ວຽກງານມອບ-ຮັບ ແລະສົມທົບກັນຈັດຕັ້ງພິທີສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຈັດຕັ້ງຢ່າງຮອບຄອບຖີ່ຖ້ວນ, ສົມກຽດ, ເປັນການສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ ແລະປະຕິບັດໜ້າທີ່ສາກົນອັນສູງສົ່ງ.

leftcenterrightdel
ບັນດາກໍາລັງຈັດຕັ້ງການສໍາຫຼວດ, ຊອກຫາ, ຂຸດເອົາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ. ພາບ: truyenhinhnghean.vn.

ລະດູແລ້ງ 2018-2019, ທະຫານເຂດ 4 ສືບຕໍ່ຊີ້ນໍາບັນດາອົງການ, ກົມກອງສົມທົບກັນປະຕິບັດຢ່າງຄົບຊຸດ, ມີປະສິດທິຜົນ ບັນດາກຸ່ມມາດຕະການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ຈັດຕັ້ງກໍາລັງ, ພາຫະນະເພື່ອສໍາຫຼວດ, ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະຢູ່ພາຍໃນປະເທດ, ໃນນັ້ນຈຸດສຸມແມ່ນບັນດາແຂວງພາກໃຕ້ຂອງທະຫານເຂດ 4.

ໂດຍ: ທູຈາງ