ກວ່າ 34 ປີຜ່ານມາ, ໜ່ວຍທ້ອນໂຮມກອງບັນຊາການທະຫານແຂວງ ເຫງ້ອານ ໄດ້ດໍາເນີນການສໍາຫຼວດ, ຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນມິດລາວ 12.104 ອັດຖິ.

leftcenterrightdel
ເພື່ອກໍາແໜ້ນໄດ້ຂໍ້ມູນຂອງບັນດາເພື່ອນຮ່ວມກອງ, ໜ່ວຍທ້ອນໂຮມກອງບັນຊາການທະຫານແຂວງ ເຫງ້ອານ ໄດ້ປະຕິບັດທິດນໍາ “ 4 ຮ່ວມ” (ຮ່ວມກິນເຂົ້າ, ຮ່ວມຢູ່, ຮ່ວມເຮັດວຽກ, ຮ່ວມເວົ້າພາສາລາວ) ກັບພໍ່ແມ່ປະຊາຊົນລາວບັນດາເຜົ່າ. ພາບ: ຈ້ອງກຽນ.
leftcenterrightdel
ພະນັກງານໜ່ວຍທ້ອນໂຮມ ກວດ, ປິ່ນປົວພະຍາດ, ປະຕິບັດວຽກງານຂົນຂວາຍປະຊາຊົນໃນການເດີນທາງໄປຊອກຫາອັດຖິເພື່ອນຮ່ວມກອງຢູ່ປະເທດເພື່ອນມິດລາວ. ພາບ: ຈ້ອງກຽນ.

ຮັບຮູ້ບັນດາຜົນງານທີ່ໜ່ວຍທ້ອນໂຮມກອງບັນຊາການທະຫານແຂວງ ເຫງ້ອານ ບັນລຸໄດ້ໃນວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ປີ 2001, ໜ່ວຍທ້ອນໂຮມໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນໃນໄລຍະປ່ຽນແປງໃໝ່ ແລະບັນດາຂອງຂວັນອັນສູງສົ່ງຕ່າງໆຈາກປະທານປະເທດແຫ່ງ ສສ ຫວຽດນາມ.

leftcenterrightdel
ພາຍຫຼັງກໍາໄດ້ຂໍ້ມູນ, ໜ່ວຍທ້ອນໂຮມກອງບັນຊາການທະຫານແຂວງ ເຫງ້ອານ ກໍ່ອອກເດີນທາງໃນທັນທີ. ພາບ: ຈ້ອງກຽນ.
leftcenterrightdel
ສໍາລັບພວກອ້າຍ, ການກະກຽມບັນດາຄາບເຂົ້າບົນເສັ້ນທາງໄປແມ່ນວຽກງານປະຈໍາວັນໃນການເດີນທາງໄປຊອກຫາອັດຖິເພື່ອນຮ່ວມກອງຢູ່ປະເທດເພື່ອນລາວ. ພາບ: ຈ້ອງກຽນ.
leftcenterrightdel
ຫຼື ບັນດາຄາບເຂົ້າທີ່ຟ້າວຟັ່ງໃນເວລາພັກຜ່ອນຕາມໄລຍະທາງທີ່ຍາວຢຽດ. ພາບ: ຈ້ອງກຽນ.
leftcenterrightdel
ເມື່ອກໍານົດໄດ້ບ່ອນຝັງສົບເພື່ອນຮ່ວມກອງພວກອ້າຍທຳການຂຸດຄົ້ນອັດຖິບັນດາເພື່ອນຮ່ວມກອງຢ່າງລະມັດລະວັງ. ພາບ: ຈ້ອງກຽນ.
leftcenterrightdel
ບັນທຶກບັນດາຂໍ້ມູນກ່ຽວກັບທີ່ຕັ້ງ, ພູມີປະເທດ... ຢູ່ບ່ອນຝັງສົບບັນດາເພື່ອນຮ່ວມກອງ. ພາບ: ຈ້ອງກຽນ.

ສະເພາະລະດູແຫ້ງປີ 2017 - 2018, ໜ່ວຍທ້ອນໂຮມກອງບັນຊາການທະຫານແຂວງ ເຫງ້ອານ ສາມາດສໍາຫຼວດ, ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນມິດລາວ ໄດ້ 98 ອັດຖິ.

leftcenterrightdel
ເພື່ອນຮ່ວມກອງຮັກສາເບິ່ງແຍງ ແລະເອົາທຸງຊາດສອງປະເທດຫວຽດນາມ-ລາວ ປົກໃສ່ອັດຖິນັກຮົບເສຍສະຫຼະຊີວິດເພື່ອໜ້າທີ່ສາກົນອັນສູງສົ່ງ. ພາບ: ຈ້ອງກຽນ
leftcenterrightdel
ທ່ານ ຫງວຽນດັກວິງ ເລຂາພັກແຂວງ ເຫງ້ອານ ແລະທ່ານພົນຈັດຕະວາ ເຈິ່ນກ໋ວກຢຸ້ງ, ຫົວໜ້າກົມນະໂຍບາຍກະຊວງປ້ອງກັນປະເທດ ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດເຖິງສະຖານທີ່ ປົງສົບໃນບັ້ນທ້ອນໂຮມລະດູແຫ້ງປີ 2017-2018. ພາບ: ຈ້ອງກຽນ.

ການເດີນທາງໄປຊອກຫາ ແລະຂົນສົ່ງອັດຖິເພື່ອນຮ່ວມກອງກັບເມືອປະເທດ, ໜ່ວຍທ້ອນໂຮມຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພະນັກງານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

 

ແປໂດຍ: ຫງວຽນກຸກ