກອບສ່ວນຂອງບັນດາປະເທດສະມາຊິກ ສປຊ.

ໂດຍ: ເຈິ່ນຮວ່ຽນ