leftcenterrightdel
ພິທີເປີດນໍາໃຊ້ຫໍເກັບມ້ຽນອັດຖິຂອງທະຫານອາສາສະໝັກຫວຽດນາມ ແລະເຮືອນພັກກອງ 589. ພາບ: baoquankhu4.com.vn.

ເຂົ້າຮ່ວມໃນພິທີດັ່ງກ່າວຝ່າຍລາວນຳໂດຍ ສະຫາຍ  ສົມໃຈ  ເພັດສີນວນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຄຳມ່ວນປະທານສະພາປະຊາຊົນແຂວງ, ສະຫາຍພົນຈັດຕະວາ  ສົມແຄນ  ອັບປະສອນ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຄຳມ່ວນ. ຝ່າຍຫວຽດນາມນຳ ໂດຍສະຫາຍ ພັນເອກພິເສດ  ຫວຽນວັນມານ  ກຳມະການຄະນະປະຈຳພັກແຂວງ  ຫົວໜ້າການທະຫານກອງບັນຊາການທະຫານແຂວງກວາງບິ່ງ. ມີຄະນະນຳ ແລະ ພະນັກງານກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.    ໃນພິທີສະຫາຍພັນເອກພິເສດ ຫວຽນວັນມານ ໄດ້ຂຶ້ນຜ່ານບົດລາຍ ງານຜົນສຳເລັດໂຄ່ງການກໍ່ສ້າງຫໍເກັບມ້ຽນອັດຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເຊິ່ງຕັ້ງຢູ່ບ້ານໂພສີທ່າ ເມືອງທ່າແຂກ  ແຂວງຄຳມ່ວນ ແລະເຮືອນພັກຂອງຄະນະປະຕິບັດງານພິເສດ ກອງ  589 ເຊິ່ງໂຄງການກໍ່ສ້າງດັ່ງກ່າວແມ່ນໄດ້ແບ່ງອອກເປັນ 2 ໄລຍະຄຶ : ໄລຍະທີ 1 ແມ່ນໄດ້ເລີ່ມກໍ່ສ້າງຫໍເກັບມ້ຽນອັດຖິ ແລະ ເຮືອນນອນຂອງພະນັກງານກອງ  589, ໄລຍະທີ 2 ແມ່ນໄດ້ກໍ່ສ້າງເຮືອນກິນເຂົ້າ, ເຮືອນຄົວ, ປະຕູໂຂງ, ຮົ້ວສຳນັກງານ, ເຮືອນຈອດລົດໃຫ່ຍ, ອ່າງເກັບນ້ຳ , ລະບົບນ້ຳບາດານ, ລະບົບໄຟຟ້າ, ຖົມພື້ນ ແລະປູເດີ່ນເບຕົງໃນເນື້ອທີ່ 3780 ຕາແມັດ   ລວມມູນຄ່າການກໍ່ສ້າງທັງໝົດ  7.622  ລ້ານດົງ  ສະກຸນເງິນ ຫວຽດນາມໂດຍແມ່ນທຶນຂອງລັດຖະບານ ກໍ່ຄືກອງບັນຊາການ ທະຫານແຂວງກວາງບິ່ງ   100%.  

ໂດຍ: ແກ້ວອຸດອນ ຖົງບຸນທີ