“ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກໍາ ແລະຫຼັກຖານປະຫວັດສາດຢັ້ງຢືນອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ກໍ່ຄືບັນດາສິດທີ່ຖືກຕ້ອງຕາມກົດໝາຍສໍາລັບເຂດທະເລຕ່າງໆຂອງຫວຽດນາມ ທີ່ໄດ້ກໍານົດສອດຄ່ອງກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

leftcenterrightdel
ທ່ານ ດວ່ານຄັ໊ກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ເຢີດຮະ.

ຫວຽດນາມ ຖືວ່າ ເລື່ອງດໍາເນີນບັນດາມາດຕະການອະນຸລັກຮັກສາຊັບພະຍາກອນຊີວະນາໆພັນຕ້ອງໄດ້ດໍາເນີນຢ່າງສອດຄ່ອງກັບບັນດາລະບຽບການທີ່ກ່ຽວຂ້ອງຂອງ UNCLOS 1982 ແລະບໍ່ໄດ້ລະເມີດອະທິປະໄຕ ແລະອຳນາດສານຢູ່ທະເລຂອງບັນດາປະເທດທີ່ກ່ຽວຂ້ອງ.

ຫວຽດນາມ ຄັດຄ້ານ ແລະປະຕິເສດຢ່າງເດັດດ່ຽວກ່ຽວກັບການຕິດສິນໃຈຝ່າຍດຽວນີ້ຂອງຈີນ. ລະບຽບຫຼັກການນີ້ໄດ້ລະເມີດອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະຮວ່າງຊາ, ລະເມີດກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ຝືນກັບເນື້ອໃນຈິດໃຈ ແລະຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຝືນກັບຂໍ້ຕົກລົງວ່າດ້ວຍຫຼັກການພື້ນຖານໃນການຊີ້ນໍາແກ້ໄຂບັນຫາຢູ່ທະເລລະຫວ່າງຫວຽດນາມ-ຈີນ”.

ໂດຍ: ເກື່ອງດັ້ງ