ກ່າວຄຳເຫັນທ່ີວາລະປຶກສາຫາລື, ເລຂາທິການໃຫຍ່ ສປຊ ແລະການນຳບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງ ຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ຈັດຕັ້ງເຫດການສຳຄັນນີ້, ຢັ້ງຢືນສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພ້ືນ, ກໍ່ຄືລະຫວ່າງບັນດາອົງການຈັດຕັ້ງພາກພື້ນເພື່ອສະກັດກ້ັນ, ແກ້ໄຂການປະທະກັນ, ໂດຍສະເພາະແມ່ນຮັບຮອງເອົາບັນດາມາດຕະການກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາ, ພ້ອມທັງຖືວ່າຕ້ອງສືບຕໍ່ໜູນຊ່ວຍການຍົກສູງກຳລັງຄວາມສາມາດໃຫ້ບັນດາອົງການຈັດຕັ້ງພາກພື້ນ, ສ້າງຄວາມເຊື່ອມຕໍ່ລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃຫ້ມີປະສິດທິຜົນກວ່າອີກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນປະທານວາລະປຶກສາຫາລືເປີດຂັ້ນສູງສະພາຄວາມໝັ້ນຄົງ ສປຊ ໃນວັນທີ 19 ເມສາ. ພາບ: ລິງແອັງ.

ໃນບົດກ່າວຄຳເຫັນສຳຄັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການພົວພັນສາກົນ, ຕີລາຄາສູງຄວາມມານະພະຍາຍາມຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພາກພື້ນກັບ ສປຊ ໃນການສະກັດກັ້ນ, ແກ້ໄຂການປະທະກັນ. ທ່ານ ຫງວຽນຊວນຟຸກ ຍົກໃຫ້ເຫັນບັນດາຜົນງານຮອບດ້ານ, ສຳຄັນຂອງອາຊຽນ ໃນການກໍ່ສ້າງປະຊາຄົມສະໜິດຕິດພັນ ແລະເປັນເຈົ້າການຮັບມື, ຊຸກຍູ້ການຮ່ວມມື, ເຈລະຈາກັບ ສປຊ ແລະບັນດາຄູ່ຮ່ວມມືກ່ຽວຂ້ອງ, ກໍ່ຄືບັນດາຄວາມມານະພະຍາຍາມຕັ້ງໜ້າຂອງອາຊຽນ ເພື່ອແນໃສ່ຊຸກຍູ້ການເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈໃນການແກ້ໄຂບັນດາບັນຫາຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະມຽນມາ.

ກໍ່ທີ່ວາລະປຶກສາຫາລື, ທ່ານ ຫງວຽນຊວນຟຸກ ໄດ້ເປັນປະທານຮັບຮອງເອົາຖະແຫຼງການປະທານຂອງສະພາຄວາມໝັ້ນຄົງ ໂດຍຫວຽດນາມ ສະເໜີເພື່ອຢັ້ງຢືນຄວາມສະໜິດຕິດພັນລະຫວ່າງ ສປຊ/ສະພາຄວາມໝັ້ນຄົງ ແລະບັນດາອົງການຈັດຕັ້ງພາກພື້ນໃນການສະກັດກັ້ນ, ແກ້ໄຂການປະທະກັນກັບການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາແມ່ນບັນດາປັດໄຈສຳຄັນ. ຖະແຫຼງການຮຽກຮ້ອງຮັບປະກັນຄວາມສະໜິດຕິດພັນ ແລະໜູນຊ່ວຍຂອງບັນດາຄວາມມານະພະຍາຍາມຮ່ວມມື; ຮຽກຮ້ອງບັນດາອົງການຈັດຕັ້ງພາກພື້ນເສີມຂະຫຍາຍບົດບາດໜູນຊ່ວຍ, ຍົກອອກຂໍ້ສະເໜີກ່ຽວກັບການສະກັດກັ້ນ, ແກ້ໄຂການປະທະກັນໃຫ້ບັນດາປະເທດສະມາຊິກໃຫ້ເໝາະສົມກັບກົດບັດ ສປຊ ແລະບັນດາຂໍ້ຕົກລົງກ່ຽວຂ້ອງ; ແລະສະເໜີເລຂາທິການໃຫຍ່ ສປຊ ສະເໜີມາດຕະການເພື່ອແນໃສ່ຊຸກຍູ້ບັນດາມາດຕະການສ້າງຄວາມໄວ້ເນ້ືອເຊື່ອໃຈ ແລະການເຈລະຈາໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ