ພາຍຫຼັງຮັບຟັງບົດລາຍງານຂອງຄະນະປະຈໍາຄະນະພັກນະຄອນຮ່າໂນ້ຍ, ກົມການເມືອງເຫັນດີເປັນເອກະພາບຕີລາຄາວ່າ ຄະນະພັກນະຄອນຮ່າໂນ້ຍ ໄດ້ກະກຽມຢ່າງຖີ່ຖ້ວນ, ເຂັ້ມງວດ, ມີລັກສະນະວິທະຍາສາດທັງວຽກງານເອກະສານ ແລະບຸກຄະລາກອນຍື່ນສະເໜີຕໍ່ກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຄັ້ງທີ XVII, ຮັບປະກັນໃຫ້ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງຄໍາສັ່ງສະບັບເລກທີ 35-CT/TW ແລະບັນດາເອກະສານແນະນໍາຂອງສູນກາງ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ກ່າວຄໍາເຫັນທີ່ການເຮັດວຽກກັບຄະນະປະຈໍາຄະນະພັກນະຄອນຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກົມການເມືອງກໍ່ໄດ້ເຫັນດີເປັນເອກະພາບຕໍ່ຫົວຂໍ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນຮ່າໂນ້ຍ ອາຍຸການ 2020-2025 ໂດຍພື້ນຖານ, ຮັບປະກັນຄວາມສົມບູນ, ດ້ວຍເນື້ອໃນເລິກເຊິ່ງຮັດກຸມ, ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຂອງອົງຄະນະພັກ, ປະຊາຊົນນະຄອນຢ່າງຈະແຈ້ງ, ຮັບປະກັນລັກສະນະສືບທອດ, ພັດທະນາຜົນງານຂອງອາຍຸການກ່ອນ.

ກ່າວຄໍາເຫັນສະຫຼຸບການເຮັດວຽກ, ທ່ານ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ວຽກງານກະກຽມກອງປະຊຸມໃຫຍ່ຂອງຄະນະພັກນະຄອນຮ່າໂນ້ຍ; ພ້ອມທັງຕັກເຕືອນບາງບັນຫາໃຫຍ່ທີ່ຄວນເອົາໃຈໃສ່ໃນວິວັດການຊີ້ນໍາ, ນໍາພາປະຕິບັດເປົ້າໝາຍ, ໜ້າທີ່ໃນອາຍຸການຈະມາເຖິງ.

ທ່ານ ຫງວຽນຝູຈ້ອງ ປາດຖະໜາຢາກວ່າ ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນນະຄອນຮ່າໂນ້ຍ ຄວນຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດ ແລະຄວາມຮັບຜິດຊອບຂອງນະຄອນ ແລະອົງຄະນະພັກນະຄອນຮ່າໂນ້ຍ ຢ່າງເລິກເຊິ່ງ, ຄົບຖ້ວນກວ່າອີກ.

ໂດຍ: ຈາງຫງວຽນ