leftcenterrightdel
ທ່ານ ຟ້າມບິ່ງມິງ ຕ້ອນຮັບທ່ານ Masahiro Yoshimura. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ ຕີລາຄາຕໍ່ການພົວພັນຫວຽດນາມ-ຍີ່ປຸ່ນ ພວມພັດທະນາອັນດີງາມ, ຢ່າງແຮງ ແລະແທດຈິງໃນຫຼາຍຂົງເຂດ. ຍີ່ປຸ່ນ ພວມແມ່ນນັກສະໜອງ ODA ໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ ດ້ວຍຍອດຈໍານວນທຶນບັນລຸໄດ້ປະມານ 27 ຕື້ໂດລາສະຫະລັດ ແລະແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ 2 ດ້ວຍຍອດຈຳນວນເງິນລົງທຶນທັງໝົດ 60,3 ຕື້ໂດລາສະຫະລັດ, ກວມເອົາ 15,7% ຍອດເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ. ຍີ່ປຸ່ນ ກໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງຫວຽດນາມ ດ້ວຍວົງເງິນສອງສົ້ນບັນລຸ 60 ຕື້ໂດລາສະຫະລັດໃນປີ 2020.

ລັດຖະບານຫວຽດນາມ ຊົມເຊີຍ ແລະຕີລາຄາສູງຕໍ່ບົດບາດຂອງທະນາຄານ SMBC-ເຊິ່ງເປັນໜຶ່ງໃນບັນດາບໍລິສັດໃຫຍ່ທີ່ສຸດສັງກັດກຸ່ມບໍລິສັດ SMFG ແລະກໍ່ແມ່ນໜຶ່ງໃນບັນດາທະນາຄານການຄ້າໃຫຍ່ທີ່ສຸດຢູ່ຍີ່ປຸ່ນ ທີ່ມີໜ້າຢູ່ຫວຽດນາມ. SMFG ໄດ້ ແລະພວມສະໜອງການບໍລິການດ້ານການເງິນ, ທະນາຄານ; ໜູນຊ່ວຍໃຫ້ບັນດາໂຄງການພະລັງງານ ແລະພື້ນຖານໂຄງລ່າງໃຫຍ່ຢູ່ຫວຽດນາມ ດ້ວຍຍອດມູນຄ່າປະມານ 20 ຕື້ໂດລາສະຫະລັດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມບິ່ງມິງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ SMFG, ທະນາຄານ SMBC ຈະສືບຕໍ່ພັດທະນາ ແລະເປີດກວ້າງການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດ; ເສີມຂະຫຍາຍບົດບາດເປັນຂົວຕໍ່ໃຫ້ບັນດາວິສາຫະກິດຍີ່ປຸ່ນ ທີ່ລົງທຶນຢູ່ຫວຽດນາມ. ສ່ວນທ່ານ Masahiro Yoshimura ຂອບໃຈທ່ານ ຟ້າມບິ່ງມິງ ທີ່ໄດ້ສະຫຼະເວລາຕ້ອນຮັບ; ທ່ານຢັ້ງຢືນວ່າ ກຸ່ມບໍລິສັດ SMFG ຈະສືບຕໍ່ໃຫ້ບຸລິມະສິດຕໍ່ຄວາມມານະພະຍາຍາມ ແລະແຫຼ່ງກຳລັງຂອງຕົນໃຫ້ແກ່ການພັດທະນາດໍາເນີນທຸລະກິດຢູ່ຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າການເຄື່ອນໄຫວດໍາເນີນທຸລະກິດຂອງກຸ່ມບໍລິສັດຈະປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນຫວຽດນາມ-ຍີ່ປຸ່ນ.

ໂດຍ: ເຈິ່ນຮວ່ຽນ